Vientiane Times Lao

ເມືອງເຟືອງ ຈະຈັດບຸນເທສະການ ສາມໝື່ນຕູບເຟືອງ ຕົ້ນເດືອນໜ້ານີ້

ອົງການປົກຄອງເມືອງເຟືອງ ແຂວງ ວຽງຈັນ ຈະຈັດບຸນເທສະການ ສາມໝື່ນຕູບເຟືອງ ໃນລະຫວ່າງວັນທີ 4-15 ທັນວາ 2022 ທີ່ຈະມາເຖີງນີ້ ຢູ່ທົ່ງນາບ້ານນາທົ່ວຂອງເມືອງ ເພື່ອເປັນການອະນຸລັກ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມ ຕະຫຼອດຮອດຕຳນານ ຫຼື ເລື່ອງເລົ່າອັນຊ່າລືຂອງຄົນລຸ້ນກ່ອນ ກ່ຽວກັບປະຫວັດຄວາມເປັນມາຂອງເມືອງເຟືອງ (ຜາທໍ່ໜໍ່ຄຳ) ໃຫ້ຢູ່ຄຽງຄູ່ກັບຊາວເມືອງເຟືອງໄປຕະຫຼອດການ…

ເລີ່ມປະຕິບັດກົດໝາຍລາດຕະເວນ ຕາມລ່ອງແມ່ນ້ຳຂອງຮ່ວມກັນລະຫວ່າງຈີນ, ລາວ, ມຽນມາ ແລະ ໄທ ເທື່ອທີ 123

ຕອນເຊົ້າວັນທີ 22 ພະຈິກ ນີ້, ເຮືອປະຕິບັດກົດໝາຍຈີນ 2 ລຳ ທີ່ເຂົ້າຮ່ວມປະຕິບັດກົດໝາຍລາດຕະເວນຕາມລ່ອງແມ່ນ້ຳຂອງຮ່ວມກັນລະຫວ່າງຈີນ, ລາວ, ມຽນມາ ແລະ ໄທ ເທື່ອທີ 123 ໄດ້ເລີ່ມອອກຈາກທ່າເຮືອຈິງຫ່າເມືອງປົກຄອງຕົນເອງເຜົ່າໄຕລື້ສິບສອງພັ່ນນາ ແຂວງຢຸນນານ ຈີນ ເຊິ່ງໝາຍຄວາມວ່າ ການລາດຕະເວນເທື່ອນີ້ ໄດ້ເລີ່ມຂຶ້ນຢ່າງເປັນທາງການແລ້ວ.…

ເຈົ້າໜ້າທີ່ຂົວມິດຕະພາບລາວ-ໄທແຫ່ງທີ 1 (ເບື້ອງໜອງຄາຍ) ຢຶດຢາເສບຕິດ 3 ປະເພດຈາກປະເທດລາວຂ້າມໄປໄທ

ເຈົ້າໜ້າທີ່ດ່ານພາສີ ເມືອງໜອງຄາຍ ປະເທດໄທ (ຂົວມິດຕະພາບລາວ-ໄທແຫ່ງທີ 1) ແລະ ພາກສ່ວນທີ່ກຽ່ວຂ້ອງສາມາດກວດຢຶດຢາເສບຕິດໄດ້ 3 ປະເພດເມື່ອມໍ່ໆມານີ້ ຊຶ່ງຢາເສບຕິດດັ່ງກ່າວປະກອບມີ ຢາບ້າຫຼາຍກວ່າ 3,8 ລ້ານເມັດ, ຢາໄອ 10 ກິໂລກຣາມ ແລະ ຢາອີ 50.000 ເມັດທີ່ຊຸກເຊື່ອງໄວ້ໃນສະແຕກນໍ້າມັນເຊື້ອໄຟ…

