Vientiane Times Lao

ຈັບໄວໜຸ່ມ 13 ຄົນ ພ້ອມຂອງກາງໃບກະທ້ອມ ແລະ ນໍ້າຢາດາທິດຊິນ

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນໄດ້ຈັບກຸ່ມແກ້ງໄວລຸ້ນ 13 ຄົນ ທີ່ເຄື່ອນໄຫວມົ້ວສຸມ ແລະ ຄ້າ-ຂາຍ ພຶດອອກລິດຕໍ່ຈິດປະສາດ (ໃບກະທ້ອມ) ເມື່ອມໍ່ໆມານີ້ ຢູ່ເຂດບ້ານ ວຽງວິໄລ ເມືອງທ່າແຂກ ແຂວງຄຳມ່ວນ ພ້ອມຂອງກາງໃບກະທ້ອມ 44 ກິໂລກຣາມ…

ພົບສົບຜູ້ເປັນຜົວແລ້ວໃນມື້ນີ້

ຈາກອຸບັດເຫດເຮືອສອງຜົວເມຍຫຼົ້ມໃນວັນທີ 2 ມີນາ 2024 ທີ່ຜ່ານມາ ຢູ່ເຂື່ອນນ້ຳປອດ ຕີນພູເຂົາຄວາຍ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເຮັດໃຫ້ ສອງຜົວເມຍຈົມນໍ້າເສຍຊີວິດ ຊຶ່ງມື້ເກີດເຫດໜ່ວຍກູ້ໄພໄດ້ພົບແຕ່ສົບຜູ້ເປັນເມຍ ແລະ ປັດຈຸບັນນີ້ ຫຼື ມື້ວັນທີ 4 ມີນາ 2024 ແມ່ນພົບສົບຜູ້ເປັນຜົວແລ້ວ.…

ເສຍຊີວິດຄາທີ່ 3 ຄົນຈາກອຸບັດເຫດລົດຕໍາກັນ 3 ຄັນຊ້ອນຢູ່ແຂວງບໍລິຄຳໄຊ

ມີຜູ້ເສຍຊີວິດຄາທີ່ 3 ຄົນ ຈາກອຸບັດເຫດລົດພ່ວງຕໍາລົດໄຖນາ ແລະ ລົດຈັກ ຫຼື ຕໍາກັນ 3 ຄັນ ຊ້ອນຢູ່ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄຳໄຊ ຊຶ່ງ ອຸບັດເຫດດັ່ງກ່າວເກີດຂຶ້ນໃນເວລາປະມານ 10:00 ໂມງ ຂອງວັນທີ 3 ມີນາ…

ບໍລິສັດ ລົດໄຟລາວ-ຈີນ ເປີດທຸລະກຳຂົນສົ່ງດ່ວນ ຂ້າມແຂວງ ຮອດພາຍໃນມື້ດຽວ ຍົກລະດັບລະລົບ ໂລຈິສຕິກລາວ

ບໍລິສັດລົດໄຟລາວ-ຈີນ ຮ່ວມມືກັບບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ເປີດທຸລະກຳຂົນສົ່ງດ່ວນ ສາມາດກະຈາຍສິນຄ້າຂ້າມແຂວງ ຕາມສະຖານີທາງລົດໄຟ ຮອດຈຸດໝາຍພາຍໃນມື້ດຽວ ຍົກລະດັບການຂົນສົ່ງໂລຈິສຕິກຂອງລາວໄປອີກຂັ້ນໜຶ່ງ. ອີງຕາມການລາຍງານຂອງບໍລິສັດລົດໄຟລາວ-ຈີນ ຈຳກັດ, ນັບຕັ້ງແຕ່ວັນທີ 20 ກຸມພາ ປີ 2024 ທີ່ຜ່ານມາ, ເປັນຄັ້ງທໍາອິດທີ່ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ເປີດບໍລິການຂົນສົ່ງພັດສະດຸຜ່ານທາງລົດໄຟລາວ-ຈີນ…

