Vientiane Times Lao

ປິດສາກຢ່າງຍິ່ງໃຫຍ່! ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ເຈົ້າພາບ ແຊ້ມຫຼຽນຄຳ

​ພາຍຫຼັງການແຂ່ງຂັນອັນດຸເດືອດເປັນເວລາຫຼາຍອາທິດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນວຽງຈັນເກມ 2025” ໄດ້ປິດສາກລົງຢ່າງເປັນທາງການດ້ວຍຄວາມສຳເລັດອັນຈົບງາມໃນແລງມື້ນີ້ (25 ພະຈິກ) ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16).  ພິທີປິດໄດ້ຈັດຂຶ້ນຢ່າງສົມກຽດ ໃນວັນທີ 25 ພະຈິກ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ…

ເຊັນບົດບັນທຶກ ຄໍ້າປະກັນສະບຽງອາຫານ ຊີ້ນໝູ ຄຸ້ມຄອງລາຄາ ຜູ້ລ້ຽງມີກຳໄລ-ຜູ້ຊື້ໄດ້ລາຄາທີ່ເປັນທຳ

ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບສະມາຄົມທຸລະກິດກະສິກຳລາວ ເພື່ອສ້າງລະບົບຄວບຄຸມການຜະລິດ ແລະ ຈຳໜ່າຍສະບຽງອາຫານ ໂດຍສະເພາະຊີ້ນໝູ ທ່າມກາງວິກິດການທີ່ຜູ້ລ້ຽງຂາຍທຶນ ແຕ່ລາຄາຕາມທ້ອງຕະຫຼາດຍັງສູງຄືເກົ່າ. ການເຊັນສັນຍາດັ່ງກ່າວໄດ້ເກີດຂຶ້ນພາຍຫຼັງກອງປະຊຸມປຶກສາຫາລືທີ່ເປີດເຜີຍບັນຫາໃຫຍ່ໃນຂະແໜງການລ້ຽງສັດ ໂດຍມີຕົວແທນຈາກທຸກພາກສ່ວນ ຕັ້ງແຕ່ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກອຸດສາຫະກຳ-ການຄ້າ, ສະພາອຸດສາຫະກຳແຫ່ງຊາດ ໄປຈົນເຖິງບໍລິສັດຊີພີ, ເບທາໂກ,…

ລະເບີດແຕກໃສ່ເດັກນ້ອຍ ບາດເຈັບ​ 5 ຄົນຢູ່ແຂວງຄໍາມ່ວນ

ເມື່ອມໍ່ໆມານີ້, ລະເບີດບໍ່ທັນແຕກທີ່ຕົກຄ້າງໃນສະໄໝສົງຄາມ ໄດ້ແຕກໃສ່ເດັກນ້ອຍຊາຍ 5 ຄົນໄດ້ຮັບບາດເຈັບ (ອາຍຸ 8 ປີ 3 ຄົນ ແລະ 12 ປີ 2 ຄົນ) ຢູ່ບ້ານຫີນລັບ ເມືອງບົວລະພາ ແຂວງຄຳມ່ວນ. ໃນນັ້ນ, ເດັກນ້ອຍ…

ບຸນນະມັດສະການ ພຣະທາດອີງຮັງມີຫຼາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ

ບຸນນະມັດສະການພຣະທາດອີງຮັງ ຢູ່ແຂວງສະຫວັນນະເຂດຈະເລີ່ມເປີດງານໃນວັນທີ 30 ພະຈິກນີ້​ ແລະ ​ຈະດຳເນີນໄປຈົນຮອດວັນທີ 5 ທັນວາ 2025 ໂດຍມີຫຼາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ. ພາຍໃນງານນອກຈາກຈະມີການວາງສະແດງຈຳໜ່າຍສິນຄ້າແລ້ວ ຍັງຈະມີການສະແດງສິລະປະ-ວັນນະຄະດີ ພື້ນເມືອງຂອງປະຊາຊົນ, ຂອງນັກຮຽນ, ກ້ອນກຳລັງສິລະປະຈາກ 14 ເມືອງ ແລະ ນະຄອນໄກສອນ…

ບໍລິໂພກສິນຄ້າລອກລຽນແບບ ເປັນອັນຕະລາຍຕໍ່ສຸຂະພາບ

ພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ໄດ້ທຳລາຍສິນຄ້າລະເມີດເຄື່ອງໝາຍການຄ້າ (ສິນຄ້າລອກຮຽນແບບ) ແປ້ງນົວຍີຫໍ້ ອາຍີໂນະໂມະໂຕະ (AJINOMOTO) ເມື່ອມໍ່ໆມານີ້ ລວມມີ 169 ຖົງ ມີ 3 ຂະໜາດ ໃນນີ້, ມີຂະໜາດ 250 ກຣາມ ຈໍານວນ…

