Vientiane Times Lao

ສວນສັດບ້ານເກີນ ຈະກາຍເປັນສູນອະນຸລັກ ແລະ ເປັນແຫຼ່ງສຶກສາ ຮຽນຮູ້ ກ່ຽວກັບ ສັດປ່າພື້ນເມືອງ

ມູນນິທິອະນຸລັກສັດປ່າລາວ ໄດ້ປັບປຸງສວນສັດບ້ານເກິນ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ກາຍເປັນສູນອະນຸລັກ ແລະ ເປັນແຫຼ່ງສຶກສາຮຽນຮູ້ ກ່ຽວກັບ ສັດປ່າພື້ນເມືອງລາວ. ປະຈຸບັນນີ້ໄດ້ເລັ່ງໃສ່ການປັບປຸງຄອກສັດ, ການສ້າງຫໍພິພິທະພັນ ວິທະຍາສາດ ທໍາມະຊາດ ແລະ ປັບປຸງແຜນງານການໃຫ້ຄວາມຮູ້ກ່ຽວກັບສັດປ່າ, ໂດຍສະເພາະ ແມ່ນການຈັດກິດຈະກໍານໍາທ່ຽວໃຫ້ສະເພາະກຸ່ມ ຫຼື ນັກທ່ອງທ່ຽວ. ສູນອະນຸລັກດັ່ງກ່າວຄາດວ່າຈະໄດ້ເປີດໃນຕົ້ນປີ…

ຖ້າຍຸງລາຍບໍ່ກັດກໍ່ຈະບໍ່ເປັນໄຂ້ຍຸງລາຍ

ກົມຄວບຄຸມພະຍາດຕິດຕໍ່ ​ກະຊວງສາທາລະນະສຸກ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງ ຮ່ວມແຮງຮ່ວມໃຈກັນ ໃນການປ້ອງກັນບໍ່ໃຫ້ຍຸງກັດ ໂດຍການນອນກາງມຸ້ງ ແລະ ທຳລາຍແຫຼ່ງເພາະພັນຂອງຍຸງເປັນປະຈຳທຸກໆອາທິດ ໃຫ້ຖືວ່າ ແມ່ນໜ້າທີ່ຮັບຜິດຊອບຂອງໝົດທຸກຄົນ. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ​ກະຊວງສາທາລະນະສຸກ ໄດ້ລາຍງານສະພາບໄຂ້ຍຸງລາຍ…

ເຄັດລັບໃນການປ້ອງກັນບັນຊີ Facebook ເເລະ ເພຈ Business ຂອງທ່ານ

ທຸກມື້ນີ້ສັງເກດໄດ້ວ່າ Facebook ເປັນທາງເລືອກໜຶ່ງທີ່ສໍາຄັນໃນການໂຄສະນາທຸລະກິດໃດໜຶ່ງ. ເກືອບວ່າທຸກໆທຸລະກິດຈະມີ ເພຈ Facebook ເປັນຂອງຕົນ, ເເລະ ເມື່ອເພຈທຸລະກິດ ນັ້ນມີການເຊື່ອມຕໍ່ກັບບັນຊີ Facebook ສ່ວນໂຕ, ຈຶ່ງເປັນປັດໄຈສໍາຄັນ ທີ່ຈະປ້ອງກັນທັງສອງບັນຊີ. ພວກເຮົາໄດ້ຮວບຮວມ ເຄັດລັບເພື່ອໃຫ້ທ່ານ ສາມາດ ກວດກາ ການເຄື່ອນໄຫວ ທີ່ຜິດປົກກະຕິ…

ຄະນະສະເພາະກິດຮຽກຮ້ອງເຖິງພໍ່ແມ່ປະຊາຊົນບັນດາເຜົ່າຢ່າຖືເບົາໃນການຕ້ານພະຍາດໂຄວິດ-19

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມື ເປັນເຈົ້າການສືບຕໍ່ຈັດຕັ້ງປະຕິບັດ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 806/ຫສນຍ, ລົງວັນທີ 29 ກໍລະກົດ 2020 ແລະ ບັນດາຂໍ້ແນະນຳຕ່າງໆ ຢ່າງຖືກຕ້ອງ ແລະ…

ບໍລິສັດ ທາງລົດໄຟລາວ-ຈີນ ມີຕໍາແໜ່ງງານໃຫ້ ບຸກຄະລາກອນລາວ 550 ຄົນ

ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ກໍາລັງຊອກຫາບຸກຄະລາກອນລາວ 550 ຕໍາແໜ່ງງານເພື່ອຈະກຽມເຂົ້າບັນຈຸເຮັດວຽກນໍາບໍລິສັດທາງລົດໄຟລາວ-ຈີນທີ່ການກໍ່ສ້າງຈະສໍາເລັດໃນປີ 2021 ນີ້. ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ສອບຄັດເລືອກເອົາບຸກຄະລາກອນ ຊຸດທີ 2 ແລະ ຊຸດທີ 3 ຢູ່ ນະຄອນຫລວງວຽງຈັນ ໃນວັນທີ…

