Vientiane Times Lao

ປະທານປະເທດເນັ້ນໃຫ້ສະມາຊິກ​ສະ​ພາຍົກສູງບົດບາດດ້ານນິຕິບັນຍັດໃຫ້ດີ​, ປັບປຸງ ແລະ ກໍ່ສ້າງ​ກົດໝາຍເພື່ອ​ຜົນ​ປະໂຫຍດ​ຂອງປະເທດ​ຊາດ ແລະ ເພື່ອ​ປະຊາຊົນ​ຢ່າງ​ແທ້​ຈິງ

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສຸນທອນພົດ ໃນພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍທ່ານໄດ້ກ່າວ ເນັ້ນໃຫ້ສະມາຊິກ​ສະ​ພາແຫ່ງຊາດ ແລະ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງເອົາໃຈໃສ່ ຕື່ມບາງບັນຫາເຖິງແມ່ນວ່າໃນໄລຍະທີ່ຜ່ານມາ…

ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ວຽກງານ ແຂວງຈຳປາສັກ

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ ແຂວງຈຳປາສັກ, ໂດຍມີ ປະທານສະພາປະຊາຊົນແຂວງຈຳປາສັກ, ທ່ານ ເມກສະຫວັນ ພົມພິທັກ, ມີຮອງເຈົ້າແຂວງໆຈໍາປາສັກ, ທ່ານ ມະໄລທອງ ກົມມະສິດ ພ້ອມ​ດ້ວຍຄະນະນຳ, ພະນັກງານ​ຫຼັກ​ແຫຼ່ງ…

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງຄຳມ່ວນຜູ້ໃໝ່ ແລະ ເຈົ້າແຂວງຄຳມ່ວນຜູ້ເກົ່າ    

ພິທີມອບຮັບໜ້າທີ່ລະຫວ່າງທ່ານ ໂອໄດ ສຸດາພອນ ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນຜູ້ເກົ່າທີ່ໄດ້ອອກກະສຽນບຳນານ ແລະ ທ່ານ ວັນໄຊ ພອງສະຫວັນ ທີ່ຖືກແຕ່ງຕັ້ງເປັນເລຂາພັກແຂວງ,  ຮັກສາການເຈົ້າແຂວງຄໍາມ່ວນຜູ້ໃໝ່ໄດ້ຈັດຂຶ້ນເມື່ອວັນທີ 26 ຕຸລາທີ່ຜ່ານມາ ຢູ່ຫ້ອງວ່າການແຂວງຄໍາມ່ວນ  ໂດຍເປັນກຽດ ເຂົ້າຮ່ວມຂອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການ ສູນກາງພັກ,…

ປະຊາຊົນພາກກາງ ແລະ ພາກໃຕ້ກຽມຮັບມືກັບພະຍຸໄຕ້ຝຸ່ນໂມລະເວ ນັບແຕ່ຕອນແລງຂອງວັນທີ 28 ຫາຕອນເຊົ້າຂອງວັນທີ 29 ຕຸລານີ້

ປະຊາຊົນເຂດພາກກາງ ແລະ ພາກໃຕ້ ປະກອບມີແຂວງບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ກຽມຮັບມືກັບພະຍຸໄຕ້ຝຸ່ນ ໂມລະເວ (TY Molave) ຫົວທີ 18 ທີ່ຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມໃນຕອນເຊົ້າຂອງວັນທີ…

ຈະໃຊ້ກໍາລັງເຈົ້າໜ້າທີ່ 1.170 ຄົນເພື່ອຮັກສາຄວາມເປັນລະບຽບ ແລະ ປ້ອງ ກັນຄວາມສະຫງົບ ທີ່ບຸນນະມັດສະການພະທາດຫລວງ

 ກອງ​ບັນຊາ​ການ ປກສ ນະຄອນຫຼວງ ​ວຽງ​ຈັນກຽມກຳລັງ​ອ້າຍນ້ອງເຈົ້າໜ້າທີ່ຕໍາຫຼວດ ແລະ ທະຫານ 1.170 ຄົນ ເພື່ອປ້ອງກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບໃນງານບຸນນະມັດສະການພະທາດຫລວງ ປີ 2020, ໃນໄລຍະ 3 ວັນ ນັບແຕ່ວັນທີ 29-31 ຕຸລານີ້. ກໍາລັງດັ່ງກ່າວຈະແບ່ງອອກເປັນ…

ຫຼາຍພາກສ່ວນສືບຕໍ່ມອບເງິນ ແລະ ເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງສະຫວັນນະເຂດ ​

