Vientiane Times Lao

ເມືອງຄໍາເກີດແຂວງບໍລິຄໍາໄຊ ຖືກກະທົບໜັກຈາກພະຍຸໄຕ້ຝຸ່ນໂມລາເວ

ພະຍຸໄຕ້ຝຸ່ນ ໂມລາເວ ໄດ້ເຮັດໃຫ້ນ້ຳຖ້ວມຢ່າງໜັກຢູ່ບ້ານນາແປ ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ສ່ວນແຂວງອື່ນໆມີແຕ່ຝົນຕົກໜັກ ແຕ່ບໍ່ເກີດນໍ້າຖ້ວມ ແລະ ມີແຕ່ແຂວງສາລະວັນທີ່ເສົາໄຟຟ້າຫັກລົ້ມຈໍານວນໜຶ່ງ  ແລະ ຫຼັງຄາເຮືອນຂອງປະຊາຊົນຈຳນວນໜຶ່ງຖືກລົມພັດໄປ. ຈາກກໍລະນີທີ່ພະຍຸໄຕ້ຝຸ່ນໂມລາເວ (TY MOLAVE) ຫົວທີ 18 ແລະ ເປັນພະຍຸຫົວທີ 6 ທີ່ເຄື່ອນພັດຜ່ານແຂວງເຊກອງ…

ຍົກລະດັບຄວາມຮູ້ດ້ານການຂຽນຂ່າວໃຫ້ແກ່ສື່ມວນຊົນທົ່ວແຂວງໄຊສົມບູນ

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ຮ່ວມກັບ ກົມສື່ມວນຊົນ ໄດ້ຈັດຊຸດຝຶກອົບຮົມ ກ່ຽວກັບການຂຽນຂ່າວ ແລະ ຜະລິດຂ່າວ ສຳລັບວິທະຍຸ ແລະ ໂທລະໂຄ່ງ, ຂ່າວໜັງສືພິມ ແລະ ສື່ສັງຄົມອອນລາຍ ໃຫ້ແກ່ສື່ມວນຊົນ ທົ່ວແຂວງໄຊສົມບູນ, ພາຍໃຕ້ຫົວຂໍ້…

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເນັ້ນໃຫ້ຄະນະພັກນະຄອນຫຼວງວຽງຈັນ ຊຸດໃໝ່ ປະຕິບັດໜ້າທີ່ໂດຍຖືເອົາຜົນປະໂຫຍດຂອງຊາດ ແລະ ປະຊາຊົນເປັນສຳຄັນ

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວເນັ້ນໃຫ້ໃນຄະນະພັກຊຸດໃໝ່ທີ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ VII ທີ່ໄດ້ປິດລົງມື້ວັນທີ 29 ຕຸລາທີ່ຜ່ານມາວ່າ:  ຕ້ອງຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຫຼັກການ,…

ກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງວຽງ ຈັນຄັດເລືອກເອົາສະຫາຍ ສິນລະວົງ ຄຸດໄພທູນ ເປັນເລຂາຄະນະພັກຊຸດໃໝ່

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນໄດ້ປ່ອນບັດຄັດເລືອກເອົາຄະນະ ບໍລິຫານງານພັກນະຄອນຫຼວງວຽງຈັນຊຸດໃໝ່ ຈໍານວນ 41 ສະຫາຍ (ຍິງ 9 ສະຫາຍ) ຈາກຜູ້ສະໝັກທັງໝົດ 46 ສະຫາຍ (ຍິງ 10 ສະຫາຍ) ແລະ ເລືອກຕັ້ງເອົາຄະນະກໍາມະ ການປະຈໍາພັກ 13 ສະຫາຍ (ຍິງ…

ລະຄອນ “ຄວາມຮັກຄວາມລັບ” ຈະອອກອາກາດທາງໂທລະ ພາບໃນວັນທີ 31 ຕຸລາ 2020 ນີ້

ລະຄອນສັ້ນເລື່ອງໃໝ່ “ຄວາມຮັກຄວາມລັບ”  (secret love ) ທີ່ຂຽນບົດໂດຍ ນັກຮ້ອງ ນັກສະແດງ ແລະ ນາຍແບບ ທ້າວຊານົນ ມະນີຜົນ ແລະ ກຳກັບໂດຍ ທ່ານຊູໂມ້ ຈັນເທວາ ຜູ້ບໍລິຫານຈາກ ທາຣາ ອາຄາເດີມີ້ ຈະເລີ່ມອອກອາກາດວັນທີ…

