Vientiane Times Lao

ບໍລິສັດ ຈັນດາລາຈຳກັດຊະນະການປະມູນໂຄງການກໍ່ສ້າງເຮືອນສູບນໍ້າດິບ ຂອງບໍລິສັດນໍ້າປະປາ DKLS

ບໍລິສັດ ຈັນດາລາຈຳກັດຊະນະການປະມູນໂຄງການກໍ່ສ້າງເຮືອນສູບນໍ້າດິບຂອງບໍລິສັດນໍ້າປະປາ DKLS ທີ່ຕັ້ງຢູ່ບ້ານ ນາແກ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເຊິ່ງຈະເປັນອາຄານທີ່ສາມາດ ບັນຈຸຈັກສູບນໍ້າດິບທີ່ມີກຳລັງແຮງໃນການສູບນໍ້າຈາກນໍ້າຂອງ ມາຜະລິດເປັນນໍ້າປະປາ ຮັບໃຊ້ພາຍໃນເຂດນະຄອນໄກສອນ ພົມວິຫານ ວັນລະ 43,2 ລ້ານລິດຕໍ່ວັນ. ພິທີປະມູນໂຄງການດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ບໍລິສັດນໍ້າປະປາ DKLS ໂດຍມີສາມບໍລິສັດທີ່ເຂົ້າຮ່ວມປະມູນ…

ຍິງຄົນເສຍຊີວິດຍ້ອນຄິດວ່າແມ່ນໝູປ່າ

ເຫດຍິງຄົນຄິດວ່າແມ່ນສັດປ່າເປັນເຫດການທີ່ເກີດຂຶ້ນເລື້ອຍໆ ເຊັ່ນ: ຫຼົງຍິງໝູ່ທີ່ໄປລ່າສັດປ່ານໍາກັນ, ຍິງຄົນຫາເຄື່ອງປ່າຂອງດົງ ແລະ ກໍລະນີອື່ນໆ. ດັ່ງເຫດການທີ່ເກີດຂຶ້ນເມື່ອທ້າຍເດືອນກຸມພາ 2021 ທີ່ຜ່ານມາ, ທ້າວ ມືຕິ ອາຍຸ 32 ປີ ປະຊາຊົນບ້ານນ້ຳມະ ເມືອງລອງ ແຂວງຫຼວງນ້ຳທາ ໄດ້ຍິງປືນແກັບຖືກນາງ ຢືແພ ອາຍຸ…

ສະມາຄົມສຽງແຄນລາວ, ບໍລິສັດ ລາວຈະເລີນສິນ ຈໍາກັດ ແລະ ສວນອາຫານມັງກອນທອງ ຮ່ວມມືກັນໃນການລົງທຶນຜະລິດ ແຄນ ແລະ ຈຳໜ່າຍແຄນລາວ

ສະມາຄົມສຽງແຄນລາວຊຶ່ງເປັນເຈົ້າຂອງລິຂະສິດແຄນໄດ້ເຊັນສັນຍາກັບບໍລິສັດລາວຈະເລີນສິນຈຳກັດ ແລະ ສວນອາຫານມັງກອນທອງ ເມື່ອວັນທີ່ 11 ມີນາ 2021 ທີ່ຜ່ານມາ ທີ່ບໍລິສັດ ລາວຈະເລີນສິນຈຳກັດ ນະຄອນຫຼວງວຽງຈັນ ໃນການຮ່ວມມືກັນກຽ່ວກັບໂຄງການຮ່ວມມືຜະລິດ ແລະ ຈຳໜ່າຍ ຜະລິດຕະພັນແຄນລາວ ໂດຍການເຂົ້າຮ່ວມຂອງທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ,…

ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ຮ່ວມມືພັດທະນາບຸກຄະລາກອນ ກັບ ວິທະຍາໄລເຕັກນິກສັບພະວິຊາ

ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານວິຊາການ ກັບ ວິທະຍາໄລເຕັກນິກສັບພະວິຊາ ເພື່ອແນໃສ່ການພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້-ຄວາມສາມາດ ມີເຕັກນິກວິຊາສະເພາະສູງຂຶ້ນ ແລະ ເພື່ອຍົກສູງຄຸນນະພາບ ເທົ່າທຽມກັບພາກພື້ນ ແລະ ສາກົນ. ອີງຕາມບົດບັນທຶກການຮ່ວມມືດ້ານວິຊາການດັ່ງກ່າວ ແມ່ນຈະໄດ້ຮ່ວມກັນພັດທະນາຫຼັກສູດການຮຽນ-ການສອນໃໝ່ ໃຫ້ແທດເໝາະກັບຕະຫຼາດແຮງງານ ທີ່ມີຢູ່ໃນປະຈຸບັນ, ສ້າງຫຼັກສູດຝຶກອົບຮົມໄລຍະສັ້ນ…

