Vientiane Times Lao

ໂຄງການເຂື່ອນໄຟຟ້ານໍ້າເທີນ I ສໍາເລັດ 85%

ບໍລິສັດ ໄຟຟ້ານໍ້າເທີນ I ຈໍາກັດ ໃຫ້ຮູ້ວ່າ: ໂຄງການເຂື່ອນໄຟຟ້ານໍ້າເທີນ I ຕັ້ງຢູ່ແມ່ນໍ້າກະດິງ ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ ຮອດປັດຈຸບັນສໍາເລັດແລ້ວ 85% ພາຍຫຼັງທີ່ເລີ່ມລົງມືກໍ່ສ້າງມາແຕ່ເດືອນ ມີຖຸນາ 2016 ເປັນຕົ້ນມາ ຊຶ່ງມີມູນຄ່າການກໍ່ສ້າງຫຼາຍກວ່າ 1,3…

ກະຊວງສາທາລະນະສຸກເລີ່ມເປີດລົງທະບຽນໃຫ້ກຸ່ມເປົ້າໝາຍ ຮັບວັກຊີນກັນພະຍາດໂຄວິດ-19 ຟຣີ ແລ້ວ

ກະຊວງສາທາລະນະສຸກໄດ້ອອກແຈ້ງການເຊີນປະຊາຊົນໃນບັນດາກຸ່ມເປົ້າໝາຍຄື: ບຸກຄະລາກອນທາງການແພດ, ຜູ້ສູງອາຍຸ, ຜູ້ທີ່ເປັນພະຍາດຊໍ້າເຮື້ອ, ບຸກຄະລາກອນອື່ນທີ່ມີຄວາມສ່ຽງສູງ ບຸກຄົນທີ່ຈໍາເປັນຕ້ອງ ເດີນທາງ ເຂົ້າ-ອອກ ປະເທດສາມາດມາລົງທະບຽນຮັບວັກຊີນກັນພະຍາດໂຄວິດ-19 ທີ່ໂຮງໝໍ ມິດຕະພາບ, ນະຄອນຫຼວງ ວຽງຈັນນັບແຕ່ມື້ວັນທີ 2 ເມສາ 2021 ເວລາ 11 ໂມງເຊົ້າ ຫາ…

Facebook ອັບເດດຟີເຈີໃໝ່ ຊ່ວຍໃຫ້ຜູ້ໃຊ້ຄວບຄຸມສິ່ງທີ່ແຊຣ ແລະ ຄົ້ນພົບໃນແພັດຟອມໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ

ມື້ນີ້ Facebook ແນະນຳເຄື່ອງມືທີ່ປັບປຸງໃໝ່ ເພື່ອເປັນການຊ່ວຍໃຫ້ທ່ານສາມາດຄວບຄຸມສິ່ງທີ່ແຊຣໄປໃນ ຟີດຂ່າວ (NEWSFEED) ໄດ້ຫຼາຍຂຶ້ນ. ໂດຍຜູ້ໃຊ້ສາມາດເລືອກໄດ້ວ່າໃຜສາມາດສະແດງຄວາມຄິດເຫັນໃນໂພສສາທາລະນະຂອງທ່ານໄດ້ແດ່ ເຊິ່ງທ່ານສາມາດຄວບຄຸມເປົ້າໝາຍທີ່ຈະເຂົ້າມາສະແດງຄວາມຄິດເຫັນສຳລັບໂພສສາທາລະນະຂອງທ່ານໄດ້ແລ້ວ ໂດຍເລືອກຈາກເມນູທີ່ມີໃຫ້ ເຊິ່ງສາມາດເລືອກໄດ້ຕັ້ງແຕ່ທຸກຄົນທີ່ເຫັນໂພສໄປຈົນເຖິງສະເພາະບຸກຄົນ ແລະ ເພຈທີ່ທ່ານແທັກ ຟີເຈີໃໝ່ຈາກ Facebook ຈະຊ່ວຍໃຫ້ຜູ້ໃຊ້ງານທົ່ວໄປ ບຸກຄົນສາທາລະນະ ຜູ້ສ້າງເນື້ອຫາ ຫຼື ແບຣນ…

ກະຊວງໂຍທາທິການ ແລະ ຂົນສົ່ງ ຈະຈັດງານສັບປະດາແຫ່ງຊາດດ້ານ ຄວາມປອດໄພທາງຫຼວງໃນວັນເສົານີ້

ກະຊວງໂຍທາທິການ ແລະ ຂົນສົ່ງ ຈະຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ຫຼື Road Safety Week ຄັ້ງທີ VI  ຂຶ້ນໃນວັນທີ 3 ເມສາ 2021 ທີ່ຈະມາເຖິງນີ້ຢູ່ເດີ່ນທາດຫຼວງ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ຂັບຂີ່ປອດໄພ ຕ້ອງໃສ່ສາຍຮັດນິລະໄພ”…

ເຈົ້າແຂວງອັດຕະປື ເນັ້ນໃຫ້ອໍານາດການປົກຄອງເມືອງພູວົງເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກຳໃຫ້ກາຍເປັນສິນຄ້າ