ຈຳນວນຜູ້ປ່ວຍໄຂ້ຍຸງລາຍເພີ່ມຂຶ້ນແຕ່ບໍ່ມີຜູ້ເສຍຊີວິດເພີ່ມ

ເປັນໄລຍະເວລາ 37 ວັນແລ້ວທີ່ ສປປ ລາວບໍ່ພົບຜູ້ເສຍຊິວິດເພີ່ມຂື້ນຍ້ອນໄຂ້ຍຸງ ລາຍ, ນັບແຕ່ວັນທີ 22 ກັນຍາ ຫາ ວັນທີ 28 ຕຸລາ 2020 ຜ່ານມາ,​ ແຕ່ຈຳນວນຜູ້ປ່ວຍໄຂ້ຍຸງລາຍຍັງສືບຕໍ່ເພີ່ມຂຶ້ນ ຊຶ່ງ ນັບແຕ່ເດືອນມັງກອນ ປີ 2020…

ຕະຫຼາດປາກຊັນຈະໃຊ້ເວລາໃນການກໍ່ສ້າງ 7 ປີ

 ບໍລິສັດ ວີເອັນແອລ ໄດ້ຮັບສຳປະທານພັດທະນາໂຄງການກໍ່ສ້າງຕະຫຼາດປາກຊັນ ຢູ່ບ້ານໂພນໄຊ ເມືອງປາກຊັນແຂວງບໍລິຄໍາໄຊ ເປັນເວລາ 50 ປີ (ສາມາດຕໍ່ສັນຍາໄດ້ຕາມການຮັບຮອງຂອງສະພາ ປະຊາຊົນແຂວງ) ຈາກລັດຖະບານແຫ່ງ ສປປ ລາວ ຊຶ່ງຈະໃຊ້ເວລາໃນການກໍ່ສ້າງ ປະມານ 7 ປີ ນັບແຕ່ປີທ້າຍປີ 2020 ນີ້…

ບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ຈະເລີ່ມໄຂຂຶ້ນຢ່າງເປັນ ທາງການໃນຕອນບ່າຍຂອງມື້ນີ້

ບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ນີ້ຈະໄດ້ໄຂຂຶ້ນຢ່າງເປັນທາງການນັບແຕ່ມື້ນີ້ວັນທີ 29 ຫາ 31 ຕຸລາ 2020 ລວມ 3 ວັນ ຊຶ່ງໃນປີນີ້ຈະເນັ້ນສະເພາະພິທີທາງສາດສະໜາ ເຊັ່ນ: ແຫ່ຜາສາດເຜິ້ງ, ພິທີແຫ່ລູກຄີ ແລະ ແຂ່ງຂັນປະເພນີຕີຄີ ແລະ ພິທີຕັກບາດ…

ລັດເລັ່ງປັບປຸງການບໍລິການຂອງແພດໝໍຢູ່ໂຮງໝໍລັດເພື່ອຫຼຸດຜ່ອນສຽງຈົມວ່າຈາກສັງຄົມ

ລັດຖະບານລາວຈະເລັ່ງໃສ່ປັບປຸງຈັນຍາບັນຂອງແພດໝໍຢູ່ໂຮງໝໍລັດ ໂດຍສະເພາະໃນວຽກງານການບໍລິການໃນດ້ານຕ່າງໆ ເຊັ່ນ: ການຕ້ອນຮັບ, ການປາກເວົ້າຂອງແພດໝໍຕໍ່ຄົນເຈັບ, ການປິ່ນປົວທີ່ມີຄຸນນະພາບ ແລະ ອື່ນໆຂອງແພດໝໍຢູ່ໂຮງໝໍລັດຈໍານວນໜຶ່ງເພື່ອຫຼຸດຜ່ອນສຽງຈົ່ມວ່າຈາກສັງຄົມ ແລະ ເພື່ອໃຫ້ເທົ່າທຽມກັບການບໍລິການຂອງແພດໝໍບັນດາປະເທດໃກ້ຄຽງ. ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານແຜນຂອງລັດຖະບານໃນການປະຕິຮູບ ແລະ ປັບປຸງໂຮງໝໍລັດ ຕໍ່ຄະນະລັດຖະບານ…

ມູນຄ່າການລົງທຶນ ປະຕິບັດໄດ້ 12, 98 ຕື້ໂດລາສະຫະລັດໃນໄລຍະ 9 ເດືອນຂອງປີ 2020

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວທີ່ກອງປະຊຸມສະໄໝສາມັນ ເທື່ອທີ10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ຕຸລາ 2020  ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ວ່າ: ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ…