ໄຟຟ້າລາວຕັ້ງໜ້າແກ້ໄຂສະພາບໄຟຟ້າທີ່ຖືກ ກະທົບຈາກໄພນໍ້າຖ້ວມຢູ່ ນະຄອນຫຼວງວຽງຈັນ
ອີງຕາມການລາຍງານຂໍ້ມູນຂອງ ບໍລິສັດໄຟຟ້າລາວ ໃນໄລຍະເກີດໄພນໍ້າຖ້ວມຢູ່ບາງເມືອງ, ບາງເຂດຢູ່ນະຄອນ ຫຼວງວຽງຈັນ, ບໍລິສັດໄຟຟ້າລາວ ໄດ້ຈັດກໍາລັງລົງໄປແກ້ໄຂ ເຫດການໄຟຟ້າຂັດຂ້ອງຢູ່ເຂດປະສົບໄພນໍ້າຖ້ວມທັງຈັດ ຕັ້ງກັນເວນຍາມທັງເວັນ ແລະ ຄືນ ຊຶ່ງສາມາດແກ້ໄຂ ບັນຫາໄຟຟ້າຂັດຂ້ອງໄດ້ສໍາເລັດ. ເດັ່ນກວ່າໝູ່ແມ່ນສາມາດ ຍົກຍ້າຍໝໍ້ນັບໄຟ, ປົດຕາຂ່າຍ 0,4 ກວ, ປົດຟິວ ຕາຂ່າຍ…