ຜູ້ປະກອບການລົດໄຟຟ້າ ເພີ່ມລົດຕື່ມອີກ 5 ຄັນ ລວມເປັນ 30 ຄັນ ເພື່ອຮັບໃຊ້ນັກທ່ອງທ່ຽວ ຂຶ້ນ-ລົງ ຕາດກວາງຊີ
ຜູ້ປະກອບການລົດໄຟຟ້າ ແຂວງຫຼວງພະບາງ ໄດ້ເພີ່ມລົດເຂົ້າຕື່ມອີກ 5 ຄັນ ລວມເປັນ 30 ຄັນ ເພື່ອເຮັດໃຫ້ການບໍລິການຮັບ-ສົ່ງ ນັກທ່ອງທ່ຽວຂຶ້ນ-ລົງຕາດກວາງຊີ ມີຄວາມເປັນລະບຽບ ຮຽບຮ້ອຍ ແລະ ຮັບປະກັນການບໍລິການ ໃຫ້ພຽງພໍ. ສາເຫດການເພີ່ມລົດ ເພື່ອຮັບໃຊ້ນັກທ່ອງທ່ຽວ ຄັ້ງນີ້, ເນື່ອງຈາກເຫດການທີ່ສື່ອອນໄລລົງຂ່າວຕາມໂຊຊຽວມີເດຍຕ່າງໆໃນຕົ້ນເດືອນນີ້ ທີ່ເຫັນນັກທ່ອງທ່ຽວຍາດກັນຂຶ້ນລົດໄຟຟ້າ…