Vientiane Times Lao

ຢືນຢັນເປັນທາງການ! ບໍ່ມີກໍລະນີໃໝ່ ຜູ້ຕິດເຊື້ອພະຍາດ COVID-19 ໃນວັນທີ 3 ເມສາ

ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ COVID-19 ຢືນຢັນໃນຕອນບ່າຍມື້ນີ້ວ່າຢູ່ ສປປ ລາວ ບໍ່ພົບກໍລະນີໃໝ່ ພາຍຫຼັງໄດ້ເກັບຕົວຢ່າງ ຈາກກໍລະນີສົງໄສ 22 ຄົນ ມາກວດ, ມາຮອດມື້ນີ້ຈໍານວນຜູ້ຕິດເຊື້ອຍັງແມ່ນ 10 ຄົນ. ຮສ ດຣ. ພູທອນ ເມືອງປາກ…

ທ່ານ ວິໄລວົງ ບຸດດາຄໍາ ໄດ້ຮັບການແຕ່ງຕັ້ງເປັນຮັກສາການເຈົ້າແຂວງຈຳປາສັກ

ທ່ານ ວິໄລວົງ ບຸດດາຄໍາ ກຳມະການ​ສູນກາງ​ພັກ​ ກຳມະການ​ປະຈຳສະພາແຫ່ງຊາດ ປະທານກໍາມາທິການແຜນການ-ການເງິນ ແລະ ກວດສອບ ສະພາແຫ່ງຊາດ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກແຂວງ ຮັກສາການເຈົ້າແຂວງໆຈຳປາສັກ. ການແຕ່ງຕັ້ງດັ່ງກ່າວແມ່ນອີງໃສ່ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 098/ກມສພ ລົງວັນທີ 12 ມີນາ 2020 ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ແລະ…

ນາງສາວລາວ 2011 ລະດົມທຶນ, ເຄື່ອງການແພດທີ່ຈຳເປັນເພື່ອປ້ອງກັນໂຄວິດ-19 ໃຫ້ໂຮງໝໍ

ທິດາລັດ ວົງສີລິ ນາງສາວລາວ ປີ 2011 ມອບຊຸດ PPE ຈຳນວນ 10 ຊຸດ ທີ່ລະດົມໄດ້ໃຫ້ແກ່ໂຮງໝໍເມືອງພຽງ ແຂວງໄຊຍະບູລີ ເມື່ອບໍ່ດົນມານີ້ ເພື່ອໄວ້ໃຊ້ປ້ອງກັນ ແລະ ກວດຫາເຊື້ອພະຍາດ ໂຄວິດ-19 ໃນກຸ່ມແຮງງານລາວທີ່ກັບມາຈາກປະເທດໄທ. ທິດາລັດ ວົງສີລິ…

ລັດຖະບານກຽມພ້ອມທີມສຸກເສີນທາງການແພດເພື່ອປິ່ນປົວຄົນເຈັບ COVID-19

ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ຖະແຫຼງຕໍ່ສື່ມວນຊົນໃນຕອນບ່າຍວານນີ້ວ່າ ລັດຖະບານ ກຽມພ້ອມທີມແພດສຸກເສີນ ເພື່ອປິ່ນປົວຄົນເຈັບ COVID-19 ຢູ່ໂຮງໝໍສູນກາງ ແລະ ທ້ອງຖິ່ນ…

ຈໍານວນຜູ້ຕິດເຊຶ້ອພະຍາດ COVID-19 ຍັງເປັນ 10 ຄົນ, ບາງຄົນຈະໄດ້ອອກໂຮງໝໍໄວໆນີ້

ກະຊວງສາທາ ຢືນຢັນມື້ນີ້ ຈໍານວນຜູ້ຕິດເຊື້ອພະຍາດ COVID-19 ຢູ່ ສປປ ລາວ ຍັງເປັນ 10 ຄົນເທົ່າເດີມ ນີ້ຖືວ່າເປັນຂ່າວດີສໍາລັບທຸກຄົນ, ພ້ອມທັງຮຽກຮ້ອງໃຫ້ທຸກຄົນໃນສັງຄົມສືບຕໍ່ປະຕິບັດຕາມມາດຕະການປ້ອງກັນຕ່າງໆ ທີ່ລັດຖະບານໄດ້ແຈ້ງໄປແລ້ວນັ້ນຢ່າງເຂັ້ມງວດ. ປະຈຸບັນຈຳນວນ 10 ຄົນ ທີ່ໄດ້ຮັບການປີ່ນປົວ ແມ່ນມີອາການເບົາບາງ ແລະ ບາງຄົນໃກ້ຈະໄດ້ອອກໂຮງໝໍໃນໄວໆນີ້.…

