Vientiane Times Lao

ເອດີບີ ສະໜອງອຸປະກອນນໍ້າປະປາ ໃຫ້ 2 ແຂວງ ພາກເໜືອ ແລະ 2 ແຂວງ ພາກໃຕ້

ທະນາຄານພັດທະນາອາຊີ (ເອດີບີ) ໄດ້ສະໜັບສະໜູນ ເງິນເກືອບ 2 ຕື້ກີບ ໃນການຈັດຫາ ແລະ ຈັດສົ່ງໝໍ້ແທກນໍ້າປະປາ ພ້ອມດ້ວຍອຸປະກອນນໍ້າປະປາ ສໍາລັບຕົວເມືອງໂຄງການກຸ່ມທີ 4 ແລະ 5 ໃນເມືອງຊໍາເໜືອ ແລະ ເມືອງສົບເບົາ ແຂວງ ຫົວພັນ, ເຂດຈຸດສຸມພັດທະນາກຸ່ມບ້ານນໍ້າຖ້ວມ…

ທ່ານ ຄຳຫລ້າ ຍອຍສາຍຄໍາ ຖືກຄັດເລືອກເປັນປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງ ຖວທ ຊຸດທີ 8

 ກອງປະຊຸມໃຫຍ່ຜູ້ແທນກໍາມະບານກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທີ່ໄດ້ຈັດຂຶ້ນເມື່ອວັນທີ 1 ຕຸລາ 2020 ຜ່ານມາ ຢູ່ຫໍວັດທະນະທໍາແຫ່ງຊາດ, ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກຳມະບານກະຊວງ ຖວທ ຊຸດທີ 8 ຈໍານວນ 13 ທ່ານ ໃນຈຳນວນຜູ້ສະໝັກເລືອກຕັ້ງທັງໝົດ…

ສທຍ ສະເໜີໃຫ້ສະຫະພາບເອີລົບປະຈໍາລາວຊ່ວຍ 4 ວຽກງານ

ສະມາຄົມນັກທຸລະກິດຍິງ (ສທຍ) ໄດ້ສະເໜີ 4 ວຽກງານໃຫ້ສະຫະພາບເອີລົບປະຈໍາລາວ (EU) ຊ່ວຍ ເນື່ອງໃນໂອກາດທີ່ ປະທານ ສທຍ ທ່ານນາງຈັນທະຈອນ ວົງໄຊ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂອງເອກອັກຄະລັດຖະທູດ ສະຫະພາບເອີລົບປະຈໍາລາວ ທ່ານນາງ Ana Marciulionnyte ພ້ອມຄະນະ ເມື່ອບໍ່ດົນມານີ້ທີ່ນະຄອນຫຼວງວຽງຈັນ.…

ຊາວພຸດຫຼັ່ງໄຫຼໄປໃສ່ບາດຢູ່ຕາມວັດຕ່າງໆ ໃນມື້ບຸນອອກພັນສາປະວໍລະນາ

ຕອນເຊົ້າຂອງມື້ນີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະຜູ້ທີ່ຖືສາດສະໜາພຸດ ຫຼື ຄົນຕ່າງປະເທດທີ່ເຫຼື້ອມໃສສັດທາໃນວັດທະນະທໍາ ແລະ ຮິດຄອງປະເພນີອັນດີງາມຂອງລາວ ຕ່າງກໍ່ພາກັນໄປໃສ່ບາດຖວາຍສັງຄະທານແດ່ພະສົງ ຢູ່ຕາມວັດຕ່າງໆໃນຂອບເຂດທົ່ວປະເທດເນື່ອງໃນໂອກາດມື້ບຸນອອກພັນສາປະວໍລະນາ 2020 ຊຶ່ງປີນີ້ກົງກັບວັນສຸກວັນທີ 2 ຕຸລາ 2020, ກົງກັບມື້ເພັງ 15 ຄໍ່າ ເດືອນ11 ພສ 2563,…

ບັນດາປະເທດ ອາຊຽນ ຮ່ວມມືກັບ ອັງກິດ ວ່າດ້ວຍ ບັນຫາ ໂຄວິດ-19

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ,​ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີຕ່າງປະເທດອາຊຽນ ສາມຝ່າຍ ແບບເປີດກວ້າງ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ອັງກິດ ວ່າດ້ວຍບັນຫາ ໂຄວິດ-19 (ASEAN Foreign Ministers’…

ລັດແຈ້ງປັບຂຶ້ນລາຄານໍ້າມັນແອັດຊັງ ແຕ່ນໍ້າມັນກາຊວນ ປັບລົງ ເລີ່ມມື້ອື່ນ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການມື້ນີ້ວັນທີ 01 ຕຸລາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດໃຫ້ປັບລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ: ໃຫ້ປັບຂຶ້ນນ້ຳມັນແອັດຊັງພິເສດ 150 ກີບຕໍ່ລິດ ແລະ ປັບຂຶ້ນນໍ້າມັນແອັດຊັງທຳມະດາ 100 ກີບຕໍ່ລິດ,…

