Vientiane Times Lao

ເລີ່ມປະດັບປະດາທຸງຊາດ ແລະ ທຸງພັກ ເພື່ອຂໍ່ານັບ ຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ

ວັນຊາດທີ 2 ທັນວາ ເປັນອີກໜຶ່ງວັນທີ່ມີຄວາມໝາຍ-ຄວາມສຳຄັນຫຼາຍ ແລະ ເປັນວັນເອກອ້າງຂອງປວງຊົນລາວທັງຊາດ. ເພື່ອເຮັດໃຫ້ວັນດັ່ງກ່າວມີຄວາມໝາຍ-ຄວາມສຳຄັນເລິກເຊິ່ງ ໃນໂອກາດວັນສຳຄັນດັ່ງກ່າວ ຈະເຫັນໄດ້ວ່າຢູ່ຕາມສະຖານທີ່ຕ່າງໆ ກໍຈະມີການປະດັບປະດາເອຍ້ອງ, ສ້າງຂະບວນການຕ່າງໆ, ມີຫຼາກຫຼາຍກິດຈະກຳ ເພື່ອຂໍ່ານັບຮັບຕ້ອນ, ກະກຽມການສະເຫຼີມສະຫຼອງວັນດັ່ງກ່າວ. ແນວໃດກໍຕາມ ທຸກຊັ້ນຄົນໃນສັງຄົມ ຈົ່ງພ້ອມກັນ ຂໍ່ານັບຮັບຕ້ອນວັນຊາດຄົບຮອບ 48 ປີໃກ້ມາເຖິງນີ້…

ກຽມພົບກັບງານບຸນມະໂຫລານສົ່ງເສີມການອ່ານ ຄັ້ງທີ 4  ໄວໆນີ້

ຄົນມັກອ່ານທັງຫຼາຍ ກຽມພົບກັບງານບຸນມະໂຫລານສົ່ງເສີມການອ່ານຄັ້ງທີ 4 ຈະຈັດຂຶ້ນໃນລະຫວ່າງວັນທີ 27 ພະຈິກ 2023 ຫາ ວັນທີ 3 ທັນວາ  2023 ທີ່ສູນການຄ້າວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ. ພາຍໃນງານປຶ້ມອ່ານຄັ້ງນີ້ ຈະມີປຶ້ມອ່ານໃໝ່ ມາວາງສະແດງຈາກພາກລັດ ແລະ ເອກະຊົນພາຍໃນປະເທດ ແລະ…

ລາວ-ໄທ ຈັດກິດຈະກຳຍ່າງ-ແລ່ນຂ້າມນ້ຳຂອງ ເພື່ອສົ່ງເສີມການທ່ອງທ່ຽວ

ອົງການປົກຄອງແຂວງ ຄໍາມ່ວນ ສປປ ລາວ ຮ່ວມກັບ ແຂວງ ນະຄອນພະນົມ ແຫ່ງຣາຊະອານາຈັກໄທ ຈັດກິດຈະກຳຍ່າງ-ແລ່ນຂ້າມຂອງ ເພື່ອສົ່ງເສີມການທ່ອງທ່ຽວສອງຝັ່ງແມ່ນໍ້າຂອງ ແຂວງຄຳມ່ວນ-ນະຄອນພະນົມ, ຈັດຂຶ້ນໃນວັນທີ 12 ພະຈິກ 2023 ຜ່ານມານີ້ ໂດຍເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ…

ຊາວແຂວງຫຼວງພະບາງ ຈະໄດ້ຮັບການຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າໃຊ້ຈ່າຍ

ບັນດາທ່ານຊາວແຂວງຫຼວງພະບາງ ໃຜມີບັນຫາສາຍຕາແກ່ນຕາຂຸ້ນ ຈະໄດ້ຮັບການຜ່າຕັດໂດຍບໍ່ເສຍຄ່າໃຊ້ຈ່າຍ, ເລີ່ມວັນທີ 6 ພະຈິກ 2023 ຫາ 21 ທັນວາ 2023 ເວລາ 8:30 ເປັນຕົ້ນໄປ ຢູ່ທີ່ໂຮງໝໍ ບໍລິເວນ 107 ກອງທັບ ນະຄອນຫຼວງພະບາງ ແຂວງຫຼວງພະບາງ,…

ໂຮງໝໍແຂວງ​ຈໍາປາສັກ​ ຜ່າຕັດແກ່ນຕາຂຸ້ນ ໃຫ້ປະຊາຊົນ​ ໂດຍບໍ່ເສຍຄ່າ

ຂະແໜງ​ຕາ​ ໂຮງໝໍແຂວງ​ຈໍາປາສັກ​ ໄດ້ຜ່າຕັດແກ່ນຕາຂຸ້ນ ເມື່ອມໍ່ໆມານີ້ ໃຫ້ປະຊາຊົນ​ ໂດຍບໍ່ເສຍຄ່າ ເພື່ອສະເຫຼີມສະຫຼອງວັນສາຍຕາໂລກ​ ວັນທີ​ 10 ຕຸລາ​ ໂດຍໄດ້ຮັບການສະໜັບສະໜູນຈາກ ມູນນິທິ​ CBM​ Global​. ໃນໄລຍະ​ 2 ວັນຂອງກິດຈະກໍາດັ່ງກ່າວ ​ ມີຄົນ​ເຈັບມາກວດກາສາຍຕາທັງໝົດ 96​…

