Vientiane Times Lao

ຜູ້ຕິດເຊື້ອໂຄວິດ-19 ຜູ້ທີ 22 ໄດ້ປິ່ນປົວດີື ແລະ ອອກຈາກໂຮງໝໍແລ້ວ

ຜູ້ຕິດເຊື້ອພະຍາດໂຄວິດ-19 ນໍ້າເບີ ທີ 22 ຫຼື ຜູ້ທີ 22 ໄດ້ປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍແລ້ວໃນ ຕອນເຊົ້າວັນທີ 14 ກັນຍາ 2020,  ຫຼັງຈາກປິ່ນ ປົວ ຢູ່ໂຮງໝໍມິດຕະພາບນັບແຕ່ວັນທີ 13 ສິງຫາທີ່ຜ່ານ ມາ,…

ບໍລິສັດ ກຸນຈະເລີນ ສົນໃຈລົງທຶນ ປູກຂີງດໍາ, ພິກໄທ, ໝາກເຜັດ ແລະ ປູກພືດຜັກຕ່າງໆ ຢູ່ແຂວງໄຊສົມບູນ

ບໍລິສັດ ກຸນຈະເລີນ ໄຊສົມບູນ ຈໍາກັດ ຈະໃຊ້ເວລາ 18 ເດືອນ ເພື່ອສຶກສາ-ສໍາຫຼວດ ຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ໃນໂຄງການປູກຂີງດໍາ, ພິກໄທ, ໝາກເຜັດ ແລະ ປູກພຶດຜັກຕ່າງໆ ຢູ່ເຂດບ້ານທົ່ງຄູນ (ບ້ານພູແຮ່ເກົ່າ) ເມືອງອະນຸວົງ, ແຂວງໄຊສົມບູນ, ໃນເນື້ອທີ່…

ຍທຂ ນະຄອນຫຼວງ ກຽມແກ້ໄຂບັນຫານໍ້າຖ້ວມຂັງຕາມເສັ້ນທາງ

ບັນຫານໍ້າຖ້ວມຂັງຕາມເສັ້ນທາງຫຼາຍຈຸດຢູ່ນະຄອນຫຼວງວຽງຈັນຍັງແກ້ໄຂບໍ່ຕົກ ໂດຍສະເພາະເສັ້ນທາງໄຟແດງທາດ ຫຼວງ ເກີດນໍ້າຖ້ວມຂັງໃນເວລາຝົນຕົກ ຍ້ອນນ້ຳໄຫຼບໍ່ທັນ ຊຶ່ງເກີດຈາກການ ກໍ່ສ້າງ  ຫຼື ວາງທໍ່ບໍ່ໄດ້ມາດຕະຖານ. ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ (ຍທຂ) ທ່ານ ສຸລິວັນ ພົມມະຫາໄຊ ໄດ້ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ກ່ຽວກັບການແກ້ໄຂບັນຫານໍ້າຖ້ວມຂັງ ຕາມເສັ້ນທາງໃນເວລາຝົນຕົກວ່າ: ໃນລະດູແລ້ງນີ້…

10 ປະເທດອາຊຽນ ມີພຽງ 2 ປະເທດຄື: ສປປ ລາວ ແລະ ກໍາປູເຈຍ ທີ່ບໍ່ມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19

ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ໃນຂົງເຂດອາຊີ ແລະ ໃນໂລກຍັງໜ້າເປັນຫ່ວງຊຶ່ງຍັງພົບຜູ້ຕິດເຊື້ອເພີ່ມຂຶ້ນຈໍານວນຫຼາຍ ແລະ ຍັງມີຜູ້ເສຍຊີວິດໃນແຕ່ລະວັນ. ສະເພາະການລະບາດຂອງພະຍາດໂຄວິດ-19 ຢູ່ 10 ປະເທດອາຊຽນທີ່ປະກອບມີ ຟີລິບປິນ, ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ໄທ, ສິງກະໂປ, ມຽນມາ, ກໍາປູເຈຍ, ບຣູໄນ…

ຊາວພຸດຈໍານວນຫຼາຍຍັງມີຄວາມສັດທາຕໍ່ພຣະຍານາກ

ຄົນລາວສ່ວນຫຼາຍແມ່ນ ເຊື່ອຖືສາສະໜາພຸດ ແລະ ຄຽງຄູ່ກັບສາສະໜາພຸດ ແມ່ນພະຍານາກ, ເຊິ່ງສາມາດພົບເຫັນຢູ່ໃນວັດຕ່າງໆໃນຂອບເຂດທົ່ວປະເທດ. ວັດທົ່ງທາດ ພັດທະນາຮາມ ທີ່ບ້ານຫ້ອມໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍ່ແມ່ນວັດໜຶ່ງທີ່ມີຊາວພຸດຈໍານວນຫຼາຍຕ່າງພາກັນໄປກາບໄຫວ້ຍາປູ່ພຣະຍານາກ ເພາະວັດແຫ່ງນີ້ມີຮ່ອງຮອຍຂອງພຣະຍານາກໂດຍສະເພາະມີຮູ ຫຼື ແປວພຣະຍານາກທີ່ຍັງປະກົດໃຫ້ເຫັນຢູ່ວັດດັ່ງກ່າວທີ່ຕັ້ງຢູ່ແຄມນໍ້າຂອງ ກົງກັນຂ້າມກັບວັດຄໍາສະໂນດ ຂອງປະເທດໄທ ທີ່ມີຄວາມເຊື່ອເຊັ່ນກັນວ່າວັດຄໍາສະໂນດແມ່ນວັດໜຶ່ງທີ່ພົບຮ່ອງຮອຍຂອງພຣະຍານາກ. ການເຊື່ອຖືດັ່ງກ່າວບໍ່ແມ່ນສິ່ງງົມງວາຍແຕ່ແມ່ນການເຊື່ອຖື, ແມ່ນສິ່ງສັກກະລະບູຊາ…

