Vientiane Times Lao

ປະຊາຊົນເຂດພາກກາງ, ພາກໃຕ້ ແລະ ພາກເໜືອດ້ານຕາເວັນອອກກຽມຮັບມືກັບພະຍຸໝຸນເຂດຮ້ອນ ວາມກໍ (STS VAMCO)

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການເຕືອນໃນຕອນເຊົ້າວັນທີ 12 ພະຈິກ 2020 ນີ້ເຖິງປະຊາຊົນແຂວງເຊກອງ, ສາລະວັນ, ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ໄຊສົມບູນ, ຊຽງຂວາງ, ຫົວພັນ ແລະ ຫຼວງພະບາງໃຫ້ກຽມຮັບມືກັບພະຍຸ ວາມກໍ ຫົວທີ 20…

ຍົກລະດັບຄວາມຮູ້ໃຫ້ພະນັກງານນໍາ ທ່ຽວ ກຽມຕ້ອນຮັບການນໍາຂັ້ນສູງ ທີ່ຈະຂຶ້ນພິຊິດຈອມພູເບ້ຍ ໃນມໍ່ໆນີ້

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນໄດ້ຈັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ ໃຫ້ພະນັກງານ ນໍາທ່ຽວ, ຮຽນຮູ້ທົ່ວໄປກ່ຽວກັບການ ນໍາທ່ຽວ, ຮຽນຮູ້ຂໍ້ມູນສໍາຄັນທີ່ກ່ຽວພັນ ກັບພູເບ້ຍ ແລະ ຄວາມຮູ້ພື້ນຖານຂອງ ແຫຼ່ງທ່ອງທ່ຽວ ທີ່ກໍານົດເປັນຈຸດທ່ອງທ່ຽວ ລວມທັງໄດ້ຮຽນຮູ້ຊີວະນາໆພັນ, ສັດປ່າ ແລະ ອື່ນໆ ເພື່ອກຽມພ້ອມຕ້ອນຮັບການນໍາຂັ້ນສູງ…

ອຸບັດເຫດຕາມທ້ອງຖະໜົນຢູ່ທົ່ວປະເທດມີທ່າອ່ຽງເພີ່ມຂຶ້ນ

ຈໍານວນອຸບັດເຫດຕາມທ້ອງຖະໜົນ ແລະ ຈໍານວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນໃນຂອບເຂດທົ່ວປະເທດ, ສະເພາະເດືອນຕຸລາ 2020 ນີ້ມີຜູ້ເສຍຊີວິດເຖິງ 79 ຄົນ ເພີ່ມຂຶ້ນ 3 ຄົນຖ້າທຽບໃສ່ເດືອນກັນຍາທີ່ຜ່ານມາ ຊຶ່ງມີຜູ້ເສຍຊີວິດ 76 ຄົນ. ກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບໄດ້ແຈ້ງສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດວ່າ : ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດຍັງໜ້າເປັນຫ່ວງ ແລະ ມີທ່າອ່ຽງເພີ່ມຂຶ້ນເຖິງແມ່ນວ່າເຈົ້າໜ້າທີ່…

ລັດຖະບານ ກູ້ເງິນທະນາຄານໂລກ 40 ລ້ານໂດລາ ເພື່ອຊ່ວຍບັນດາທຸລະກິດ ສາມາດຟື້ນຕົວ ພາຍຫຼັງໄດ້ຮັບຜົນກະທົບຈາກໂຄວິດ-19

ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ແລະ ທະນາຄານໂລກ ໄດ້ລົງນາມສັນຍາກູ້ຢືມເງິນຈໍານວນ 40 ລ້ານໂດລາສະຫະລັດ ສະໜອງທຶນສິນເຊື່ອສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເພື່ອຊ່ວຍບັນດາທຸລະກິດສາມາດຟື້ນຕົວໃນເບື້ອງຕົ້ນ ເພື່ອຫຼຸດພົ້ນຈາກພາວະເສດຖະກິດຖົດຖອຍ, ໃນຮູບແບບການສະໜອງສິນເຊື່ອສຳລັບ MSMEs ເພື່ອໃຫ້ຜູ້ປະກອບທຸລະກິດໃນໄລຍະວິກິດແຜ່ລະບາດພະຍາດໂຄວິດ-19 ໄດ້ຟື້ນຕົວໃນເບື້ອງຕົ້ນ…

