Vientiane Times Lao

ລາວ-ມາເລເຊຍ ຫາລືຮ່ວມມືດ້ານການທ່ອງທ່ຽວ

ລາວ-ມາເລເຊຍ ໄດ້ຈັດກອງປະຊຸມ ປຶກສາຫາລືວຽກງານຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ສອງປະເທດ ຂຶ້ນໃນວັນທີ 24 ມັງກອນ 2024 ນີ້ ຢູ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ…

ໄຟໄໝ້ສາງເກັບມ້ຽນເຄື່ອງຄົນຈີນຢູ່ບ້ານຮ່ອງຄ້າເກີດຈາກຊ່າງຈອດເຫຼັກເຮັດມັດໄຟຟົ້ງໄປໃສ່ວັດຖຸໄໝ້ງ່າຍ

ເກີດເຫດໄຟໄໝ້ສາງເກັບມ້ຽນເຄື່ອງຂອງຄົນຈີນ ຢູ່ບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນເວລາປະມານ 15 ໂມງ ຂອງມື້ວານນີ້ ເຊິ່ງໃນສາງເກັບມ້ຽນເຄື່ອງນັ້ນແມ່ນເກັບມ້ຽນວັດຖຸໄວໄຟ ເປັນຕົ້ນແມ່ນເກີບ, ຢາງຕີນລົດ, ໝໍ້ໄຟ, ເຄືອງໂທລະສັບ ແລະ ອື່ນໆ ເຮັດໃຫ້ເຄື່ອງໃນສາງຖືກໄໝ້ໝົດ ຊຶ່ງສາເຫດເບື້ອງຕົ້ນຍ້ອນເກີດຈາກຊ່າງຈອດເຫຼັກແລ້ວເຮັດມັດໄຟຟົ້ງໄປໃສ່ວັດຖຸໄໝ້ງ່າຍແລ້ວເກີດໄຟໄໝ້ດັ່ງກ່າວ. ພາຍຫຼັງເກີດເຫດໄດ້ໃຊ້ກໍາລັງເຈົ້າໜ້າທີ່ດັບເພີງເຂົ້າມອດໄຟຈໍານວນ 50 ຄົນ…

ຂອບໃຈ! ເຈົ້າໜ້າທີ່ໄທທີ່ຊ່ວຍເປີດທາງ ແລະ ນໍາທາງໃຫ້ຄົນເຈັບເດັກນ້ອຍລາວອາຍຸ 7 ເດືອນ ໄປຜ່າຕັດຫົວໃຈຢູ່ໂຮງໝໍໄດ້ທັນເວລາ

ເຈົ້າໜ້າທີ່ຈະລາຈອນແຂວງໜອງຄາຍ ປະເທດໄທໄດ້ຊ່ວຍເປີດທາງ ແລະ ນໍາທາງນຳສົ່ງເດັກນ້ອຍລາວ ອາຍຸພຽງ 7 ເດືອນ ເຂົ້າໄປຮັບການຜ່າຕັດຫົວໃຈ ກະທັນຫັນ ເມື່ອວັນທີ 23 ມັງກອນ 2024 ທີ່ຜ່ານມາ ໃນໂຄງການຮັກສາຫົວໃຈເດັກນ້ອຍຂ້າມນ້ຳຂອງ, ເຊິ່ງໄດ້ມີການເດີນທາງຈາກແຂວງໜອງຄາຍ ໄປຍັງໂຮງໝໍຈຸລາລົງກອນ ຢູ່ກຸງເທບມະຫານະຄອນ ໂດຍມີໄລຍະທາງຫຼາຍກວ່າ 500…

ທຄຕລ ເປີດຕົວແອັບ EZyKip ຊ່ວຍນັກທ່ອງທ່ຽວທີ່ບໍ່ມີບັນຊີເງິນກີບ ສາມາດຈ່າຍເງິນກີບຜ່ານ QR Code ໄດ້

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທຄຕລ (BCEL) ໄດ້ເປີດຕົວແອັບພລິເຄຊັນ EZyKip ເພື່ອໃຫ້ນັກທ່ອງທ່ຽວທີ່ບໍ່ມີບັນຊີທະນາຄານກີບໃນລາວ ສາມາດເກັບ ແລະ ໃຊ້ຈ່າຍເງິນກີບໄດ້ ໃນຂະນະພັກຜ່ອນໃນປະເທດ ໃນໄລຍະປີທ່ອງທ່ຽວລາວ 2024. ໂດຍເມື່ອບໍ່ດົນມານີ້, ໄດ້ມີພິທີເປີດໂຕ ຜະລິດຕະພັນ EzyKip Application ຢ່າງເປັນທາງການທີ່ ໂຮງແຮມຄຣາວພລາຊ່າ,…

ລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ ຈະເດີນທາງຢ້ຽມຢາມ ສປປ ລາວ

ທ່ານ ດຣ. ວິວຽນ ບາລາຄຣິສນານ (Dr. Vivian BALAKRISHNAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 26-29 ມັງກອນ 2024, ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງທ່ານ…

ຈົ່ງລະວັງສະພາບອາກາດ ຈະໜາວເຢັນລົງ ໃນໄລຍະ 4 ວັນນີ້

ໃນໄລຍະວັນທີ 23 ຫາ 26 ມັງກອນ 2024 ນີ້, ສະພາບອາກາດ ຈະໜາວເຢັນລົງຢູ່ໃນແຕ່ລະພາກຂອງປະເທດ ເຊັ່ນ: ອາກາດຈະເຢັນລົງ 3 ຫາ 5 ອົງສາ ຢູ່ພາກເໜືອດ້ານຕາເວັນອອກ, 8 ຫາ 10 ອົງສາ…

ສປປ ລາວ ກັບ ສ ຣັດເຊຍ ມີການຮ່ວມມື ແລະ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ມີບາດກ້າວ ໃໝ່ທີ່ຕັ້ງໜ້າໃນຫຼາຍຂົງເຂດ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໂຕະມົນ ລະຫວ່າງ ພັກຣັດເຊຍເອກະພາບ ແລະ ພັກການເມືອງຂອງປະເທດອາຊຽນ ຜ່ານຮູບແບບວິດີໂອທາງໄກ ໂດຍການເປັນເຈົ້າພາບຂອງ ພັກຣັດເຊຍເອກະພາບ ພາຍໃຕ້ຫົວຂໍ້: “ບົດບາດຂອງບັນດາກຳລັງການເມືອງທີ່ມີຄວາມຮັບຜິດຊອບຂອງຣັດເຊຍ…

ງານເທດສະການອາຫານລາວ ແມ່ນກິດຈະກໍາໜຶ່ງເພື່ອສົ່ງເສີມປີທ່ອງທ່ຽວລາວປີ 2024

ງານເທດສະການອາຫານລາວ 2024 ພາຍໃຕ້ຄໍາຂວັນ ຊິມອາຫານລາວ ທ່ອງທ່ຽວລາວປີ 2024 (Tasting Lao food visit Laos year 2024) ໄດ້ຂຶ້ນລະຫວ່າງວັນທີ 23-27 ມັງກອນ 2024 ມັງກອນ ນີ້ ທີ່…

ເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ປຶກສາຫາລືຫຼາຍວຽກງານທີ່ກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ຄັ້ງທີ 59

ກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ຄັ້ງທີ 59 (59th ASEAN NTOs) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 23 ມັງກອນ ນີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ…