Vientiane Times Lao

ຜູ້ຕິດເຊື້ອໂຄວິດ-19 ທີ່ຍັງເຫຼືອ 3 ຄົນ ສືບຕໍ່ຕິດຕາມປີ່ນປົວຢູ່ໂຮງໝໍມິດຕະພາບ

ຄະນະສະເພາະກິດໄດ້ຖະແຫຼງໃຫ້ຊາບໃນຕອນບ່າຍຂອງວັນທີ 28 ພຶດສະພາ 2020 ນີ້ວ່າປັດຈຸບັນ, ຜູ້ຕິດເຊື້ອໂຄວິດ-19 ທີ່ຍັງເຫຼືອ 3 ຄົນ (ຍີງ 02 ຄົນ) ຍັງນອນຕິດຕາມ ຢູ່ໂຮງໝໍມິດຕະພາບ, ທັງໝົດມີອາການປົກກະຕິ ຈະໄດ້ຕິດຕາມເກັບຕົວຢ່າງມາກວດຕື່ມອີກ 02 ຄັ້ງ, ຖ້າຫາກວ່າກວດເປັນຜົນ ລົບ…

ຍີ່ປຸ່ນ ສະໜັບສະໜູນການບັງຄັບໃຊ້ປະມວນກົດໝາຍແພ່ງໃນລາວ

ຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນການເຜີຍແຜ່ປະມວນກົດໝາຍແພ່ງຂອງ ສປປ ລາວ, ເຊິ່ງຮ່າງຂຶ້ນໂດຍການສະໜັບສະໜູນ ຂອງອົງການ JICA ແລະ ມີຜົນບັງຄັບໃຊ້ໃນວັນທີ 27 ພຶດສະພາ 2020. ນັບແຕ່ປີ 1998, ຍີ່ປຸ່ນ ໄດ້ເຮັດວຽກຢ່າງບໍ່ຢຸດຢັ້ງເພື່ອສະໜັບສະໜູນການປັບປຸງລະບົບກົດໝາຍ ໃນລາວໂດຍຜ່ານການຮ່ວມມືດ້ານເຕັກນິກ ແລະ ອື່ນໆ. ປະມວນກົດໝາຍແພ່ງດັ່ງກ່າວ…

ເກີດແຜ່ນດິນໄຫວຢູ່ສອງແຂວງພາກເໜືອ ໄຊຍະບູລີ, ບໍ່ແກ້ວ ມື້ນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານໃຫ້ຊາບໃນມື້ນີ້ວ່າ ເກີດແຜ່ນດິນໄຫວ ຢູ່ສອງແຂວງພາກເໜືອ ຄື ແຂວງ ໄຊຍະບູລີ ແລະ ບໍ່ແກ້ວ. ຕາມການລາຍງານໃຫ້ຮູ້ວາ່: ແຂວງ ໄຊຍະບູລີ ເກີດແຜ່ນດິນໄຫວ ມີຄວາມແຮງສັ່ນສະເທື່ອນວັດແທກໄດ້ 1.7 ຣິກເຕີ, ມີຄວາມເລິກຈາກໜ້າດິນ 1…

ບໍລິສັດບົວລະພາ ກຽມປູກໄມ້ 1.200 ເຮັກຕາ ໃນປີນີ້

ບໍລິສັດບົວລະພາ ກະສິກໍາ-ປ່າ ໄມ້ຈໍາກັດ ມີການຂະຫຍາຍເນື້ອທີ່ສວນປູກໄມ້ວິກ ແລະ ໄມ້ກະຖິນນະລົງ ໃນທຸກໆປີ, ສະເພາະປີນີ້ ບໍລິສັດດັ່ງກ່າວໄດ້ກຽມເບ້ຍໄມ້ວິກໄວ້ແລ້ວ 2 ລ້ານເບ້ຍ ເພື່ອກຽມປູກໃນເນື້ອທີ 1.200 ເຮັກຕາ ຢູ່ ແຂວງວຽງຈັນ. ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ…