ແຂວງໄຊສົມບູນສົ່ງເສີມປະຊາຊົນປູກພຶດ-ຜັກເພື່ອທົດແທນການ ຖາງປ່າເຮັດໄຮ່ແບບເລື່ອນລອຍ

ການປູກພືດ-ຜັກເປັນສິນຄ້າແມ່ນເປົ້າໝາຍຫຼັກຂອງອໍານາດການປົກຄອງແຂວງໄຊສົມບູນເພື່ອຫັນປ່ຽນວິຖີຊີວິດຂອງປະຊາຊົນບັນດາເຜົ່າຈາກການຢຶດຖືການຖາງປ່າເຮັດໄຮ່ແບບເລື່ອນລອຍ ໃຫ້ມີອາຊີບ ແລະ ມີລາຍຮັບທີ່ຄົງທີ່ໂດຍການສ້າງກຸ່ມ ຜະລິດກະສິກໍາປອດສານພິດ. ກຸ່ມຜະລິດກະສິກຳ ປອດສານພິດບ້ານນໍ້າຍອນ ເມືອງອານຸວົງ ແຂວງໄຊສົມບູນ ກໍ່ແມ່ນກຸ່ມໜຶ່ງໃນຫຼາຍກຸ່ມພາຍໃນແຂວງ ຊຶ່ງການປູກພຶດ-ຜັກຂອງກຸ່ມດັ່ງກ່າວແມ່ນເນັ້ນໃສ່ຜະລິດກະສິກຳສະອາດ ແລະ ປອດສານພິດ ຊຶ່ງພະແນກກະສິກຳ ແລະ ປ່າໄມ້ ແຂວງ ພ້ອມດ້ວຍພາກສ່ວນທີ່ຂ້ອງ ໄດ້ແນະນຳ ແລະ…

ທ່ຽວຊົມສັດປ່າ ແລະ ຊີວະນາໆພັນທີ່ເຂດ ອະນຸລັກໂອງ-ມັ່ງແຫ່ງຊາດໃນຍຸກ ລາວທ່ຽວລາວ

ສູນອະນຸລັກລະບົບນິເວດປ່າໂຄກ ໂອງ-ມັ່ງ ເມືອງຊົນບູລີ ແຂວງສະຫັວນນະເຂດ ໄດ້ຮັບການຍົກລະດັບເປັນເຂດອະນຸລັກ ໂອງ-ມັ່ງແຫ່ງຊາດ ເມື່ອບໍ່ດົນມານີ້ ເຊິ່ງມີຈຸດປະສົງເພື່ອອະນຸລັກສັດປ່າ ແລະ ຊີວະນາໆພັນ ພ້ອມສົ່ງເສີມການທ່ອງທ່ຽວ, ສົ່ງເສີມປະຊາຊົນໃນການປັບປຸງຊີວິດການເປັນຢູ່ ໃນການປູກ-ການລ້ຽງໃຫ້ມີຄວາມຍຶນຍົງ, ເຊິ່ງໄລຍະນີ້ໄດ້ຮັບທຶນຊ່ວຍເຫຼືອຈາກອົງການສະຫະປະຊາຊາດເພື່ອການພັດທະນາ ກ່ຽວກັບການພັດທະນາພື້ນຖານໂຄງລ່າງ ເຊັ່ນ: ເຮືອນພັກ ແລະ ຫ້ອງເຮັດວຽກ ແລະ…

ປຶກສາຫາລື ກຽມຄວາມພ້ອມສ້າງທາງດ່ວນ ຫຼວງພະບາງ-ອຸດົມໄຊ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານ ຮ່ວມກັນເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ຂອງແລວທາງດ່ວນ ໄລຍະທີ III ແຕ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຫາ ເມືອງ ໄຊ ແຂວງອຸດົມໄຊ, ຊຶ່ງແລວທາງດ່ວນນີ້ຈະຜ່ານເມືອງງາເຂົ້າຫາເມືອງໄຊແຂວງອຸດົມໄຊ ມີໄລຍະທາງທັງຫມົດ 113,9 ກິໂລແມັດ, ເນື້ອທີ່ນໍາໃຊ້ທັງໝົດປະມານ 1.055 ເຮັກຕາ, ສະເພາະໄລຍະທາງທີ່ຜ່ານແຂວງຫຼວງ ພະບາງມີ…