ພາກລັດ, ເອກະຊົນ, ພໍ່ຄ້າຊາວຂາຍ ໄດ້ລະດົມເງິນ ແລະ ເຄື່ອງຊ່ວຍເຫຼືອມອບໃຫ້ອໍານາດການປົກຄອງ ແຂວງສະຫວັນນະເຂດ  ເມື່ອບໍ່ດົນມານີ້ທີ່ຫ້ອງວ່າການແຂວງສະຫວັນນະເຂດ ເພື່ອໄປແຈກຢາຍຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ 8 ເມືອງ ຂອງແຂວງສະຫວັນນະເຂດ ຊຶ່ງປະກອບມີຄະນະພັກ-ຄະນະປົກຄອງ ແຂວງສາລະວັນໄດ້ປະກອບ ສ່ວນເງິນສົດຈຳນວນ 67 ລ້ານກີບ ແລະ ເຄື່ອງບໍລິໂພກ-ອຸປະໂພກ ມູນຄ່າ…

ລັດເປີດບາງດ່ານປະເພນີ ແລະ ດ່ານທ້ອງຖິ່ນທີ່ຈໍາເປັນໃນການສົ່ງອອກ ແລະ ນໍາເຂົ້າສິນຄ້າ

ລັດຖະບານ ສປປ ລາວ ອະນຸຍາດເມື່ອບໍ່ດົນມານີ້ກ່ຽວກັບການເປີດດ່ານປະເພນີບາງດ່ານທີ່ຈໍາເປັນໃນການສົ່ງອອກ ແລະ ນໍາເຂົ້າສິນຄ້າ ເພື່ອເປັນການສົ່ງເສີມເສດຖະກິດພາຍໃນ ແລະ ທັງເປັນການສ້າງລາຍຮັບໃຫ້ແກ່ປະເທດ ໃນໄລຍະທີ່ ໄດ້ຮັບຜົນກະທົບຈາກພະຍາດໂຄວິດ -19. ດ່ານທີ່ອະນຸຍາດໃຫ້ເປີດປະກອບມີ: ດ່ານປະເພນີ ໜອງມ້າ ເມືອງບົວລະພາ ແຂວງຄໍາມ່ວນ, ດ່ານບ້ານວັງ ເມືອງມື່ນ ແຂວງວຽງຈັນ,…

ກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊ ສົມບູນຄັດເລືອກເອົາສະຫາຍ ພົຕ ຄຳລຽງ ອຸທະໄກສອນ ເປັນເລຂາຄະນະບໍລິຫານງານພັກແຂວງໄຊສົມບູນ ຊຸດໃໝ່

ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ໃນກອງປະຊຸມໃຫຍ່ ອົງຄະນະພັກແຂວງໄຊສົມບູນ ຄັ້ງທີ I ທີ່ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ຢູ່ສະໂມສອນເມືອງອານຸວົງ, ຊຶ່ງຜົນການປ່ອນບັດຄັດເລືອກປະກົດວ່າ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ ເປັນເລຂາຄະນະບໍລິຫານງານພັກແຂວງຊຸດໃໝ່, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ແລະ ສະຫາຍ…

40 ບ້ານເມືອງຊົນບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

ກອງເລຂາຕ້ານໄພພິບັດເມືອງ ຊົນບູລີໄດ້ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ສະພາບນໍ້າຖ້ວມຢູ່ເມືອງຊົນບູລີ ຮອດປັດຈຸບັນນໍ້າໄດ້ບົກແຫ້ງລົງແດ່ແລ້ວ ແຕ່ກໍຍັງໄດ້ເຝົ້າລະວັງຢູ່ ຊຶ່ງບ້ານທີ່ໄດ້ຮັບຜົນກະທົບມີທັງໝົດ 40 ບ້ານ, ມີ 3.668 ຫຼັງຄາ, ມີພົນລະເມືອງ 24.450 ຄົນ, ເນື້ອທີ່ນາຖືກນ້ຳຖ້ວມ 5.735 ເຮັກຕາ, ສວນພືດຜັກຖືກຖ້ວມ 176 ເຮັກຕາ,…

ທະຫານຊາຍແດນ 323 ແຂວງສະຫວັນນະເຂດ ຢຶດຢາໄອ໌ສໄດ້ຈຳນວນ 12 ກິໂລ

ທະຫານລາດຕະເວນຊາຍແດນ 323 ກອງບັນຊາການທະຫານແຂວງສະຫວັນນະເຂດໄດ້ ຢຶດຢາໄອ໌ສໄດ້ ຈຳນວນ 12 ກິໂລ ເມື່ອບໍ່ດົນມານີ້ໃນເວລາອອກລາດຕະເວນຕາມຊາຍແດນ (19 ໂມງ30 ນາທີ) ຢູ່ ບ້ານຫີນນໍ້າອ້ອຍ ເມືອງໄຊບູລີ ແຂວງສະຫວັນນະເຂດ ສ່ວນຜູ້ ຄ້າ-ຂາຍ ຫຼື ເຈົ້າຂອງຢາເສບຕິດດັ່ງກ່າວ ແມ່ນສາມາດຫຼົບໜີໄປໄດ້. ສະພາບຢາເສບຕິດຢູ່ແຂວງສະຫວັນນະເຂດເປັນປະກົດການຫຍໍ້ທໍ້ໜຶ່ງທີ່ສົ່ງຜົນກະທົບໂດຍກົງຕໍ່ສັງຄົມຢູ່ແຂວງ…