Vientiane Times Lao

ຮ່ວມກັນໄຫວ້ອາໄລເປັນຄັ້ງສຸດທ້າຍແດ່ດວງວິນຍານ ກິ ດາວເພັດ

ແຟນເພງຈະມີໂອກາດຮ່ວມກັນໄຫວ້ອາໄລ ເປັນຄັ້ງສຸດທ້າຍເຖິງດວງວິນຍານຂອງນັກຮ້ອງຂວັນໃຈມະຫາຊົນ ທັງພາຍໃນ ແລະ ຕ່າງປະເທດ ກິ ດາວເພັດ ໜູຫ່ວງ, ເນື່ອງຈາກວ່າຈະມີພິທີຊາປະນະກິດສົບໃນວັນທີ 27 ເມສາ 2020 ນີ້ ທີ່ວັດສົມສະຫງັດ ເຂດເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ອີງຕາມຂໍ້ມູນຈາກເຟສບຸກ ຂອງວົງດົນຕີໜຸ່ມໂກສິນໃຫ້ຮູ້ວ່າ ກິ…

ສະຫວັນນະເຂດ ສືບຕໍ່ສົ່ງເສີມການຜະລິດເພື່ອແກ້ໄຂຜົນກະທົບຈາກໂຄວິດ-19

ຄະນະສະເພາະກິດ ຕິດຕາມຜົນກະທົບທາງດ້ານເສດຖະກິດ ເພື່ອຮັບມືກັບການລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ແຂວງສະຫວັນນະເຂດ ໄດ້ລົງສຳຫຼວດພື້ນຖານການຜະລິດ, ການປູກຝັງ ແລະ ການລ້ຽງສັດ ຂອງປະຊາຊົນ ຢູ່ບັນດາຕົວເມືອງຕ່າງໆ ໃນວັນທີ 24 ເມສາ 2020 ເພື່ອສົ່ງເສີມການຮອງຮັບດ້ານສະບຽງອາຫານໃຫ້ພຽງພໍກັບການປ້ອນຕະຫຼາດ ພາຍໃນແຂວງ. ທ່ານ ທ່ອນແກ້ວ ພຸດທະໄກຍະລາດ…

ລັດມີແຜນກຽມຄວາມພ້ອມເປີດການທ່ອງທ່ຽວຫຼັງການລະບາດຂອງ ໂຄວິດ-19 ຢຸດເຊົາ

ລັດຖະບານ ມີແຜນກຽມຄວາມພ້ອມໃນຂະແໜງການຕ່າງໆ ເພື່ອເປີດບໍລິການຄືນໃໝ່ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຢຸດເຊົາ ທັງນີ້ກໍ່ເພື່ອເປັນການຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ–ສັງຄົມ. ເພື່ອເປັນການຫຼຸດຜ່ອນຜົນກະທົບ ແລະ ຟື້ນຟູເສດຖະກິດຄືນໃໝ່ ໃນດ້ານຕ່າງໆ ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ປຶກສາຫາລືກັນໃນໂອກາດ ຮ່ວມກອງປະຊຸມທາງໄກ (Video Conference) ສະໄໝສາມັນປະຈໍາເດືອນ ຂອງລັດຖະບານ ໃນວັນທີ…

ນະຄອນຫຼວງ ໃຫ້ຜູ້ບໍລິການຂົນສົ່ງຂີ້ເຫຍື້ອຫຼຸດລາຄາລົງ 50%

ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການກ່ຽວກັບນະໂຍບາຍຫຼຸດຄ່າບໍລິການຂົນສົ່ງ-ບໍາບັດຂີ້ເຫຍື້ອ ລົງ 50% ຂອງມູນຄ່າສັນຍາ ໃນໄລຍະ 3 ເດືອນ (ເມສາ, ພຶດສະພາ ແລະ ມິຖຸນາ 2020) ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ໃນກໍລະນີ ກອງບໍລິການຂົນສົ່ງຂີ້ເຫຍື້ອ ຫຼື…

ລັດຖະບານ ສືບຕໍ່ກຽມສູນຈໍາກັດບໍລິເວນສໍາລັບຜູ້ທີ່ຈະເດີນທາງເຂົ້າມາລາວ

ລັດຖະບານ ມີແຜນສືບຕໍ່ກະກຽມສູນຈໍາກັດບໍລິເວນ ເພື່ອສັງເກດອາການ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19. ສູນດັ່ງກ່າວແມ່ນຈະມີຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆໃນທົ່ວປະເທດ ເພື່ອຮອງຮັບຜູ້ທີ່ຈະເດີນທາງມາແຕ່ຕ່າງປະເທດ ເຂົ້າມາ ສປປ ລາວ, ເຊິ່ງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການໃນວັນທີ 24 ເມສາ 2020 ເພື່ອໃຫ້ກະກຽມສູນ…

ສປ ຈີນ ສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃນການຕ້ານພະຍາດໂຄວິດ-19

ຄະນະຊ່ຽວຊານການແພດ ຈາກ ສປ ຈີນ ພ້ອມດ້ວຍອຸປະກອນການແພດ ໄດ້ມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນວັນທີ 24 ເມສາ 2020 ເພື່ອສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃນການຕ້ານການແຜ່ລະບາດຂອງອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19. ສໍາລັບຄະນະຊ່ຽວຊານການແພດ ທີ່ເດີນທາງມາຊ່ວຍເຫຼືອ…

ບໍລິສັດລາວເວີນ ມອບໜ້າກາກອະນາໄມ ເພື່ອນໍາໃຊ້ປ້ອງກັນໂຄວິດ-19

ສູນກາງແນວລາວສ້າງຊາດ ຮ່ວມກັບບໍລິສັດລາວເວີນ ມະຫາຊົນ ແລະ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ນຳໜ້າກາກອະນາໄມ ປະມານ 560 ອັນມາມອບໃຫ້ 6 ໂຮງໝໍສູນກາງໃນນະຄອນຫຼວງວຽງຈັນ ໃນວັນທີ 24 ເມສາ 2020 ລວມມູນຄ່າທັງໝົດ 208 ລ້ານກີບ.…

ຂ່າວດີ! ຜູ້ປ່ວຍຈາກພະຍາດໂຄວິດ-19 ໄດ້ປິ່ນປົວດີ ແລະ ອອກໂຮງໝໍເພີ່ມອີກ 3 ຄົນ

ມື້ນີ້ມີຂ່າວດີອີກຄັ້ງໜຶ່ງຈາກຄະນະສະເພາະກິດ ເຊິ່ງໄດ້ແຈ້ງໃຫ້ຊາບໃນໂອກາດຖະແຫຼງຂ່າວຕອນບ່າຍມື້ນີ້ວ່າ ຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ນອນຕິດຕາມປີ່ນປົວຢູ່ໂຮງໝໍ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະຄືນ 07 ຄົນ ແລະ ພົບວ່າມີ 03 ຄົນຢູ່ໂຮງໝໍມິດຕະພາບ ບໍ່ພົບເຊື້ອ 02 ຄັ້ງຕິດຕໍ່ກັນ, ເຊິ່ງໄດ້ອອກໂຮງໝໍໃນມື້ນີ້. ຜູ້ປ່ວຍຈາກພະຍາດໂກວິດໄດ້ຮັບການປີ່ນປົວຫາຍດີມື້ນີ້ໄດ້ອອກໂຮງໝໍແມ່ນກໍລະນີທີ 1 ເພດຊາຍ ອາຍຸ 28…

ເສຍຊີວິດ 4, ຫາຍສາບສູນ 3 ຄົນ ຈາກເຫດນໍ້າປ່າໄຫຼພັດຍ້ອນຝົນຕົກໜັກ

ມີຜູ້ເສຍຊີວິດ 4 ຄົນ, ຫາຍສາບສູນ 3 ຄົນ ແລະ ບາດເຈັບ 1 ຄົນ ເມືອງຊຽງເງິນ, ແຂວງຫຼວງພະບາງ ໃນເວລາປະມານ 8 ໂມງເຊົ້າຂອງວັນທີ 24 ເມສາ 2020 ເນື່ອງຈາກຝົນຕົກໜັກ ຫຼາຍຊົ່ວໂມງຕິດຕໍ່ກັນ.…

ມູນນິທິປິ່ນປົວເອສມອບອຸປະກອນການແພດຕ້ານ ໂຄວິດ-19

ມູນນິທິປິ່ນປົວເອສ (Aids Healthcare Foundation) ໄດ້ນຳອຸປະກອນການແພດປະກອບດ້ວຍສະເປ, ຜ້າອັດປາກ-ດັງ, ເຈວລ້າງມື ມາມອບໃຫ້ໂຮງໝໍເຊດຖາທິລາດ ໃນວັນທີ 24 ເມສາ 2020 ເພື່ອສະໜັບສະໜູນໃຫ້ທ່ານໝໍນຳໃຊ້ໃນໂຮງໝໍໃນການກຽມພ້ອມຕ້ານພະຍາດ ໂຄວິດ-19. ການຊ່ວຍເຫຼືອນີ້ຕອບສະໜອງກັບຄວາມຕ້ອງການຕົວຈິງຂອງລັດຖະບານລາວໃນການປ້ອງກັນ ແລະ ຄວບຄຸມພະຍາດ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າປອດໄພຈາກພະຍາດໂຄວິດ-19. ການຊ່ວຍເຫຼືອດັ່ງກ່າວມອບໂດຍຕ່າງໜ້າມູນນິທິ ແລະ…