ການຂຸດໜອງລ້ຽງປາເພື່ອເປີດບໍລິການຊິດເບັດເອົາປາກໍາລັງກາຍ ເປັນເສດຖະກິດຄອບຄົວທີ່ໄດ້ຮັບຄວາມນິຍົມ

ການຂຸດໜອງລ້ຽງປາເພື່ອເປີດບໍລິການຊິດເບັດເອົາປາແມ່ນເສດຖະກິດຄອບຄົວທີ່ກໍາລັງມີການຂະຫຍາຍຕົວຢູ່ໃນນະຄອນຫຼວງວຽງຈັນ ໂດຍສະເພາະຢູ່ເຂດເມືອງສີໂຄດຕະບອງ, ເມືອງຫາດຊາຍຟອງ ແລະ ເມືອງໄຊເສດຖາ.  ທ່ານວັນໄຊ ວັນສີສົມສຸກ ເຈົ້າຂອງໜອງປາທີ່ເປີດບໍລິການຊິດເບັດເອົາປາຢູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນໄດ້ ກ່າວກ່ຽວກັບການເຮັດ ໜອງປາເພື່ອເປີດບໍລິການຊິດເບັດຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ຄວາມຄິດລິເລີ່ມໃນການເຮັດໜອງປາດັ່ງກ່າວແມ່ນຍ້ອນວ່າຕົນເອງເປັນຄົນມັກຊິດເບັດ ແລະ ມີເນື້ອທີ່ຫວ່າງທີ່ເໝາະສົມສໍາລັບການເຮັດໜອງປາຈຶ່ງເກີດຄວາມຄິດນີ້ຂຶ້ນມາ, ກ່ອນຈະເຮັດໜອງປາແມ່ນໄດ້ເຄີຍໄປເລາະຊິດເບັດເອົາປາຢູ່ຕາມໜອງປາທີ່ເປີດບໍລິການຕ່າງໆ ຢູ່ໃນນະຄອນຫຼວງວຽງຈັນ ຊຶ່ງມີຫຼາຍກວ່າ 200 ໜອງໃນປັດຈຸບັນນີ້.…

ຈັບສອງເອື້ອຍນ້ອງທີ່ໄປ ດາວ-ເຊົ່າລົດແລ້ວໄປຂາຍຕໍ່ລວມ 18 ຄັນ

ຫ້ອງການຕໍາຫຼວດ ປກສ ນະຄອນຫຼວງວຽງຈັນແຈ້ງໃຫ້ຮູ້ເມື່ອບໍ່ດົນ ມານີ້ວ່າ: ກໍາລັງເລັ່ງຕິດຕາມຜູ້ຮ່ວມຂະບວນ ການກັບສອງເອື້ອຍນ້ອງທີ່ຫຼອກລວງ ຕົວະຕົ້ມ ໃນຮູບແບບໄປດາວ-ເຊົ່າລົດ ແລ້ວເອົາໄປຂາຍຕໍ່ແບບບໍ່ມີເອກະສານ ພາຍຫຼັງທີ່ສາມາດຈັບກຸມສອງ ເອື້ອຍນ້ອງໄດ້ແລ້ວເມື່ອບໍ່ດົນມານີ້ ແລະ ໄດ້ໃຫ້ການຊັກທອດເຖິງຜູ້ຮ່ວມຂະບວນການ. ສອງເອື້ອຍນ້ອງດັ່ງກ່າວ ຊື່ນາງຄໍາພະຈັນ ໄຊຍະວົງ (ຜູ້ເປັນນ້ອງ) ແລະ ນາງວິໄລຄໍາ ໄຊຍະວົງ…

ໄຟໄໝ້ເຮືອນ 9 ຫຼັງຢູ່ບ້ານດົງຫວາຍ ເສຍຫາຍ 1 ຕື້ 182 ລ້ານກີບ

 ເຈົ້າແຂວງສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ ແລະ ຄະນະໄດ້ມອບເຄື່ອງຊ່ວຍເຫຼືອ ແລະ ເງິນສົດໃຫ້ປະຊາຊົນ 9 ຄອບຄົວທີ່ເຮືອນຖືກໄຟໄໝ້ ຢູ່ບ້ານດົງຫວາຍ ເມືອງຊົນບູລີ ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້, ຊຶ່ງເຫດໄຟໄໝ້ດັ່ງກ່າວ ເກີດຂຶ້ນເມື່ອວັນທີ 5 ພະຈິກ 2020 ທີ່ຜ່ານມາ…