ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ເມື່ອມໍ່ໆມານີ້, ທ່ານ ຄຳພອຍ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງໃຫ້ການຕ້ອນຮັບ.…
ຈັບຊາຍໜຸ່ມແອບອ້າງເປັນເຈົ້າໜ້າທີ່
ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນຈັບຕົວ ທ້າວ ກິດຕິພອນ ອາຍຸ 35 ປີ ອາຊີບກໍາມະກອນ ຢູ່ບ້ານໂພນສະຫວັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມາດໍາເນີນຄະດີ ເມື່ອມໍ່ໆມານີ້ໃນ ຂໍ້ຫາສໍ້ໂກງຊັບພົນລະເມືອງ ເຄື່ອນໄຫວຕົວະຍົວະຫຼອກລວງ ແອບອ້າງຕົນເອງວ່າເປັນເຈົ້າໜ້າທີ່ ປກສມີຄວາມສາມາດແລ່ນເອົາຄົນເຂົ້າກຳລັງ ປກສ…
ສູນວັດທະນະທຳຈີນປະຈໍາລາວ ໄດ້ເປີດໃຫ້ບໍລິການໃໝ່
ເມື່ອບໍ່ດົນມານີ້, ສູນວັດທະນະທຳຈີນປະຈໍາ ສປປ ລາວ ໄດ້ກັບມາເປີດໃຫ້ບໍລິການອີກຄັ້ງໃໝ່ແລ້ວ ຫຼັງຈາກທີ່ໄດ້ລໍຄອຍມາເປັນເວລາ 3 ປີ. ສູນວັດທະນະທໍາຈີນປະຈໍາລາວ ໄດ້ເປີດໃຫ້ບໍລິການຢ່າງເຕັມຮູບແບບເປັນຄັ້ງທຳອິດ ເພື່ອໃຫ້ປະຊາຊົນໄດ້ເຂົ້າຢ້ຽມຊົມຢ່າງເປັນທາງການ ນັບແຕ່ໄດ້ຍ້າຍສູນມາຢູ່ສະຖານທີ່ແຫ່ງໃໝ່ເມື່ອ 2 ປີກ່ອນ ແລະ ໄດ້ຮັບການຕອບຮັບຢ່າງອົບອຸ່ນຈາກປະຊາຊົນລາວ ແລະ ຊາວຈີນຕ່າງດ້າວ ໂດຍມີຜູ້ເຂົ້າມາຢ້ຽມຢາມໃນມື້ເປີດສູນປະມານ 100…
ຮອງນາຍົກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທູດມາເລເຊຍ
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ແອດີ ອີວານ ບິນ ມາມູດ (Edi Irwan Bin Mahmud) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ…
ຈັດກອງປະຊຸມສະຫະພັນບານເຕະສາກົນ ຄັ້ງທີ 73
ວັນທີ 16 ມີນານີ້, ກອງປະຊຸມສະຫະພັນບານເຕະສາກົນ ຄັ້ງທີ 73 ໄດ້ຈັດຂຶ້ນຢູ່ນະຄອນຫຼວງກີກາລີຂອງຣູວັນດາ. ກ່ອນຈັດກອງປະຊຸມຄັ້ງນີ້, ສະຫະພັນບານເຕະສາກົນ ໄດ້ຈັດກອງປະຊຸມຂອງຄະນະບໍລິຫານງານ, ເຊິ່ງໄດ້ເປິກສາຫາລືກ່ຽວກັບບັນຫາສຳຄັນຕ່າງໆ ເຊັ່ນ: ລະບຽບ ແລະ ວາລະການແຂ່ງຂັນເຕະບານຊີງແຊັມໂລກປີ 2026 ແລະ ອື່ນໆ, ຫົວຂໍ້ເຫຼົ່ານີ້ລ້ວນແຕ່ໄດ້ຜ່ານຮັບຮອງໃນກອງປະຊຸມຢ່າງສະດວກ. ໃນກອງປະຊຸມຄັ້ງນີ້,…
ລົດໃຫຍ່ຕຳລົດຈັກ ແລ້ວລົດໃຫຍ່ຕົກລົງນໍ້າຮຸ່ງ