ໄຫຫີນສ້າງໃນສະໄໝຂຸນເຈືອງ

ໄຫຫີນ ຢູ່ແຂວງຊຽງຂວາງໄດ້ຜະລິດ ຫຼື ສ້າງໂດຍຂຸນ​ເຈືອງ ຜູ້​ເປັນ​ກະ​ສັດ​ປົກ​ຄອງ​ເມືອງ​ປະ​ກັນ (ເມືອງ​ພວນ) ໂດຍຂຸນເຈືອງ ໄດ້​ສັ່ງ​ໃຫ້​ເສ​ນາ​ອາ​ມາດ​ສ້າງ​ໄຫ​ຫີນ​ຢູ່​ສະ​ຖານ​ທີ່​ພູເກັ່ງ ຍ້ອນ​ວ່າ​ເປັນ​ພູ​ທີ່​ມີ​ຫີນ​ຫຼາຍ ເພື່ອ​ໃສ່​ເຫຼົ້າ ແລະ ສະ​ເຫຼີມ​ສະ​ຫຼອງ​ໄຊ​ຊະ​ນະ​ຈາກ​ການ​ຕໍ່​ສູ້​ກັບ​ສັດ​ຕູ. ເມື່ອ​ມາ​ຮອດ​ຊຸມ​ປີ ຄ​.ສ 1960 ໃນ​ປາງ​ສົງ​ຄາມ​ຕ້ານ​ຈັກ​ກ​ະ​ພັດ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່. ຈອມ​ພູ​ເກັງ​ແຫ່ງນີ້​ໄດ້​ກາຍ​ເປັນ​ສະ​ໜາມ​ຮົບ ແລະ ເປັນ​ເຂດ​ຍຸດ​ທະ​ສາດ​ທາງ​ດ້ານ​ການ​ທະ​ຫານ​ຂອງ​ປະ​ຊາ​ຊົ​ນ​ລາວ​ໃນ​ການ​ປົດ​ປ່ອຍ​ທົ່ງ​ໄຫ​ຫີ​ນ ຊຶ່ງ​ເພິ່ນ​ໄດ້​ເຈາະ​ຈອມ​ພູ​ດັ່ງ​ກ່າວ​ໃຫ້​ຊອດ​ກັນ​ແລ້ວ​ເທ​ເບ​ຕົງ…

ແຂວງຊຽງຂວາງ ຈະປິດການຮຽນ ການສອນໂຮງຮຽນ 19 ແຫ່ງ ໃນໄລຍະງານ ມະຫະກໍາກິລາແຫ່ງຊາດ

ອໍານາດການປົກຄອງແຂວງຊຽງຂວາງ ຈະປິດການຮຽນການສອນ ຊົ່ວຄາວໂຮງຮຽນ 19 ແຫ່ງ ໃນທົ່ວແຂວງ ທັງພາກລັດ ແລະ ເອກະຊົນ ເລີ່ມແຕ່ວັນທີ 13-25 ທັນວາ 2022, ສະເພາະໂຮງຮຽນຢູ່ພາຍໃນເທດສະບານເມືອງແປກ (ກຸ່ມ 1, 2, 3) ໂດຍ ໃຫ້ພັກຮຽນ…

ປກສ ເມືອງຄູນຄໍາ ຈັບຜູ້ຕ້ອງຫາຂົນຢາບ້າ 1 ຄົນພ້ອມຂອງກາງຢາບ້າ 26.000 ເມັດ

ເຈົ້າໜ້າທີ່ຈະລາຈອນ ປກສ ເມືອງຄູນຄໍາ ແຂວງຄໍາມ່ວນໄດ້ສະກັດຈັບຜູ້ຕ້ອງຫາຂົນຢາບ້າ 1 ຄົນ ພ້ອມຂອງກາງຢາບ້າ 13 ມັດ ເທົ່າກັບ 26.000 ເມັດ ເມື່ອມໍ່ໆມານີ້ ຢູ່ເສັ້ນທາງເລກ 8 ທາງເຂົ້າຖໍ້າກອງລໍ. ຜູ້ຕ້ອງຫາ ຊື່ທ້າວ ສີຊົ່ງ ອາຍຸ…