ມາຮອດມື້ນີ້ ຢູ່ລາວມີຜູ້ຕິດພະຍາດ COVID-19 ເພີ່ມອີກ 1, ລວມເປັນ 10 ຄົນ

ຄະນະສະເພາະກິດ ຢືນຢັນ ມາຮອດປະຈຸບັນນີ້ ທົ່ວປະເທດມີຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 10 ຄົນ ເພີ່ມອີກ 1 ຄົນ. ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ…

ນັກລົງທຶນກໍ່ສ້າງເຂື່ອນໄຟຟ້າ ມອບລົດຮັບສົ່ງຄົນເຈັບເພຶ່ອມາຮັບໃຊ້ວຽກງານສາທາລະນະສຸກ

ພາກສ່ວນນັກລົງທຶນກໍ່ສ້າງເຂື່ອນໄຟຟ້າ​ໄດ້ ມອບລົດຮັບສົ່ງຄົນເຈັບຈຳນວນ 3 ຄັນ ມູນຄ່າ 156,000 ໂດລາສະຫະລັດ ໃຫ້ແກ່ກະຊວງສາທາລະນະສຸກ ໃນວັນທີ 31 ມີນາ 2020 ເພຶ່ອມາຮັບໃຊ້ວຽກງານດ້ານສາທາລະນະສຸກ. ລົດຈຳນວນ 3 ຄັນ ນີ້ຈະໄດ້ມອບຕໍ່ໃຫ້ສາທາລະນະສຸກແຂວງບໍລິຄຳໄຊ, ຊຽງຂວາງ ແລະ ໄຊສົມບູນ…

ໂຮງງານຜະລິດສິນຄ້າບໍລິໂພກ, ອຸປະກອນການແພດ ຍັງສາມາດ ເປີດກິດຈະການໄດ້

ໂດຍປະຕິບັດຕາມຄຳສັ່ງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ ໂຄວິດ-19 ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020, ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການໃນບໍ່ດົນມານີ້ເຖິງ ເຈົ້າຂອງໂຮງງານໃນຂອບເຂດທົ່ວປະເທດ ໃຫ້ປິດໂຮງງານ ຫຼື ປິດການດຳເນີນກິດຈະການຊົ່ວຄາວ…

ໂຄງການເຂື່ອນໄຟຟ້າເຊລະນອງ 1 ຍັງບໍ່ໄດ້ປະຕິບັດນະໂຍບາຍເທົ່າທີ່ຄວນຕາມທີ່ສັນຍາໄວ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບ

ທ່ານ ປອ ຄໍາເຜີຍ ຜັນທະຈອນ ຮອງເລຂາພັກແຂວງ ສະມາຊິກ ສະພາແຫ່ງຊາດ, ປະທານສະພາປະຊາຊົນ ປະຈຳເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງຊຸກຍູ້ຕິດຕາມເບີ່ງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ 2 ບ້ານ ຄື: ບ້ານ ລະເບົານ້ຳ ແລະ…

ແຂວງໄຊສົມບູນສົ່ງເສີມການປູກພືດເປັນສິນຄ້າ 

ການປູກພືດຜັກເປັນສິນຄ້າ ເປົ້າໝາຍຫຼັກເພື່ອຈະຫັນປ່ຽນຊີວິດການເປັນຢູ່ຂອງປະຊາຊົນຈາກການຖາງປ່າເຮັດໄຮ່ທີ່ເລື່ອນລອຍ ຢູ່ ແຂວງໄຊສົມບູນ. ທ່ານ ພົຕ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຄອບຄົວຕົວແບບກຸ່ມຜະລິດກະສິກຳອິນຊີ ຢູ່ບ້ານນໍ້າຍອນ ເມືອງອະນຸວົງ ໃນວັນທີ 8 ກຸມພາ ທີ່ຜ່ານມາ ເພື່ອຊຸກຍູ້ສົ່ງເສີມໃຫ້ປະຊາຊົນມີຄວາມກະຕືລືລົ້ນ, ຫ້າວຫັນ ໃນການພັດທະນາເສດຖະກິດຄອບຄົວ…