ສປປ ລາວ ແນມຫາການ ລົງທຶນຈາກ ຢຸນນານເພີ່ມຕື່ມ

ສປປ ລາວ ໄດ້ສະແດງຄວາມຕັ້ງໃຈທີ່ຈະດຶງດູດການລົງທຶນຈາກ ສປ ຈີນ ເພີ່ມຕື່ມ, ໂດຍສະເພາະຈາກແຂວງຢຸນນານ, ທາງພາກໃຕ້ທີ່ມີຊາຍແດນຕິດກັບ ສປປ ລາວ. ຄວາມພະຍາຍາມດັ່ງກ່າວ ສະແດງອອກໃນ ກອງປະຊຸມຄັ້ງທີ XV ຂອງຄະນະປະສານງານຮ່ວມມື ລະຫວ່າງ ພາກເໜືອລາວ ກັບ ແຂວງຢຸນນານ ສປ…

ລາວເຊຍລາວ! ມື້ນີ້, ທີມຊາດລາວ ພົບ ທີມຊາດກໍາປູເຈຍ ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮຸ່ນອາຍຸບໍ່ເກີນ 17 ປີ

ມື້ນີ້ເວລາ ປະມານ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວຈະພົບກັບ ທີມຊາດກໍາປູເຈຍ ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກທີ່ສະໜາມກິລາ Dostuk Arena (Besh Kungei) ປະເທດຄີກິສຖານ. ນັດທຳອິດ…

ຄົນລາວເສຍຊີວິດທັງໝົດ 374 ສົບ ຈາກທະຫານອາເມຣິກາ ເອົາຍົນມາຍິງລູກສອນໄຟໃສ່ຖໍ້າປິວ ໃນວັນທີ 24 ພະຈິກ 1968

ຖໍ້າປິວຢູ່ເມືອງຄຳ ແຂວງຊຽງຂວາງ ໄດ້ກາຍເປັນບ່ອນທ່ອງທ່ຽວຮ່ອງຮອຍປະຫວັດສາດ, ຮ່ອງຮອຍສົງຄາມ ແລະ ເປັນສະຖານທີ່ທີ່ສໍາຄັນຈາກເຫດການທີ່ປະຊາຊົນ ທັງຜູ້ເຖົ້າ ຜູ້ຍິງ ແລະ ເດັກນ້ອຍພາກັນເຂົ້າໄປຫຼົບໄພຈາກການສູ້ຮົບ ວັນທີ 24 ພະຈິກ 1968 ທະຫານອາເມຣິກາໄດ້ເອົາຍົນມາຍິງລູກສອນໄຟໃສ່ປາກຖໍ້າ ເຮັດໃຫ້ຄົນທີ່ຢູ່ໃນຖໍ້າເສຍຊີວິດທັງໝົດ 374 ສົບ ຈຶ່ງເປັນໂສກອານາດຕະກຳຖໍ້າປິວຈົນມາເຖິງປັດຈຸບັນ. ຖໍ້າປິວຕັ້ງຢູ່ເຂດເປີ້ນພູບ້ານບວມລອງ…

ເປີດ ແສນຄຳ ຄ່າເຟ່ ເປັນທາງການ ຕັ້ງຢູ່ບ້ານສີຖານໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ສວນອາຫານ ແສນຄຳ ຄ່າເຟ່ ໄດ້ຈັດພິທີເປີດ ໃຫ້ບໍລິການ ທ່ານລູກຄ້າ ຢ່າງເປັນທາງການ ເນັ້ນທ່ອງທ່ຽວແບບອະນຸລັກ ວັດທະນະທຳ. ໂດຍພິທີເປີດ ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ ທີ່ຜ່ານມາ ໃຫ້ກຽດເຂົ້າຮ່ວມ ພິທີ ໂດຍຄະນະນຳຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ບັນດາບ້ານອ້ອມຂ້າງ.…

ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຢ້ຽມຊົມ ຕໍານັກຜ້າໄໝລາວບູຮານ

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ສະເດັດລົງຢ້ຽມຊົມ ຕໍານັກຜ້າໄໝລາວບູຮານ ຢູ່ນະຄອນຫຼວງວຽງຈັນ ເມື່ອມໍ່ໆມານີ້ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ…