Vientiane Times Lao

70% ຂອງພົນລະເມືອງລາວຈະໄດ້ຮັບການສັກວັກຊິນ ຕ້ານໂຄວິດ-19 ແຕ່ນີ້ຫາປີ 2023

ສູນຂ່າວສານການແພດສຸຂະສຶກສາໄດ້ແຈ້ງໃຫ້ຮູ້ວ່າ: ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ ທັງເປັນປະທານຄະນະສະເພາະກິດ ຄວບຄຸມ, ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໃຫ້ກຽດຮ່ວມສັກວັກຊິນປ້ອງກັນພະຍາດໂຄວິດ-19 ກັບແພດໝໍທີ່ເປັນກຸ່ມສ່ຽງ, ພະນັກງານຜູ້ເຮັດວຽກປະຈຳດ່ານ ແລະ…

ພິທີຍົກຍອດພຣະທາດຫຼວງ ແຂວງຊຽງຂວາງ

 ອົງການພຸດທະສາສາໜາສຳພັນລາວແຂວງຊຽງຂວາງ ຮ່ວມກັບອຳນາດການປົກຄອງແຂວງ ເຈົ້າສັດທາ ແລະ ປະຊາຊົນ ໄດ້ຈັດພິທີປະດິດສະຖານ ຍອດພະທາດຫຼວງແປດຫຼ່ຽມມິ່ງ ຂວັນຊາວພວນ ຕອນບ່າຍມື້ນີ້ (28/1/2021). ຍອດພະທາດຫຼວງດັ່ງກ່າວໄດ້ປະດິດສະຖານໃສ່ພຣະທາດຫຼວງ ທີ່ວັດນາໄຊ ເມືອງຄູນ. ກ່ອນຈະດຳເນີນພິທີຍົກຢ່າງເປັນທາງການ ໃນຕອນເຊົ້າ ມື້ວານນີ້ ໄດ້ມີຂະບວນແຫ່ຍອດພຣະທາດຫລວງດັ່ງກ່າວຈາກວັດນາໄຊ ໄປຫາ ໂພນສະຫວັນ ເມືອງແປກ…

ຫຼາຍຮ້ອຍຄົນ ໄດ້ລັ່ງໄຫຼມາໃສ່ບາດຢູ່ ໃນພິທີຍົກຍອດພະທາດຫຼວງ ແຂວງ ຊຽງຂວາງ

ຊາວພຸດຈາກແຂວງ ຊຽງຂວາງ, ແຂວງໃກ້ຄຽງ ແລະ ນະຄອນຫຼວງວຽງຈັນ ຫຼາຍຮ້ອຍຄົນ ໄດ້ເດີນທາງມາຮ່ວມພິທີໃສ່ບາດ ຈຳນວນ 45 ບາດ ຢູ່ພິທີຍົກຍອດພະທາດຫຼວງແປດຫຼຽ່ມມິ່ງຂວັນຊາວພວນໃນຕອນເຊົ້າມື່ນີ້. ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ວັດນາໄຊ ເມືອງ ຄູນ ແຂວງ ຊຽງຂວາງ. ການໃສ່ບາດແມ່ນກິດຈະກຳໜຶ່ງທີ່ນອນຢູ່ໃນພິທີຍົກຍອດພະທາດຫຼວງ ເຊິ່ງນອນຢູ່ໃນໂຄງການປະຕິສັງຂອນພະທາດຫຼວງຄືນໃໝ່ໃຫ້ກາຍເປັນບ່ອນສັກກາລະບູຊາ ແລະ ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນາທຳທີ່ສຳຄັນອີກແຫ່ງໜຶ່ງຢູ່ເມືອງດັ່ງກ່າວ.…

ທລຍ ເມືອງວຽງພູຄາ ເຜີຍແຜ່ວຽກງານປ້ອງກັນພະຍາດໂຄວິດ-19

ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງວຽງພູຄາ, ແຂວງຫຼວງນໍ້າທາ ຮ່ວມກັບຫ້ອງການສາທາລະນະສຸກເມືອງ, ສະຫະພັນແມ່ຍິງເມືອງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ພະນັກງານ ທລຍ ຂັ້ນບ້ານ ໄດ້ຈັດຝຶກອົບຮົມວິທີປ້ອງກັນພະຍາດໂຄວິດ-19 ແລະ ແນະນໍາວິທີແກ້ໄຂບັນຫາຂັ້ນຕົ້ນໃນກໍລະນີ ເກີດພະຍາດລະບາດຢູ່ພາຍໃນບ້ານເປົ້າໝາຍຈໍານວນ 15 ບ້ານ, ຊຶ່ງມີຜູ້ເຂົ້າຮ່ວມທັງຫມົດ 1.035…

ແຂວງ ຫຼວງນ້ຳທາ ທຳລາຍສວນຝິ່ນ ທີ່ລັກລອບປູກ ປະມານ 2,5 ເຮັກຕາ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສິງ ແລະ ປກສ ເມືອງລອງ ແຂວງ ຫຼວງນໍ້າທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ທໍາລາຍສວນຝິ່ນທີ່ລັກລອບປູກຂອງປະຊາຊົນຢູ່ ຈຸດເຊື່ອມຕໍ່ລະຫວ່າງເມືອງສິງ ແລະ ເມືອງລອງ ຄື: 6 ຄອບຄົວ ຢູ່ເຂດບ້ານ ສົມປານໃໝ່, ບ້ານສາມສົບ…