75 ຄົນເສຍຊີວິດຍ້ອນອຸບັດເຫດ ໃນທົ່ວປະເທດ

ໃນເດືອນກໍລະກົດຜ່ານມາ, ໄດ້ເກີດອຸບັດເຫດບົນທ້ອງຖະໜົນທັງໝົດ 518 ກໍລະ­ນີ, ມີຜູ້ເສຍຊີວິດ 75 ຄົນ ໃນທົ່ວປະເທດ, ທຽບ­ໃສ່​ເດືອນ​ມິຖຸນາ ເພີ່ມຂຶ້ນ 65 ກໍລະນີ ແລະ ຜູ້​ເສຍ​ຊີ­ວິດຫຼຸດລົງ 30 ຄົນ. ພະແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໄດ້ລາຍງານໃຫ້ຮູ້ວາ່:…

ຍົກລະດັບຄວາມຮູ້ ການຄຸ້ມຄອງ, ການນຳໃຊ້ເວບໄຊໃຫ້ແກ່ພະນັກງານໂຄສະນາ ແຂວງໄຊສົມບູນ

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບການພັດທະນາເວບໄຊ, ການຄຸ້ມຄອງ, ການນຳໃຊ້ເວບໄຊ ແລະ ບຳລຸງຮັກສາຄອມພິວເຕີ-ລະບົບເຄືອຄ່າຍເອເລັກໂຕຣນິກ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມ ແຂວງໄຊສົມບູນ. ການຝຶກອົບຮົມໃນຄັ້ງນີ້ ແມ່ນແນໃສ່ເຮັດໃຫ້ພະນັກງານວິຊາການໄອທີ ຂອງຄະນະໂຄສະນາອົບຮົມແຂວງ ມີຄວາມຮູ້ຄວາມສາມາດ ທາງດ້ານການນຳໃຊ້ເວບໄຊ-ການພັດທະນາເວບໄຊ, ການພັດທະນາຄຸ້ມຄອງລະບົບເຄືອຂ່າຍອິນເຕີເນັດ ແລະ ບຳລຸງຮັກສາເຄື່ອງມືເອເລັກໂຕຣນິກ ເພື່ອເຮັດໃຫ້ການນໍາໃຊ້ລະບົບຄອມພິວເຕີມີຄວາມສະດວກວ່ອງໄວ…

ກອງປະຊຸມຄົບຄະນະກໍາມະການ ສນຊ ຄັ້ງທີ 5 ສະໄໝທີ X ປຶກສາຫາລືກັນຫຼາຍບັນຫາທີ່ສໍາຄັນ

ກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ X ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ. ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອປຶກສາຫາລື, ຜ່ານເນື້ອໃນສໍາຄັນ ແລະ ໄດ້ຮັບຟັງການປະກອບຄໍາເຫັນ ແລະ ການຄົ້ນຄ້ວາປະກອບຄໍາເຫັນຕໍ່ຮ່າງເອກະສານຈໍານວນໜຶ່ງ…

ໂຮມຊຸມນຸມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ

ການນໍາພັກ-ລັດ ຈະມີການໂຮມຊຸມນຸມໃຫ່ຍໃນມື້ວັນທີ 13 ສິງຫາ ນີ້ ຢູ່ຫໍປະຊຸມແຫ່ງຊາດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020), ຊຶ່ງກິດຈະກໍາໃນມື້ສໍາຄັນດັ່ງກ່າວຈະມີການວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ), ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນປະທານສຸພານຸວົງ, ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນປະທານໄກສອນ ພົມວິຫານ, ຮັບຊົມຮູບເງົາ 70…

ຊົນລະປະທານ 2 ແຫ່ງ ຢູ່ເມືອງສົບເບົາ ແຂວງຫົວພັນ ຄາດວ່າຈະໃຫ້ສຳເລັດປີ 2021

ໂຄງການກໍ່ສ້າງຊົນລະປະທານ 2 ແຫ່ງຄື: ຊົນລະປະທານ ຫ້ວຍຕະລາງ ບ້ານນາຈອນ ແລະ ຊົນລະປະທານ ຫ້ວຍຕະລາງ ບ້ານ ພຽງແງ, ເມືອງ ສົບເບົາ ແຂວງຫົວພັນ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2020, ຄາດວ່າທັງສອງໂຄງການຈະໃຫ້ສຳເລັດ ແລະ ເປີດນຳໃຊ້ໃນຕົ້ນປີ 2021.…