ທົ່ວປະເທດມີກຸ່ມຜະລິດພືດຜັກ 1.880 ກຸ່ມ

ທົ່ວປະເທດລາວ, ມີເຮືອນຮົ່ມສໍາລັບປູກພືດຜັກ ທັງໝົດ ປະມານ 4.435 ຫຼັງ, ມີສະຫະກອນຜະລິດພືດຜັກ ທັງໝົດ ປະມານ 6 ສະຫະກອນ ແລະ ມີກຸ່ມຜູ້ຜະລິດພືດຜັກ ທົ່ວປະເທດ ປະມານ 1.880 ກຸ່ມ (ຂໍ້ມູນຈາກ ກົມສົ່ງເສີມ ແລະ…

ລົດແທັກຊີໄຟຟ້າມີບໍລິການ ຢູ່ສະຫວັນນະເຂດແລ້ວ

ບໍລິສັດ Xanh SM Laos ໄດ້ເປີດບໍລິການ ລົດແທັກຊີໄຟຟ້າ ສີຂຽວ ຢູ່ແຂວງສະຫວັນນະເຂດ ຢ່າງເປັນທາງການ ເມື່ອວັນທີ 1 ມີນາ 2024 ທີ່ຜ່ານມາ, ພາຍຫຼັງທີ່ໄດ້ເປີດໃຫ້ບໍລິການຢູ່ນະຄອນຫລວງວຽງຈັນ ແລະ ເມືອງທ່ອງທ່ຽວວັງວຽງທີ່ຜ່ານມາ ເຊິ່ງບໍ່ພຽງແຕ່ເປັນຂີດໝາຍບາດກ້າວແຫ່ງການຈະເລີນເຕີບໂຕ ຂອງເຄື່ອງໝາຍການຄ້າ Xanh…

ປ້າຍທະບຽນຍານພາຫະນະທາງບົກ ຈາກກຳແພງນະຄອນ ຈະປ່ຽນເປັນ ນະຄອນຫຼວງວຽງຈັນ

ກະຊວງ ໂຍທາທິການ ແລະ ຂົນສົ່ງ ເລີ່ມປ່ຽນຊື່ປ້າຍທະບຽນຍານພາຫະນະທາງບົກ ຈາກກຳແພງນະຄອນ ມາເປັນ ນະຄອນຫຼວງວຽງຈັນ ນັບແຕ່່ວັຍທີ 1 ມີນາ 2024 ເປັນຕົ້ນໄປ. ລາຍລະອຽດຕ່າງໆລະບຸໄວ້ຕາມແຈ້ງການ:

ສອງຜົວເມຍ ເກີດອຸບັດເຫດເຮືອຫຼົ້ມຈົມນໍ້າເສຍຊີວິດ

ເກີດເຫດເຮືອຫຼົ້ມ ຢູ່ເຂື່ອນນໍ້າປອດ ຕີນພູເຂົາຄວາຍ ເມືອງທຸລະຄົມ ແຂວງວຽງຈັນ ໃນຕອນບ່າຍຂອງວັນທີ 2 ມີນາ 2024 ນີ້ ຊຶ່ງເຮືອດັ່ງກ່າວຂັບຂີ່ມານໍາກັນ 2 ຄົນເປັນ 2 ຜົວເມຍ ເຮັດໃຫ້ 2 ຄົນຈົມນໍ້າເສຍຊີວິດ. ປັດຈຸບັນນີ້, ເຈົ້າໜ້າທີ່ກູ້ໄພໄດ້ດຳນ້ຳຄົ້ນຫາ…

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ

ກະຊວງແຜນການ ແລະ ການລົງທຶນ ຮ່ວມ​ກັບ ກະຊວງການຕ່າງປະເທດ ແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ຂຶ້ນ​ໃນ​ວັນ​ທີ 1 ມີ​ນາ ນີ້ ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ…

 ລາວ ໄດ້ຮັບໃບຢັ້ງຢືນຫັດຖະກໍາພູມປັນຍາ ການຕໍ່າລາຍນາກ ເປັນມໍລະດົກໂລກ

ທ່ານ ນາງສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮັບໃບຢັ້ງຢືນຮັບຮອງເອົາຫັດຖະກໍາພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ ເປັນມໍລະດົກໂລກ ຢ່າງເປັນທາງການ, ໃນວັນທີ 28 ກຸມພາ 2024 ຜ່ານມານີ້ ຢູ່ສູນມໍລະດົກໂລກຂອງອົງການອຸຍແນັສໂກ ທີ່ປາຣີ ປະເທດຝຣັ່ງ, ໂດຍແມ່ນ…