ສະຫາຍ ປອ ໂພໄຊ ໄຊຍະສອນ ໄດ້ຖືກແຕ່ງຕັ້ງເປັນຮັກສາການເຈົ້າແຂວງສາລະວັນຜູ້ໃໝ່

ກໍາມະການສໍາຮອງສູນກາງພັກ ເລຂາພັກແຂວງ ສະຫາຍ ປອ ໂພໄຊ ໄຊຍະສອນ ໄດ້ຖືກແຕ່ງຕັ້ງເປັນ ຮັກສາການເຈົ້າແຂວງສາລະວັນຜູ້ໃໝ່ຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ໂດຍຕົກລົງໃຫ້ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສາລະວັນ (ຜູ້ເກົ່າ) ສະຫາຍສີສຸວັນ ວົງຈອມສີ ອອກພັກການ ຮັບອຸດໜູນບໍານານ. ພິທີມອບ-ຮັບ ໜ້າທີ່ຮັກສາການເຈົ້າແຂວງສາລະວັນຜູ້ໃໝ່ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ສະໂມສອນແຂວງສາລະວັນລະຫວ່າງ…

ນາຍົກລັດຖະມົນຕີເນັ້ນຫນັກໃຫ້ບໍລິສັດນະຄອນຫລວງອຸດສາຫະກໍາເຫຼັກຈໍາກັດ VSI ສືບຕໍ່ເສີມຂະຫຍາຍຈຸດດີ ແລະ ແກ້ບັນຫາ ທີ່ເປັນຕົວກົດໜ່ວງຖ່ວງດຶງການຜະລິດ

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ບໍລິສັດນະຄອນຫລວງອຸດສາຫະ ກໍາ ເຫລັກຈໍາກັດ VSI ບ້ານຊຽງຄວນ ເມືອງຫາດ ຊາຍຟອງ ນະຄອນຫລວງວຽງຈັນ ໃນວັນທີ 11 ກັນຍາທີ່ຜ່ານມາ …

ເດັກນ້ອຍ, ຄູອາຈານ ບ້ານ SOS ໄດ້ຮຽນຮູ້ກ່ຽວກັບວິທີປ້ອງກັນພະຍາດໂຄວິດ-19

ໂຄງການບ້ານຊ່ວຍເຫລືອເດັກນ້ອຍ SOS ລາວ ໄດ້ຮັບຟັງການເຜີຍແຜ່ຂໍ້ມູນຂ່າວສານ ແລະ ວິທີປ້ອງກັນການລະບາດຂອງພະຍາດ Covid-19 ຈາກວິທະຍາກອນກອນຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ລົງເຜີຍແຜ່ວຽກງານ ແລະ ວິທີຕ່າງໆໃນການປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ນ້ອງນັກຮຽນ, ພະນັກງານ, ຄູອາຈານ ແລະ ແມ່-ນ້າສາວ ທີ່ບ້ານຊ່ວຍເຫຼືອເດັກນ້ອຍ SOS ແລະ…

ຈີນ ມອບປຶ້ມ “ສີຈິ້ນຜິງ” 1000 ຫົວໃຫ້ ລາວ

ສະພາການຄ້າຈີນຕ່າງດ້າວ ປະຈຳ ສປປລາວ ໄດ້ມອບປຶ້ມ “ສີຈິ້ນຜິງ” ເຫລັ້ມ II 500 ຫົວ ແລະ ປຶ້ມ “ສີຈິ້ນຜິງ” ເຫລັ້ມ Ill 500 ຫົວ ໃຫ້ແກ່ລັດຖະບານລາວ ເພື່ອຈະແຈກຢາຍໃຫ້ຄະນະພັກ ແຕ່ລະກະຊວງ ແລະ…

ລາວ-ຮົງກາຣີ ເຊັນສັນຍາຮ່ວມມືກັນ 2 ສະບັບກ່ຽວກັບການສຶກສາ ແລະ ສະຖິຕິ

ສປປ ລາວ ແລະ ຮົງກາຣີ ໄດ້ມີການເຊັນສັນຍາ ຮ່ວມມືກັນໃໝ່ 2 ສະບັບກ່ຽວກັບວຽກງານການ ສຶກສາ ແລະ ວຽກງານສະຖິຕິເນື່ອງໃນໂອກາດ ທີ່ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ຮົງກາຣີການຢ້ຽມຢາມ ສປປ ລາວ ທ່ານ…