Vientiane Times Lao

ພິທີໃສ່ບາດ ສະຫຼອງ ຂົວມິດຕະພາບ ລາວ – ໄທ ແຫ່ງທີ 1 ຄົບຮອບ 30 ປີ

ພິທີໃສ່ບາດສະເຫຼີມສະຫຼອງ ການເປີດນໍາໃຊ້ ຂົວມິດຕະພາບ ລາວ – ໄທ ແຫ່ງທີ 1 ຄົບຮອບ 30 ປີ, ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ເມສາ 2024 ທີ່ຂົວດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ…

ຊາວຫຼວງພະບາງອັງເຊີນອົງພະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ

ຕອນເຊົ້າຂອງມື້ນີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນ ຊາວນະຄອນ ຫຼວງພະບາງ ແຂວງຫຼວງພະບາງໄດ້ຈັດຕັ້ງພິທີ ອາລາດຖະນາອົງພະບາງພຸດທະຣາວັນ, ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ ລົງປະດິເສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ຊາວພຸດທະສາຊະນິກະຊົນ ໄດ້ຫົດສົງໃນໂອກາດບຸນຕຸດສົງການປີໃໝ່. ພິທີອາຣາດຖະນາ ເລີ້ມຕົ້ນດ້ວຍການທໍາພິທີທາງສາສະໜາ ໂດຍມີພະເຖລານຸເຖລະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳອາລາດຖະນາອົງພະບາງ ເຄື່ອນຍ້າຍຈາກຫໍພະບາງ ໄປປະດິດສະຖານຢູ່ຫໍສົງ…

ປີໃໝ່ລາວ ພູມໃຈໃນວັດທະນະທຳລາວ ພູມໃຈໃນຄວາມເປັນລາວ

ປະເພນີບຸນປີໃໝ່ລາວເປັນປະເພນີທີ່ສືບທອດກັນມາແຕ່ບູຮານນະການ ຕິດພັນກັບຮີດ 12 ຄອງ 14 ຂອງລາວ. ບຸນປີໃໝ່ລາວຖືເປັນບຸນປາງໃຫຍ່ປະຈຳຊາດຂອງລາວ ຕິດພັນກັບວິຖີຊີວິດຂອງປະຊາຊົນລາວມາແຕ່ດົນນານ. ບຸນປີໃໝ່ລາວຖືເປັນປະເພນີ ແລະ ວັດທະນະທຳອັນງົດງາມຂອງຄົນລາວຊາວພຸດ ຖືເປັນຄວາມພາກພູມໃຈຂອງຄົນລາວກໍຄືປວງຊົນລາວທົ່ວທັງຊາດນັບແຕ່ເໜືອເຖິງໃຕ້ ຊຶ່ງໄດ້ມີການຈັດງານສະເຫຼີມສະຫຼອງງານບຸນດັ່ງກ່າວຂຶ້ນໃນທຸກໆປີໃນຂອບເຂດທົ່ວປະເທດ ເພື່ອເປັນການອະນຸລັກຮັກສາຊຸກຍູ້ສົ່ງເສີມຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດໄວ້ໃຫ້ຄົງຢູ່ຄູ່ກັບຊາດລາວຄົນລາວຕະຫຼອດໄປ. ການສະເຫຼີມສະຫຼອງງານບຸນປີໃໝ່ລາວ ຄ.ສ 2024 ມີບັນຍາກາດຄຶກຄື້ນມ່ວນຊື່ນກວ່າທຸກໆ ປີຜ່ານມາ, ມີຫຼາຍກິດຈະກຳຖືກຈັດຂຶ້ນເພື່ອກະຕຸ້ນການທ່ອງທ່ຽວໃຫ້ມີຄວາມເບີກບານມ່ວນຊື່ນດຶງດູດນັກທ່ອງທ່ຽວທັງພາຍໃນ…

ພົບຜູ້ເສຍຊີວິດ 2 ຄົນໃນລົດທີ່ເກີດອຸບັດເຫດລົດເສຍຫຼັກຕໍາຂອບທາງແລ້ວໄຟໄໝ້ລົດຢູ່ທາງດ່ວນ

ຈາກກໍລະນີທີ່ມີລົດໃຫຍ່ເກີດອຸບັດເຫດລົດເສຍຫຼັກຕໍາຂອບທາງປີ້ນອອກຂ້າງທາງແລ້ວໄຟໄໝ້ລົດຢູ່ທາງດ່ວນໃນວັນທີ 16 ເມສາ 2024 ນີ້ ເວລາປະມານ 13:15 ນາທີ ຢູ່ທາງດ່ວນ ເຂດບ້ານຫ້ວຍທົນ ເມືອງໂພນໂຮງ ແຂວງວຽງຈັນ, ອີງຕາມການລາຍງານຈາກເຈົ້າໜ້າທີ່ກູ້ໄພ ພົບວ່າໃນລົດ ມີຜູ້ເສຍຊີວິດ 2 ຄົນ ເປັນເພດຊາຍ ສັນຊາດຈີນ.

