Vientiane Times Lao

ຮອງເຈົ້າແຂວງສະຫວັນນະເຂດ ລົງຕິດຕາມ ແລະ ຊຸກຍູ້ໂຄງການພັດທະນາໄຟຟ້າພະລັງງານລົມ ຢູ່ເມືອງເຊໂປນ

ທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການກ່ຽວຂ້ອງ ໄດ້ລົງເຄື່ອນໄຫວ ຕິດຕາມຄວາມຄືບໜ້າ ໂຄງການພັດທະນາໄຟຟ້າ ພະລັງງານລົມ ຂອງ 2 ບໍລິສັດ ທີ່ພວມລົງມືທົດລອງ ຈັດຕັ້ງປະຕິບັດ ຢູ່ເຂດຈຸດສຸມລະໂກ ເມືອງເຊໂປນ ຊຶ່ງໃນວັນທີ່ 6 ມິຖຸນາ 2023…

ນະຄອນໄກສອນ ພົມວິຫານ ກຽມສົ່ງເສີມ 4​ຜະລິດຕະພັນ ໃຫ້ນຳໃຊ້ກາໝາຍໂອດອບແຫ່ງຊາດ 

ອຳນາດການປົກຄອງນະຄອນໄກສອນ ພົມວິຫານໄດ້ລົງພື້ນທີ່ກວດກາ ແລະ ຊຸກຍູ້ 4 ຜະລິດຕະພັນໃນທ້ອງຖິ່ນໄດ້ແກ່ ນ້ຳສະໝຸນໄພໃບໜາດ,ວາຍໝາກໄມ້,ເຂົ້າໂຂບ ແລະ ຟາມລ້ຽງໄກ່ລາດນາກາ ເພື່ອສະເໜີຂໍນຳໃຊ້ກາໝາຍໂອດອບ   ຜະລິດຕະພັນແຫ່ງຊາດ. ອີງຕາມການລາຍງານຂອງຫ້ອງການ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ໄກສອນ ພົມວິຫານ, ຂະບວນການລົງໄປຊຸກຍູ້ສົ່ງເສີມຄັ້ງນີ້…

ຍັງບໍ່ຮູ້ສາເຫດທີ່ຄົນຮ້າຍຄາດຕະກຳ 3 ສົບ ທີ່ແຂວງຊຽງຂວາງ

 ເກີດເຫດຄົນຮ້າຍເຂົ້າໄປຄາດຕຳກຳພໍ່ແມ່ລູກ ເສຍຊີວິດລວມ 3 ຄົນ ຢູ່ເມືອງໜອງແຮດ ແຂວງຊຽງຂວາງ ເມື່ອ ວັນທີ 4 ມິຖຸນາ 2023 ທີ່ຜ່ານມາ, ສ່ວນລູກສາວອາຍຸ 12 ປີແມ່ນລອດຊີວິດ ຍ້ອນວ່າຕື່ນມາພໍດີໃນໄລຍະທີ່ຄົນຮ້າຍກໍາລັງກໍ່ເຫດ ແລ້ວໄດ້ແລ່ນເຂົ້າໄປໃນປ່າ. ຄອບຄົວຜູ້ເສຍຊີວິດແມ່ນ ຢູ່ບ້ານໜອງຂຽວ, ເມືອງໜອງແຮດ,…

ເຈົ້າຂອງລົດກະບະຮຸນໄດ ຕຳລົດຈັກແລ້ວໜີ 4 ວັນຕໍ່ມາຖືກຈັບ

ເກີດອຸບັດເຫດ ລົດກະບະຮຸນໄດ ຕຳລົດຈັກ ເມື່ອວັນທີ 29 ພຶດສະພາ 2023 ທີ່ຜ່ານມາ ຢູ່ເຂດບ້ານຫຼັກ 48, ເມືອງປາກຊ່ອງ, ແຂວງຈຳປາສັກ ຊຶ່ງພາຍຫຼັງເກີດອຸບັດເຫດເຈົ້າຂອງລົດໄດ້ຂັບລົດເອົາຕົວຫຼົບ ໜີແຕ່ປ້າຍລົດຜູ້ກ່ຽວພັດຕົກເຫ່ຍຢູ່ຈຸດເກີດເຫດ ຊຶ່ງປ້າຍທະບຽນດັ່ງກ່າວແມ່ນ ກນ 5286 ກຳແພງນະຄອນ. ຮອດວັນທີ 1…

ຄົນລາວເສຍຊີວິດເພີ່ມຂຶ້ນຈາກ 13 ຄົນ/ວັນ ເປັນ 18 ຄົນ/ວັນຈາກພະຍາດທີ່ເກີດຈາກຢາສູບ

ທົ່ວໂລກມີຜູ້ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບປີໜຶ່ງເຖິງ 8 ລ້ານຄົນ/ປີ ແລະ ປະຊາຊົນລາວເສຍຊີວິດເຖິງ 6.700 ຄົນ/ປີ ຫຼື ສະເລ່ຍ 18 ຄົນຕໍ່ວັນ. ເມື່ອເບີ່ງຕົວເລກຜູ້ເສຍຊີວິດຈາກພະຍາດຢາສູບຢູ່ ສປປ ລາວແລ້ວພົບວ່າ ມີການເພີ່ມຂຶ້ນຈາກ 13 ຄົນ/ວັນໃນຫຼາຍປີທີ່ຜ່ານມາ ເປັນ 18 ຄົນ/ວັນໃນປັດຈຸບັນ.…