ກະຊວງປ້ອງກັນປະເທດສ້າງຕັ້ງບໍລິສັດຮ່ວມທຶນກະສິກໍາ ແລະ ລ້ຽງສັດ ສົ່ງອອກ ສປ ຈີນ

ກົມຜະລິດ-ກະສິກໍາ ກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດ ຮ່ວມກັບ ບໍລິສັດ ສາງຈ່ຽງການລົງທຶນລາວ ຈໍາກັດຜູ້ດຽວ ເຊັນສັນຍາ ສ້າງຕັ້ງບໍລິສັດ ຮ່ວມທຶນກະສິກໍາຄົບວົງຈອນ ເພື່ອສົ່ງເສີມເສດຖະກິດດ້ານກະສິກຳ ແລະ ການລ້ຽງສັດ, ໂດຍສະເພາະ ການຮ່ວມມືສອງຝ່າຍ ແມ່ນແນໃສ່ເພື່ອສົ່ງອອກງົວໄປ ສປ ຈີນ ໃຫ້ບັນລຸເປົ້າໝາຍ 400.000…

ປກສ ເມືອງວິລະບູລີ ຢຶດອາວຸດລ່າສັດປ່າ ແລະ ໝໍ້ຊ໋ອດສັດນໍ້າທີ່ຜິດກົດໝາຍ

ເຈົ້າໜ້າທີ່ ປກສ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຢຶດປືນແກັບຈໍານວນ 760 ກະບອກ ພ້ອມດ້ວຍ ລູກຂີ້ກົ່ວ ແລະ ໝື້ ແລະ ໝໍ້ຊ໋ອດຈໍານວນໜຶ່ງ ທີ່ບໍ່ຖືກຕ້ອງຕາມກົດໝາຍຈາກປະຊາຊົນພາຍໃນເມືອງ ວິລະບູລີ. ການຢຶດວັດຖຸດັ່ງກ່າວກໍ່ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍພາຍໃນເມືອງວິລະບູລີ ໂດຍສະເພາະເປັນການປົກປັກຮັກຮັກສາສັດປ່າຫວງຫ້າມ ແລະ ຢຸດເຊົາການລ່າເນື້ອແບບຊະຊາຍ ແລະ…

ເຊກອງ ກຽມຫັນປ່ຽນຮອບດ້ານດ້ວຍການປັບປຸງໂຄງສ້າງເສດຖະກິດ

ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ (2021-2025) ຈະມີແຜນການພັດທະນາຢ່າງຮອບດ້ານດ້ວຍການປັບປຸງໂຄງສ້າງເສດຖະກິດໂດຍການເສີມຂະຫຍາຍ ແລະ ນໍາໃຊ້ທ່າແຮງທີ່ບົ່ມຊ້ອນ, ຍົກສູງກໍາລັງແຮງພັດທະນາໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຮັບປະກັນການຜະລິດທີ່ສະອາດປອດສານພິດຕາມທິດສີຂຽວ ແລະ ຍືນຍົງ, ສົ່ງເສີມການລົງທຶນ, ພັດທະນາອຸດສາຫະກໍາ, ການຄ້າ, ການທ່ອງທ່ຽວ ໃຫ້ໄດ້ຄຸນນະພາບຕິດພັນກັບການພັດທະນາສັງຄົມຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ. ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ…

ຊີມັງ 3 ຊ້າງຈະພາໃຫ້ສັງຄົມລາວສວຍງາມໃນອະນາຄົດ

ການ​ພົວ​ພັນ​ທາງ​ທຸ​ລະ​ກິດແມ່ນ ຄວາມ​ຕ້ອງ​ການ ແລະ ແມ່ນປັດໄຈທີ່ຈໍາເປັນ​ໃນການ​ພັດ​ທະ​ນາ​ ຂອງ ​ສ​ປ​ປ ລາວ ເພາະມັນຈະ​ດຶງ​ດູດ​ນັກ​ທຸ​ລະ​ກິດ ​ຕ່າງ​ປະ​ເທ​ດ ເຂົ້າ​ມາ​ລົງ​ທຶນ​ໂດຍ​ກົງໂດຍສະເພາະ ​ແມ່ນ​ການ​ລົງ​ທຶນ​ທີ່​ມາ​ຈາກ​ ສ​ປ ຈີນ.        ເບື້ອງໜຶ່ງຂອງໂຮງງານຊີມັງຫຼວງພະບາງຈຽງເກີ ສ​ປ ຈີນ ໄດ້​ກາຍ…

ຜູ້ປະສົບໄພ ນ້ຳຖ້ວມແຂວງ ສະຫວັນນະເຂດໄດ້ຮັບເງິນຊ່ວຍເຫຼືອຜ່ານທາງຢູມັນນີ (u-money) ຂອງຢູນິເທວ

ໂດຍອີງໃສ່ການປະຕິບັດການຊ່ວຍເຫຼືອສັງຄົມຂອງ ຢູນິເທວ (unitel) ເມື່ອບໍ່ດົນມານີ້, ເຊິ່ງ unitel ໄດ້ເລືອກຊ່ອງທາງຢູມັນນີ (u-money) ເພື່ອເປັນຊ່ອງທາງມອບເງິນຊ່ວຍເຫຼືອດັ່ງກ່າວ ແກ່ຜູ້ປະສົບໄພນໍ້າຖ້ວມທີ່ແຂວງສະຫວັນນະເຂດ ລວມມູນຄ່າທັງໝົດ 500 ລ້ານກີບ ດ້ວຍຄວາມມຸ່ງໝັ້ນ ແລະ ຕ້ອງການສົ່ງຄວາມຊ່ວຍເຫຼືອໃຫ້ເຖິງຜູ້ປະສົບໄພໂດຍກົງ ແລະໄວທີ່ສຸດ ເຊີ່ງມູນຄ່າການຊ່ວຍເຫຼືອແມ່ນສົ່ງຕໍ່ຊ່ວຍເຫຼືອ ໃຫ້ແກ່ປະຊາຊົນຢູ່ 8…