ມວນຊົນ ຮ່ວມແຫ່ພຣະພຸດທະຮູບມິ່ງເມືອງລາວສະຫຼອງປີໃໝ່ລາວ 2024

ໃນຕອນບ່າຍຂອງວັນທີ 13 ເມສາ 2024 ນີ້, ເປັນມື້ສັງຂານລ່ວງ, ເປັນມື້ທຳອິດ ຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567 ສະເພາະຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຫຼາຍກິດຈະກຳ ໂດຍສະເພາະ ກິດຈະກຳ ແຫ່ພຣະພຸດທະຮູບມິ່ງເມືອງລາວ ເພື່ອໃຫ້ມວນຊົນຊາວນະຄອນຫຼວງວຽງຈັນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ…

ນາຍົກລັດຖະມົນຕີ ສົງພະທີ່ວັດອົງຕື້ ມະຫາວິຫານ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ບັນດາການນຳພັກ-ລັດ ຕະຫຼອດຮອດມວນຊົນ ຊາວນະຄອນຫຼວງວຽງຈັນ ໄດ້ຈັດພິທີຫົດສົງພະພຸດທະຮູບ ທີ່ວັດອົງຕື້ ມະຫາວິຫານ ໃນວັນທີ 13 ເມສາ ນີ້ ຊຶ່ງເປັນວັນສັງຂານລ່ວງ, ເປັນມື້ທໍາອິດຂອງການເຮັດພິທີກໍາທາງສາສະໜາ ຕາມຮີດຄອງປະເພນີອັນດີງາມຂອງລາວເຮົາທີ່ໄດ້ປະຕິບັດກັນມາ. ວັດອົງຕື້ເປັນວັດໜຶ່ງ…

ປະທານປະເທດ ອວຍພອນມາຍັງພີ່ນ້ອງຮ່ວມຊາດ ໃຫ້ຢູ່ເຢັນເປັນສຸກ ເນື່ອງໃນໂອກາດຕ້ອນຮັບປີໃໝ່ລາວ ພ.ສ 2567

ເນື່ອງໃນໂອກາດອັນເປັນສີຣິມຸງຄຸນ ສົ່ງທ້າຍປີເກົ່າ ພ.ສ 2566 ຕ້ອນຮັບປີໃໝ່ລາວ ພ.ສ 2567, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫຼອດເຖິງພີ່ນ້ອງຄົນເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍ່ຄື…

ທິດທາງແຜນການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ປີ 2024

ປີ 2024 ນີ້, ກະຊວງ ອຄ ໄດ້ກໍານົດທິດທາງ ພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໂດຍວາງບັນດາໂຕເລກຄາດໝາຍສູ້ຊົນຕົ້ນຕໍຄື: ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ສູ້ຊົນສ້າງມູນຄ່າຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຄາດຄະເນ ໃຫ້ບັນລຸ 17.990,10 ຕື້ກີບ;…

Vietjet ເພີ່ມການບໍລິການໃໝ່ໃນປະເທດຈີນ ເຊື່ອມຕໍ່ນະຄອນໂຮ່ຈິມິນກັບຊີອານ

ທາງ​ເລືອກ​ໃໝ່​ໃນ​ການ​ເດີນ​ທາງ​ໄປ ຊີອານ, ນະຄອນຫຼວງ​ເກົ່າ​ແກ່ຂອງ​ຈີນ ດ້ວຍ​ການ​ບໍລິການ​ໃໝ່​ຂອງ Vietjet. ຄວາມຕື່ນເຕັ້ນເທື່ອໃໝ່ກຳລັງຈະເກີດຂຶ້ນເພາະວ່າ Vietjet ໄດ້ຂະຫຍາຍເຄືອຂ່າຍການບິນລະຫວ່າງຫວຽດນາມ ແລະ ຈີນເພີ່ມເຕີມອີກ, ຫຼັງຈາກການເປີດໂຕບໍລິການຖ້ຽວບິນ Shanghai ແລະ Chengdu ໃນຕົ້ນປີນີ້. ສາຍ​ການ​ບິນ​ນີ້​ຈະ​ເປັນ​ສາຍ​ການ​ບິນ​ທຳ​ອິດ​ທີ່​ຈະ​ດຳ​ເນີນ​ການ​ບິນ​ໂດຍ​ກົງ​ເຊື່ອມ​ຕໍ່​ສູນ​ກາງ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ​ນະ​ຄອນ​ໂຮ່​ຈິ​ມິນ ​ກັບ​ ນະ​ຄອນ​ຫຼວງ​ຊີ​ອານ​ ຂອງ​ຈີນ.…