9 ເດືອນ ນັກທ່ອງທ່ຽວໃນຫຼວງພະບາງເພີ່ມຂຶ້ນ 121% ທຽບໃສ່ປີກ່ອນ

ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ກ່າວວ່າ ໃນໄລຍະ 9 ເດືອນ ຂອງປີ 2023 ມີນັກທ່ອງທ່ຽວທັງໝົດ 779.811 ເທື່ອຄົນ ທຽບໃສ່ໄລຍະດຽວກັນແມ່ນພີ່ມຂຶ້ນ 427.738 ເທື່ອຄົນ, ເທົ່າກັບ 121,49%…

ຊາພັນປີເມືອງເມິງ 90% ແມ່ນສົ່ງອອກໄປເອີຣົບ

ຊາພັນປີເມືອງເມິງ ແຂວງບໍ່ແກ້ວ  90% ແມ່ນສົ່ງອອກໄປບັນດາປະເທດເອີຣົບ ເພື່ອໄປຜະລິດເປັນ ວາຍຊາ ແລະ 10% ແມ່ນຕະຫຼາດພາຍໃນ. ຊາພັນປີແມ່ນຊາທີ່ເກີດຕາມທຳມະຊາດມີສັບພະຄຸນແມ່ນດີຕໍ່ສຸຂະພາບ ແລະ ຕິດພັນກັບວັດທະນະທຳ, ຮີດຄອງປະເພນີ ຂອງເຜົ່າອາຄາ ມາຕັ້ງແຕ່ດົນນານ, ການສ້າງຕັ້ງສະຫະກອນຜະລິດຊາ ຢູ່ບ້ານໂພນສະຫວ່າງ ເມືອງເມິງ ແມ່ນເພື່ອເປັນການກະຈາຍລາຍໄດ້ໃຫ້ແກ່ປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວ, ທັງເປັນການຍົກລະດັບຊາພັນປີ…

ໄຊຍະບູລີ ມີ​ຜູ້​ເສຍ​ຊີ​ວິດ 2 ຄົນ​ແລ້ວ ​ຍ້ອນ​ໄຂ້​ຍຸງ​ລາຍ

ມາຮອດປະຈຸບັນ ໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງ ເພີ່ມຂຶ້ນເລື້ອຍໆໃນທົ່ວປະເທດ ແລະ ຍັງ​ມີ​ກໍ​ລະ​ນີ​ຜູ້​ເສຍ​ຊີ​ວິດ​ເພີ້ມ​ຂື້ນ​ຢ່າງ​ຕໍ່​ເນື່ອງ, ໂດຍ​ສະ​ເພາະ​ຢູ່​ແຂວງໄຊຍະບູລີ ມີຜູ້ປ່ວຍໄຂ້ຍຸງລາຍແລ້ວ 1.876 ກໍລະນີ ແລະ ​ເສຍ​ຊີ​ວິດ 2 ຄົນ​ແລ້ວ,​ ໃນນັ້ນເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ (ເພດຍິງ ອາຍຸ 6…

ບໍລິສັດຍອດງື່ມ ພາວເວີ້ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ

ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ໄດ້ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງ ແລະ ຜະລິດຈາກໂຮງງານປຸງແຕ່ງນໍ້າມັນຍອດງື່ມພາວເວີຂອງບໍລິສັດຍອດງື່ມພາວເວີມະຫາຊົນ ເປັນຄັ້ງທຳອິດ ເຊິ່ງມີລາຄາທີ່ຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ. ຕາມການໃຫ້ສໍາພາດຂອງ ທ່ານ ສົມຫວັງ ຄຸຣຸລັດ ຜູ້ອຳນວຍການໃຫຍ່ບໍລິສັດຍອດງື່ມພາວເວີມະຫາຊົນ ຕໍ່ສື່ມວນຊົນຂອງແຂວງຊຽງຂວາງ ໃນວັນທີ 12 ກັນຍາ…

ອຸຕຸເຕືອນ! ປະຊາຊົນເມືອງຈໍາພອນ ໃຫ້ມີສະຕິລະມັດລະວັງຝົນຕົກໜັກ ແລະ ສະພາບນໍ້າຖ້ວມ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກມາແຈ້ງເຕືອນ ປະຊາຊົນ ເຂດເມືອງ ຈຳພອນ ແຂວງສະຫວັນນະເຂດ ໃຫ້ລະວັງ ຝົນຕົກໜັກ ແລະ ສະພາບນໍ້າຖ້ວມ ພ້ອມທັງໃຫ້ສືບຕໍ່ເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ ບ່ອນທີ່ປອດໄພ. ໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານສະພາບອາກາດປະຈໍາວັນທີ…