ເກີດຝົນຕົກຢ່າງຕໍ່ເນື່ອງຢູ່ຟີລິບປິນ, ເຮັດໃຫ້ມີຜູ້ປະສົບໄພຫຼາຍກວ່າ 3 ໝື່ນຄົນ
ວັນທີ 25 ທັນວາ 2022, ຄະນະກຳມະການບັນເທົາໄພພິບັດແຫ່ງຊາດຟີລິບປີນ ເປີດເຜີຍໃຫ້ຮູ້ວ່າ: ຍ້ອນຝົນຕົກຢ່າງຕໍ່ເນື່ອງ ເຮັດໃຫ້ປະຊາຊົນຢູ່ເຂດວິີຊາຢັສຕາເວັນອອກຂອງຟີລິບປີນ ຫຼາຍກວ່າ 3 ໝື່ນຄົນປະສົບໄພ, ມາຮອດປັດຈຸບັນມີ 6 ຄົນຫາຍສາບສູນ. ອີງຕາມບົດລາຍງານຂອງຄະນະກຳມະການບັນເທົາໄພພິບັດແຫ່ງຊາດຟີລິບປີນສະບັບຫຼ້າສຸດ ໃຫ້ຮູ້ວ່າ, ໃນຈຳນວນ 6 ຄົນທີ່ຫາຍສາບສູນ, ມີ…