ເກີດອຸບັດເຫດລົດໃຫຍ່ຕຳລົດຈັກ ແລ້ວລົດໃຫຍ່ເສຍຫຼັກຕົກລົງນໍ້າຮຸ່ງເຂດບ້ານນາຊໍ່າ ເມືອງ ໄຊຍະບູລີ ແຂວງໄຊຍະບູລີ ໃນວັນທີ 17 ມີນາ 2023 ທີ່ຜ່ານມາ ເວລາ 15:30 ນາທີ, ເຫດດັ່ງກ່າວມີຜູ້ບາດເຈັບ 3 ຄົນ ໂຊກດີບໍ່ມີຜູ້ເສຍຊີວິດ ແຫຼ່ງຂໍ້ມູນ: ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງໄຊຍະບູລີ
ລິມປິງ ຊຸບເປີມາເກັດ – ກຽມກະຕ່າຂອງທ່ານໃຫ້ພ້ອມສຳລັບງານເປີດຕົວຢ່າງຍິ່ງໃຫຍ່ຂອງ ລິມປິງ ສາຂາໂພນສີນວນ
ກຽມພ້ອມສຳລັບການເປີດຕົວຄັ້ງຍິ່ງໃຫຍ່ຂອງ ລິມປິງ ຊຸບເປີມາເກັດ, ສາຂາ ໂພນສີນວນ, ເຊິ່ງຈະຈັດຂຶ້ນໃນວັນທີ 24 ມີນາ 2023 ທີ່ຈະມາເຖິງນີ້, ທີ່ໃຈກາງນະຄອນຫຼວງວຽງຈັນ. ຊຸບເປີມາເກັດສຸດຫຼູ ທີ່ສະດວກສຳລັບການດໍາລົງຊີວິດໃນຕົວເມືອງ ພ້ອມທີ່ຈະມອບປະສົບການການຊັອບປິ້ງທີ່ຫາໃສປຽບບໍ່ໄດ້ ໃຫ້ແກ່ຊາວລາວ ຜູ້ທີ່ກໍາລັງຊອກຫາຜະລິດຕະພັນ ລະດັບພຣີມ້ຽມ ເຊິ່ງ ລິມປິງ ໄດ້ຂົນເອົາຜະລິດຕະພັນນໍາເຂົ້າຈາກທົ່ວທຸກມຸມໂລກມາໄວ້…
ການປັ້ນຫຼໍ່ຮູບປັ້ນ ປະທານ ໄກສອນ ພົມວິຫານ ຈະສໍາເລັດທ້າຍເດືອນມິຖຸນາ 2023
ການປັ້ນຫຼໍ່ຮູບປັ້ນປະທານ ໄກສອນ ພົມວິຫານ ຂອງໂຄງການກໍ່ສ້າງປະດິດສະຖານອະນຸສາວະລີ ປະທານ ໄກສອນ ພົມວິຫານ ຢູ່ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ທີ່ຕັ້ງຢູ່ເຂດບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຄາດວ່າຈະສໍາເລັດທ້າຍເດືອນມິຖຸນາ 2023 ໂຄງການກໍ່ສ້າງອະນຸສາວະລີ ປະທານ ໄກສອນ ພົມວິຫານ ແມ່ນສ້າງຂຶ້ນ ເພື່ອເປັນອະນຸສອນສະຖານຈາລຶກຄຸນງາມຄວາມດີຂອງປະທານ…
ນະຄອນຫຼວງພະບາງ ກຽມຈັດງານບຸນປີໃໝ່ລາວ ຢ່າງເຕັມຮູບແບບອີກຄັ້ງ ຫຼັງໂຈະມາ 3 ປີ
ອຳນາດການປົກຄອງ ນະຄອນຫຼວງພະບາງ ປະກາດກຽມຈັດງານບຸນປີໃໝ່ລາວ ພສ 2566 ຫຼື ຄສ 2023 ນີ້ ໃຫ້ກັບມາ ຄຶກຄື້ນ ເຕັມຮູບແບບອີກຄັ້ງ ພາຍຫຼັງບໍ່ໄດ້ຈັດສາມປີທີ່ຜ່ານມາ ຍ້ອນສະພາບຄວາມຫຍຸ້ງຍາກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອສະເຫຼີມສະຫຼອງ ແລະ ສ້າງຂະບວນການຟົດຟື້ນ ຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ…