ຫົວຂໍ້: ລົດໄຟລາວ-ຈີນ ຈະຢຸດການ ແລ່ນ ຊົ່ວຄາວໃນມື້ອື່ນ
ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດຈະໄດ້ຢຸດແລ່ນລົດໄຟໂດຍສານທັງໝົດ ໃນວັນທີ 30 ກັນຍາ 2025 ເປັນການຊົ່ວຄາວຍ້ອນພາຍຸໄຕ້ຝຸ່ນ “ບົວລອຍ”. ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ຄາດວ່າໃນວັນທີ 28-30 ນີ້ພາຍຸໄຕ້ຝຸ່ນ “ບົວລອຍ” ຈະເຄື່ອນທີ່ຜ່ານພາກເໜືອຂອງ ສປປ ລາວ ເຊິ່ງຈະເຮັດໃຫ້ຕາມແລວທາງລົດໄຟລາວ-ຈີນຕະຫຼອດສາຍມີຝົນຕົກໜັກ…


