ໄຟໄໝ້ລາມປ່າ ແລະ ຈູດຂີ້ເຫຍື້ອຊະຊາຍແມ່ນບັນຫາຫຼັກທີ່ກໍ່ໃຫ້ເກີດມົນລະພິດ
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການໃນເມື່ອບໍ່ດົນມານີ້ ເຖິງ ບັນດາ ກະຊວງ ທີ່ກ່ຽວຂ້ອງໃຫ້ເພີ່ມທະວີໃນການປ້ອງກັນ, ຮັບມືກ່ຽວກັບໄຟໄໝ້ລາມປ່າ, ປ້ອງກັນມົນລະພິດຈາກໄຟໄໝ້ປ່າ, ຈາກການຈູດຂີ້ເຫຍື້ອ ແລະ ຈາກໂຮງງານອຸດສາຫະກໍາ ອັນເປັນສາເຫດຕົ້ນຕໍທີ່ກໍ່ໃຫ້ເກີດມົນລະພິດຝຸ່ນລະອອງຂະໜາດນ້ອຍ (PM2.5). ແຈ້ງການໄດ້ລະບຸໄວ້ວ່າ ເຫັນດີຕາມຂໍ້ສະເໜີຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນການປ້ອງກັນ, ເຝົ້າລະວັງ ແລະ ຮັບມືກັບການເກີດໄຟໄໝ້ລາມປ່າ…


