ການລາດຕະເວນຮ່ວມຄັ້ງທີ 34 ຢູ່ອ່າວເປີຍປູ້ຈີນ-ຫວຽດນາມໄດ້ສິ້ນສຸດລົງແລະໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍ
ອີງຕາມສັນຍາທີ່ກ່ຽວຂ້ອງແລະແຜນການລັກສະນະປະຈຳປີ ຂອງກອງທັບສອງປະເທດຈີນ-ຫວຽດນາມ, ວັນທີ 28 ມິຖຸນານີ້, ການລາດຕະເວນຮ່ວມຄັ້ງທີ 34 ຢູ່ອ່າວເປີຍປູ້ຈີນ-ຫວຽດນາມໄດ້ສິ້ນສຸດລົງແລະໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍ. ໃນໄລຍະການລາດຕະເວນ, ກອງກຳປັ່ນລາດຕະເວນຮ່ວມສອງຝ່າຍໄດ້ປະສານສົມທົບກັນຢ່າງໃກ້ຊິດ, ໄດ້ສຳເລັດລາຍການຝຶກຊ້ອມທີ່ກຳນົດໄວ້ແລະໄດ້ບັນລຸຜົນຕາມທີ່ຄາດໝາຍໄວ້. ຂ່າວ: CRI-FM93