ຈີນ ຈະຍິງສົ່ງຍານອະວະກາດ  ບັນທຸກຄົນເຊີນໂຈ່ວ 15 ຂຶ້ນສູ່ອະວະກາດ ໃນໄວໆນີ້

ຕາມຂ່າວຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນ ໃຫ້ຮູ້ວ່າ: ວັນທີ 21 ພະຈິກນີ້, ຍານອະວະກາດບັນທຸກຄົນເຊີນໂຈ່ວ 15 ແລະ ຈະຫຼວດສົ່ງຍານຄວບຄຸມໄລຍະໄກ CZ2F-Y15 ໄດ້ຂົນສົ່ງໄປຮອດເຂດຍິງສົ່ງແລ້ວ. ປັດຈຸບັນ, ສິ່ງກໍ່ສ້າງ ແລະ ອຸປະກອນຢູ່ສູນຍິງສົ່ງແມ່ນຢູ່ໃນສະພາບປົກກະຕິດີ, ຂັ້ນຕອນຕໍ່ໄປຈະດຳເນີນວຽກງານຕ່າງໆກ່ອນການຍິງສົ່ງເຊັ່ນ:ການກວດກາສະມັດຕະພາບລາຍການຕ່າງໆ, ການທົດລອງວັດແທກຮ່ວມ ແລະ ອື່ນໆ. ຂ່າວ:…

ທ່ານຄິດວ່າການແຂ່ງຂັນບານໂລກ 2022 ນີ້ ທິມໃດຈະຄວ້າແຊ້ມໄປຄອງ?

ການແຂ່ງຂັນບານໂລກ 2022 (FIFA World Cup 2022) ຢູ່​ນະຄອນຫຼວງໂດຮາ ​ປະ​ເທດ ​ກາ​ຕາ ມີ 32 ທິມເຂົ້າຮ່ວມນັ້ນ, ທ່ານຄິດວ່າທິມເຕະບານທິມຊາດປະເທດໃດຈະຄວ້າແຊ້ມໄປຄອງ? ສະເພາະການແຂ່ງຂັນໃນມື້ວັນທີ 22 ພະຈິກ 2022 ນີ້ຍັງເປັນຮອບແບ່ງກຸ່ມ ຊຶ່ງຈະມີການແຂ່ງຂັນ 4…

ບໍລິສັດ ລາວ-ຈິນດາອຸດສາຫະກໍາ ເຊົ່າທີ່ດິນຂອງລັດ 52 ເຮັກຕາ ສ້າງຕັ້ງໂຮງງານຜະລິດໂຊດາໄຟ

ລັດຖະບານ ເຫັນດີໃຫ້ບໍລິສັດ ລາວ-ຈິນດາອຸດສາຫະກໍາ ຈຳກັດຜູ້ດຽວ ເຊົ່າທີ່ດິນຂອງລັດຈໍານວນ 52 ເຮັກຕາກວ່າ ເພື່ອດໍາເນີນໂຄງການສ້າງໂຮງງານຜະລິດປຸງແຕ່ງໂຊດາໄຟ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ. ໂດຍພິທີເຊັນສັນຍາເຊົ່າທີ່ດິນດັ່ງກ່າວ ໄດ້ລົງນາມໂດຍ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທ່ານ…

ທ່ານ ທອງລຸນ ສີສຸລິດ ເນັ້ນຫຼາຍບັນຫາໃຫ້ຄະນະພັກແຕ່ລະຂັ້ນເພື່ອຫັນປ່ຽນວຽກງານ ແນວຄິດກ້າວສູ່ຄຸນນະພາບໃໝ່

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ໂອ້ລົມຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ໃນວັນທີ 18 ພະຈິກ 2022, ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ຄະນະພັກແຕ່ລະຂັ້ນ ຕ້ອງໄດ້ແກ້ໄຂບັນດາບັນຫາເປັນຕົ້ນການສໍ້ລາດບັງຫຼວງ, ຄວາມບໍ່ດຸ່ນດ່ຽງໃນການພັດທະນາ,  ຄວາມເຫຼື່ອມລໍ້າໃນສັງຄົມ ຫຼື…