ໂຮງງານກັ່ນນໍ້າມັນເຊື້ອໄຟຢູ່ແຂວງຄໍາມ່ວນຈະເລີ່ມທົດລອງໃນເດືອນພະຈິກ 2023 ຫາ ເດືອນມັງກອນ 2024 ນີ້

ໂຮງງານກັ່ນນໍ້າມັນ ຢູ່ທີ່ເຂດເສດຖະກິດພິເສດທ່າແຂກ ແຂວງຄໍາມ່ວນມີແຜນຈະເລີ່ມທົດລອງການຜະລິດໃນເດືອນພະຈິກ 2023 ຫາ ເດືອນມັງກອນ 2024 ທີ່ຈະມາເຖິງນີ້ ພາຍຫຼັງສໍາເລັດການທົດລອງຈະເລີ່ມມີການຜະລິດນໍ້າມັນໃນປີ 2024, ນັ້ນໜາຍຄວາມວ່າປະຊາຊົນລາວຈະໄດ້ຊົມໃຊ້ນໍ້າມັນເຊື້ອໄຟທີ່ຜະລິດພາຍໃນປະເທດໃນປີໜ້ານີ້. ໂຮງງານດັ່ງກ່າວເປັນໂຮງກັ່ນນໍ້າມັນດິບຂະໜາດນ້ອຍ ທີ່ມີກໍາລັງການຜະລິດປະມານ 6-10 ລ້ານລິດ/ເດືອນ ແລະ ສາມາດເພີ່ມກໍາລັງການຜະລິດໄດ້ດ້ວຍການເພີ່ມຊຸດຫໍກັ່ນ, ລະບົບນໍ້າມັນທີ່ໄດ້ ຄາດວ່າຈະຜະລິດນໍ້າມັນແອັດຊັງໄດ້ 540.000-900.000…

 ນາຍົກລັດຖະມົນຕີ ຮ່ວມປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ທີ່ແຂວງ ອັດຕະປື

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມພິທີປູກຕົ້ນໄມ້ ກັບຄະນະນໍາແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ວັນເດັກນ້ອຍສາກົນໃນຕອນເຊົ້າວັນທີ 1 ມິຖຸນາ 2023 ທີ່ແຂວງອັດຕະປື.…

 ແຂວງບໍລິຄຳໄຊ-ຈັງຫວັດໜອງຄາຍ ສືບຕໍ່ເພີ່ມທະວີຮັກສາຄວາມ ສະຫງົບຕາມຊາຍແດນ 

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທລະຫວ່າງແຂວງບໍລິຄຳໄຊ -ຈັງຫວັດໜອງຄາຍ ຄັ້ງທີ 14 ໄດ້ຈັດຂຶ້ນໃນ ວັນທີ 30 ພຶດສະພາ 2023 ຜ່ານມານີ້, ທີ່ອໍາເພີເມືອງ ໜອງຄາຍ ຈັງຫວັດໜອງຄາຍ ຣາຊະອານາຈັກໄທ, ຝ່າຍແຂວງບໍລິຄຳໄຊນຳໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ປະທານຄະນະກຳມະການຮ່ວມມື…

 ກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ໃຊ້ ຢູ່ເຂດເມືອງສີສັດຕະນາກ

ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ມີການສ້ອມແປງປ່ຽນຖ່າຍທໍ່ນໍ້າປະປາ ຂະໜາດ DN 250 DIP ເພື່ອເພີ້ມແຮງດັນນໍ້າ ຢູ່ເຂດບ້ານຈອມເພັດໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃນວັນທີ 31 ພຶດສະພາ 2023 ນີ້ ເລີ່ມແຕ່ 09:00ໂມງ ຫາ…

ຄວາມເຂົ້າໃຈຜິດກ່ຽວກັບຢາສູບໄຟຟ້າ ໄດ້ມອມເມົາໄວໜຸ່ມ ແລະ ສ້າງຄ່ານິຍົມຜິດໆໃຫ້ກັບສັງຄົມ

ປັດຈຸບັນ ການນຳໃຊ້ຢາສູບໄຟຟ້ານັ້ນ ມີທ່າອ່ຽງທີ່ເພີ່ມຂຶ້ນເລື້ອຍໆ ທັງໃນ ສປປ ລາວ ເອງ ແລະ ຕ່າງປະເທດ ແລະ ການພົບເຫັນໄວໜຸ່ມ ຫຼື ປະຊາຊົນ ນຳໃຊ້ຢາສູບໄຟຟ້າ ຕາມສະຖານທີ່ສາທາລະນະ ນັ້ນກາຍເປັນເລື່ອງທຳມະດາໄປແລ້ວ ເນື່ອງຈາກຄ່ານິຍົມ ແລະ ຄວາມເຊື່ອຜິດໆ ທີ່ມີກຸ່ມຄົນ…