ປະຊາຊົນ 6 ປະເທດໄດ້ຮັບຜົນປະ ໂຫຍດຮ່ວມກັນຈາກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

ຕາມຂໍ້ມູນຈາກສະຖານທູດຈີນ ໃຫ້ຮູ້ວ່າ:  ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄຫຼ​ຜ່ານ​ຈີນ, ລາວ, ມຽນ​ມາ, ໄທ, ກຳ​ປູ​ເຈຍ ​ແລະ​ ຫວຽດ​ນາມ ຊຶ່ງຖືວ່າ ປະ​ຊາ​ຊົນ 6 ປະ​ເທດດັ່ງກ່າວນີ້ ໄດ້ຮັບ ຜົນປະໂຫຍດຮ່ວມກັນ ​ແລະ ​​ຮ່ວມຊາ​ຕາ​ກຳ​ນຳ​ກັນ, ຮ່ວມ​​ສ້າງວັດ​ທະ​ນະ​ທຳ​, ຮ່ວມສ້າງ ​ບ້ານ​ເມືອງ​ທີ່​ດີ​ງາມ,…

ລັດເຫັນດີເປີດການທ່ອງທ່ຽວເປັນກຸ່ມ ເປີດຖ້ຽວບິນເໝົາລໍາ ພ້ອມທັງ ສືບຕໍ່ປະຕິບັດບັນດາມາດຕະການຕ້ານພະຍາດ ໂຄວິດ-19 ອອກໄປອີກ 1 ເດືອນ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການວັນທີ 30 ກັນຍາ ຜ່ານມານີ້ ວ່າ: ອະນຸຍາດໃຫ້ເປີດການທ່ອງທ່ຽວເປັນກຸ່ມ, ເປີດຖ້ຽວບິນເໝົາລໍາ, ຈັດງານບຸນອອກພັນສາ ປະວໍລະນາ ປະຈໍາປີ 2020 ພ້ອມທັງ ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ,ຄວບຄຸມ, ສະກັດກັ້ນ ແລະ  ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄປອີກ…

ຈີນຊ່ວຍລາວຫຼາຍດ້ານກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳ

ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳລະ​ຫ່ວາງ​ລາວ-ຈີນ ໄດ້ປະກອບ​ສ່ວນ​ອັນ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ຊຶ່ງເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ທີ່​ຈີນໄດ້​ລົງ​ທຶນ​ກໍ່​ສ້າງ ຢູ່ ສປປ ລາວ ​ເຊັ່ນ: ​ເຂື່ອນ​ໄຟ​ຟ້າ​ນ້ຳ​ງື່ມ 5, ເຂື່ອນ​ໄຟ​ຟ້າ​ນ້ຳ​ອູ​ແບບ​ຂັ້ນ​ໄດ​ເປັນ​ຕົ້ນ ​ໄດ້​ເຮັດ​ໃຫ້​ພາກ​ເໜືອຂອງ ​ລາວ​ໄດ້​ມີ​ໄຟຟ້າ ແລະ ນໍ້າເພື່ອ ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ພຽງ​ພໍ​, ຈີນຍັງໄດ້ຊ່ວຍ​ເຫຼືອລາວ​ ໃນ​ການ ກໍ່ສ້າງສູນ​ຂໍ້ມູນ ຊັບພະຍາກອນນໍ້າແຫ່ງຊາດລາວ,…

ໄທ ຊ່ວຍເຄື່ອງກວດຫາເຊື້ອໂຄວິດ-19 ແບບຄວາມດັນບວກ ຈຳນວນ 4 ເຄື່ອງໃຫ້ແກ່ລາວ

ຣາຊະອານາຈັກໄທ ມອບເຄື່ອງກວດຫາເຊື້ອໂຄວິດ-19 ແບບຄວາມດັນບວກ ຈຳນວນ 4 ເຄື່ອງ ແລະ ເຄື່ອງກວດອຸນນະພູມອັດຕະໂນມັດ ຈຳນວນ 4 ເຄື່ອງໃຫ້ແກ່ ສປປ ລາວ, ຊຶ່ງເຄື່ອງດັ່ງກ່າວແມ່ນເປັນນະວັດຕະກຳເຕັກໂນໂລຊີ ຂອງສະຖາບັນພຣະຈອມກ້າວເຈົ້າຄຸນທະຫານລາດກະບັງ. ເອກອັກຄະລັດຖະທູດລາວ ປະຈຳຣາຊະອານາຈັກໄທ, ທ່ານ ແສງ ສຸຂະທິວົງ…