ຄົນເຈັບຫາຍດີຈາກພະຍາດໂຄວິດ-19 ຍ້ອນປິ່ນປົວແບບສຸຂະພາບຈິດ ແລະ ຕາມອາການ

ຄົນເຈັບທີ່ໄດ້ອອກໂຮງໝໍພາຍຫຼັງປິ່ນປົວຫາຍດີຈາກພະຍາດ ໂຄວິດ-19 ແມ່ນໄດ້ຮັບການປີ່ນປົວຕາມຂັ້ນຕອນຕ່າງໆເຊັ່ນ ການປິ່ນປົວທາງດ້ານສຸຂະພາບຈິດ, ປີ່ນປົວຕາມອາການ ແລະ ປິ່ນປົວທາງດ້ານໂພສະນາການ. ຜູ້ຊ່ຽວຊານດ້ານການປິ່ນປົວໄດ້ຊີ້ແຈງວ່າ ການປິ່ິນປົວຕາມວິທີຂ້າງເທິງນີ້ແມ່ນລວມທັງການປະຕິບັດຕາມຫັຼກການແພດສະໄໝໃໝ່ ຕາມຄຳແນະນຳຂອງອົງການອະນາໄມໂລກ, ເຊິ່ງແມ່ນ ປັດໄຈສຳຄັນທີ່ເຮັດໃຫ້ແພດ ລາວມີຜົນສຳເລັດໃນການປິ່ນປົວ ແລະ ສາມາດຊ່ວຍຊີວິດຄົນເຈັບໂຄວິດ-19 ໃຫ້ຫາຍດີ. ຮສ. ດຣ. ພູທອນ ເມືອງປາກ…

ງານຕະຫຼາດນັດກະສິກໍາປະຈຳປີ ມີພືດພັນຫຼາຍຢ່າງໜ້າສົນໃຈ

ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ໄດ້ຈັດງານຕະຫຼາດນັດກະສິກໍາສະອາດ ແລະ ຈໍາໜ່າຍເບ້ຍໄມ້ ປະຈໍາປີ 2020 ໂດຍເລີ່ມແຕ່ວັນທີ 27 ພຶດສະພາ ຫາ ວັນທີ 4 ມິຖຸນາ 2020. ງານຕະຫຼາດນັດກະສິກໍາສະອາດດັ່ງກ່າວຈັດຂຶ້ນ ທີ່ພະແນກກະສິກໍາ ແລະ…

ນ້ຳມັນເຊື້ອໄຟທຸກຊະນິດຈະຖືກປັບຂຶ້ນລາຄາໃໝ່ ເລີ່ມມື້ອື່ນ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ມື້ວັນທີ 27 ພຶດສະພາ 2020 ​ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ,​ ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟໃຫ້ປັບຂຶ້ນລາຄາຂາຍຍ່ອຍນ້ຳມັນເຊື້ອໄຟທຸກປະເພດໃນຂອບເຂດທົ່ວປະເທດ.​ ການປັບລາຄາໃໝ່ນີ້ແມ່ນຈະເລີ່ມປະຕິບັດ ໃນວັນທີ 28 ພຶດສະພາ 2020  ເລີ່ມແຕ່ເວລາ…

2 ຄົນ ໄດ້ອອກໂຮງໝໍມື້ນີ້ ພາຍຫຼັງປີ່ນປົວຫາຍດີຈາກພະຍາດໂຄວິດ-19

ຂ່າວດີໃນມື້ນີ້ ແມ່ນ 2 ຄົນ ໄດ້ອອກໂຮງໝໍ ພາຍຫຼັງປີ່ນປົວຫາຍດີຈາກພະຍາດໂຄວິດ-19 ລວມມີຜູ້ຕິດເຊື້ອກໍລະນີທີ 16 ແລະ 18 ເຊິ່ງລາຍງານຜ່ານເຟສບຸກຂອງສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ກະຊວງສາທາລະນະສຸກ. ຜູ້ທີ່ອອກໂຮງໝໍໃນມື້ນີ້ແມ່ນກໍລະນີທີ…

KOICA ມອບເຄື່ອງຊ່ວຍເຫຼືອແຮງງານລາວ ຢູ່ສູນຈໍາກັດບໍລິເວນ

ອົງການຮ່ວມມືສາກົນ ສ.ເກົາຫລີ (KOICA) ປະຈຳ ສປປ ລາວ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງປ້ອງກັນພະຍາດ ໂຄວິດ-19 ໃຫ້ແກ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເພື່ອນຳໄປແຈກຢາຍ ໃຫ້ບັນດາສູນຈໍາກັດບໍລິເວນສໍາລັບຜູ້ອອກແຮງງານລາວ ທີ່ເດີນທາງມາຈາກຕ່າງປະເທດ. ເຄື່ອງທີ່ນຳມອບໃນຄັ້ງນີ້ ປະກອບມີ ເຂົ້າສານ, ອາຫານແຫ້ງຈຳນວນ…

ລະດູການໄຂ້ຍຸງລາຍຫາກໍ່ເລີ່ມຕົ້ນ ແຕ່ມີຜູ້ເສຍຊີວິດແລ້ວ 4 ຄົນ

ຄົນລາວເສຍຊີວິດແລ້ວ 04 ຄົນ ໃນນີ້ຢູ່ນະຄອນຫຼວງວຽງຈັນ 02 ຄົນ, ໄຊຍະບູລີ 01 ຄົນ ແລະ ແຂວງຄຳມ່ວນ 01 ຄົນ ຈາກຜູ້ທີ່ຕິດເຊື້ອໄຂ້ຍຸງລາຍທັງໝົດ1,337 ຄົນ ນັບແຕ່ທ້າຍເດືອນທັນວາ 2019 ຫາ ເດືອນ ພຶດສະພາ…