ນັກລົງທຶນຈີນຈະສ້າງໂຮງງານແປຮູບຢາງພາລາຢູ່ ເມືອງຊຽງຮ່ອນ ແຂວງໄຊຍະບູລີ

ນັກລົງທຶນຈີນທີ່ໄປລົງທຶນປູກຢາງພາລາ ຢູ່ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຈະສໍາປະທານດິນລັດໃນເນື້ອທີ່ 7,8 ເຮັກຕາຢູ່ບ້ານຄິ່ງ ເມືອງຊຽງຮ່ອນ (ຫ່າງຈາກບ້ານປະມານ 2 ກິໂລແມັດ) ເພື່ອຈະສ້າງໂຮງງານແປຮູບຢາງພາລາ ຊຶ່ງປັດຈຸບັນ, ທົ່ວເມືອງຊຽງຮ່ອນ ມີເນື້ອທີ່ປູກຢາງພາລາແລ້ວເກືອບ 5.000 ເຮັກຕາ, ໃນນັ້ນ ສາມາດກີດຢາງໄດ້ແລ້ວ 3.560…

ລັດເລີ່ມປັບປຸງເສັ້ນທາງ 13 ໃຕ້

 ການກໍ່ສ້າງ ແລະ ປັບປຸງເສັ້ນທາງ 13 ໃຕ້ ຊຶ່ງເປັນສັນຍາ 1 ນັບແຕ່ກິໂລແມັດ 71 ຫາ ກິໂລແມັດ 111 ທີ່ມີ ຄວາມຍາວ 40 ກມ (ນອນຢູ່ໃນໂຄງການປັບປຸງ ແລະ ສ້ອມແປງທາງ 13…

ເປີດຕົວໂຄງການການບໍລິຫານຄຸ້ມຄອງຂີ້ເຫຍື້ອທາງການແພດ

ອົງການ UNDP ແລະ ສະຖານທູດຈີນ ປະຈຳ ສປປ ລາວ ໄດ້ເປີດຕົວໂຄງການ ການບໍລິຫານຄຸ້ມຄອງຂີ້ເຫຍື້ອທາງການແພດ ຢ່າງເປັນທາງການ ຕອນເຊົ້າມື້ນີ້ວັນທີ 11 ມີນາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍເຂົ້າຮ່ວມໃນພິທີດັ່ງກ່າວ ມີບັນດາຄູ່ຮ່ວມໂຄງການຈາກກະຊວງສາທາລະນະສຸກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ…

ພະຍາດໂຄວິດ-19 ກາຍພັນເພີ່ມຄວາມຫຍຸ້ງຍາກໃນການປ້ອງກັນ

ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການປ້ອງກັນພະຍາດໂຄວິດ-19 ປະຊາຊົນທຸກທົ່ວໜ້າຕ້ອງໄດ້ເພີ່ມມາດຕະການປ້ອງກັນຂຶ້ນກວ່າເກົ່າຍ້ອນພະຍາດດັ່ງກ່າວໄດ້ກາຍພັນແລ້ວໂດຍເຮັດໃຫ້ຕິດເຊື້ອໄວກວ່າເກົ່າຫຼາຍເທົ່າ ແລະ ນອກນັ້ນຜູ້ຕິດເຊື້ອທີ່ກວດພົບໃນປັດຈຸບັນນີ້ແມ່ນບໍ່ສະແດງອາການໃດໆ ເຊັ່ນ: ຄິງຮ້ອນ, ໄອ-ຈາມ ແລະ ອາການອື່ນໆທີ່ເປັນນິຍາມຕິດເຊື້ອພະຍາດໂຄວິດ-19 ດັ່ງກໍລະນີ ຜູ້ຕິດເຊື້ອນ້ຳເບີ 48 ຫຼື ຜູ້ທີ 48 ທີ່ຕິດເຊື້ອພະຍາດດັ່ງກ່າວ ທີ່ໄດ້ກວດພົບຕິດເຊື້ອເມື່ອວັນທີ 9…

ພະແນກໂຄສະນາວຽກງານຈະລາຈອນ ລົງເຜີຍແຜ່ກົດລະບຽບການສັນຈອນໃຫ້ນັກສຶກສາວິທະຍາໄລ ດົງຄໍາຊ້າງ

ພະແນກໂຄສະນາວຽກງານຈະລາຈອນ ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ(ປກສ) ຮ່ວມກັບ ບໍລິສັດ ລ້ານຊ້າງ ປະກັນໄພ ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບການສັນຈອນ ແລະ ຄວາມປອດໄພທາງຖະໜົນ ເພື່ອຫຼຸດຜ່ອນການເກິດອຸບັດເຫດ ເມື່ອບໍ່ດົນມານີ້ ທີ່ ວິທະຍາໄລ ດົງຄໍາຊ້າງ ນະຄອນຫຼວງວຽງຈັນ. ທ່ານ ພັຕ…

ຄົນລາວເສຍຊີວິດເຖິງ 121 ຄົນ ແລະ ສູນຫາຍ 45 ຄົນ ຈາກໄພທໍາມະຊາດ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຈ້ງໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ (2016-2020), ທົ່ວປະເທດ ມີຜູ້ເສຍຊີວິດເຖິງ 121 ຄົນ ແລະ ສູນຫາຍ 45 ຄົນຈາກໄພພິບັດທີ່ເກີດຂຶ້ນທັງໝົດ 235 ຄັ້ງ ແລະ ປະຊາຊົນຫຼາຍກວ່າ…