ເນື່ອງໃນໂອກາດທີ່ ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອັດຕະປື ແລະ ຄະນະໄດ້ລົງເຄື່ອນໄຫວວຽກງານຢູ່ເມືອງພູວົງ ແຂວງອັດຕະປື ເມື່ອບໍ່ດົນມານີ້, ທ່ານໄດ້ເນັ້ນໃຫ້ຄະນະນໍາ ເມືອງພູວົງ ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງເມືອງຕົນ, ໂດຍສະເພາະການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ເກີດຜົນເປັນຈິງ, ຜັນຂະຫຍາຍເປັນແຜນວຽກລະອຽດ ໃຫ້ທຸກຂະແໜງການຂອງເມືອງສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງ, ນໍາເອົາແຜນວຽກລົງໄປຈັດຕັ້ງປະຕິບັດຢູ່ບ້ານ…

ອົງການປະກັນສັງຄົມແຫ່ງຊາດ ແລະ ບໍລິສັດ ລາວໂມບາຍມັນນີ ຮ່ວມມືໃຫ້ບໍລິການ ດ້ານການເງິນດີຈີຕອນ ເທິງມືຖື

ອົງການປະກັນສັງຄົມແຫ່ງຊາດ ຮ່ວມມືກັບ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວເຊັນສັນຍາວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ເພື່ອສະໜອງບໍລິການປະກັນສັງຄົມ ເຊື່ອມຕໍ່ລະບົບການຊຳລະຜ່ານບໍລິການ ການເງິນດີຈີຕອນ (M Money) ໄດ້ຈັດຂື້ນໃນວັນທີ 31 ມີນາ 2021 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ຊຶ່ງຮ່ວມລົງນາມໂດຍ ທ່ານ ນາງ ແກ້ວ…

ວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 800.000 ໂດສ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ມາຮອດລາວແລ້ວ

ວັກຊີນປ້ອງກັນໂຄວິດ-19 ຈໍານວນ 800.000 ໂດສ ທີ່ໄດ້ຮັບຈາກລັດຖະບານ ສປ ຈີນຈໍານວນ 500.000 ໂດສ ແລະ ກອງທັບປົດປ່ອຍປະຊາຊົນຈີນ 300.000ໂດສ ຊຶ່ງເປັນການຊ່ວຍເຫຼືອຄັ້ງທີ 3 ໄດ້ມາຮອດນະຄອນຫຼວງວຽງຈັນ ໃນຕອນຄໍ່າ ຂອງວັນທີ 31 ມີນາ 2021,…

ປະ​ຊາ​ຊົນລາວ ແລະ ຈີນ ຈະ​ໄດ້ຮ່ວ​ມ​ກັນ​ສະຫຼອງ​ຜົນ​ສຳ​ເລັດ​ການກໍ່​ສ້າງ​ທາງ​ລົດ​ ໄຟໃນ​ມໍ່ໆ​ນີ້

ຍັງອີກພຽງແຕ່ 9 ເດືອນ ນັບຈາກຕົ້ນເດືອນ ເມສາ ຫາ ເດືອນ ທັນວາ ປີນີ້ ໂຄງການທີ່ປະຊາຊົນສອງຊາດລາວ ແລະ ຈີນ ລໍຄອຍ ຄື: ຄວາມສໍາເລັດການກໍ່ສ້າງທາງລົດໄຟ ລາວ- ຈີນ ຢ່າງສົມບູນ ແລະ ເປີດນຳໃຊ້ຢ່າງເປັນທາງການ…

ໂຮງໝໍແຂວງຄໍາມ່ວນ ໄດ້ຮັບເຄື່ອງອຸປະກອນການແພດ ຈາກການຊ່ວຍເຫຼືອຂອງ 3 ບໍລິສັດ ຢູ່ ສປປ ລາວ

ໂຮງໝໍແຂວງຄໍາມ່ວນ ໄດ້ຮັບເຄື່ອງອຸປະກອນການແພດທີ່ຈໍາເປັນເຊັ່ນ : ເຄື່ອງຟອກໄຂ່ຫຼັງຈໍານວນ 03 ເຄື່ອງ ແລະ ເຄື່ອງຈັກຜະລິດນໍ້າອາໂອບໍລິສຸດຈໍານວນ 01 ຊຸດ ມູນຄ່າ 84.000 ໂດລາສະຫະລັດ ໂດຍການຊ່ວຍເຫຼືອຂອງ 3 ບໍລິສັດ ຄື : ບໍລິສັດ ເທີນ…

ນັກລົງທຶນຈີນສົນໃຈລົງທຶນດ້ານກະສິກຳ, ປູກຝັງ-ລ້ຽງສັດ ແລະ ດ້ານການທ່ອງທ່ຽວ ຢູ່ເເຂວງສາລະວັນ

ທ່ານ ຈ້າວເຫຼີນ ຕາງ​ໜ້າ​ເຂດເສດຖະກິດສາມຫຼ່ຽມຄຳ (ເຂດຊາຍແດນລາວ-ຈີນ) ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມແຂວງສາລະວັນ ເມື່ອບໍ່ດົນມານີ້ ເພື່ອສຶກສາຄວາມເປັນໄປໄດ້ໃນການລົງທຶນດ້ານກະສິກຳ, ປູກຝັງ-ລ້ຽງສັດ ແລະ ດ້ານການທ່ອງທ່ຽວ ຢູ່ເເຂວງສາລະວັນ ໃນອະນາຄົດ.  ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນໄດ້ນໍາພາ ທ່ານ…