Vientiane Times Lao

ແຂ່ງຂັນລົດຈັກທາງລຽບ ຊິງແຊ້ມນະຄອນຫຼວງ

ໃນທ້າຍອາທິດທີ່ຜ່ານມາຢູ່ທີ່ສະໜາມແຂ່ງລົດຈັກທາງລຽບ VRC ບ້ານນາຊອນ ເມືອງນາຊາຍທອງ ນະຄອນຫຼວງ ໄດ້ມີການແຂ່ງຂັນລົດຈັກທາງລຽບ ຊິງແຊ້ມນະຄອນຫຼວງ ປະຈຳປີ 2019 ສະໜາມທີ 3. ສຳລັບສະໜາມທີ 1 ມີການແຂ່ງຂັນຕັ້ງແຕ່ ຕົ້ນປີທີ່ຜ່ານມາ ເພື່ອໃຫ້ນັກແຂ່ງສະສົມຄະແນນໃນແຕ່ລະສະໜາມໂດຍມີ ການແຂ່ງຂັນທັງໝົດ 6 ລາຍການ ປະກອບມີ…

ເຈົ້າຊາຍຈໍແດນສັນຍາສືບຕໍ່ສົ່ງເສີມວຽກເກັບກູ້ລະເບີດ

ເຈົ້າຊາຍປະເທດ ຈໍແດນໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ສົ່ງເສີມວຽກງານ ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ຍັງຕົກຄ້າງຢູ່ ສປປ ລາວ ແລະ ຈະເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ການພົວພັນຮ່ວມມືຂອງສອງຝ່າຍ ໃຫ້ໄດ້ຮັບການພັດທະນາ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ເຈົ້າຊາຍ ມິເຣດ ຣາອາດເຊອິດ ອາວ-ຮຸດເຊັນ Mired Raad…

ກອງປະຊຸມ ລັດຖະມົນຕີ ໄອຊີທີ ອາຊຽນ ຄັ້ງທີ 19 ທີ່ນະຄອນຫຼວງວຽງຈັນ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເປີດກອງປະຊຸມ ລັດຖະມົນຕີ ໄອຊີທີ ອາຊຽນ ຄັ້ງທີ 19 (The 19th ASEAN Telecommunications and Information Technology Ministers Meeting-TELMIN),…

ການກໍ່ສ້າງເສັ້ນທາງລົດໄຟຟ້າລາວ-ຈີນຢູ່ຫລວງນ້ຳທາ ຈະເລີ່ມວາງລາງໃນປີ ໜ້າ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນ້ຳທາໄດ້ລາຍງານວ່າ ປີ 2020 ຈະເລີ່ມວາງລາງລົດໄຟ ແລະ ຄາດວ່າຈະຕິດຕັ້ງລະບົບໄຟຟ້າ ໃຫ້ສຳເລັດປີ2021. ປະຈຸບັນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຈຸດຜ່ານແຂວງຫລວງນ້ຳທາມີຄວາມຄືບໜ້າຢ່າງຕໍ່ເນື່ອງເປັນຕົ້ນແມ່ນການເຈາະອຸມົງ, ການກໍ່ສ້າງເສົາຂົ ແລະ ຈະເລີ່ມວາງຂາງຂົວ ໃນເດືອນພະຈິກ ຈະມາເຖິງນີ້ ຄາດວ່າທ້າຍປີນີ້ຈະສຳເລັດໜ້າວຽກພື້ນຖານໂຄງລ່າງດ້ານຕ່າງໆໂດຍພື້ນຖານ. ທ່ານຈັນທະຈອນ ແກ້ວລະຄອນ ຫົວໜ້າປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນ້ຳທາໃຫ້ສຳພາດຕໍ່ຊື່ມວນຊົນໃນໄລຍະບໍ່ດົນມານີ້ວ່າ ໂຄງການກໍ່ສ້າງທາງລົດໄຟຟ້າລາວ-ຈີນຈຸດຜ່ານແຂວງຫລວງນ້ຳທາໂດຍລວມແລ້ວແມ່ນສຳເລັດຕາມແຜນທີ່ວາງໄວ້…

ນໍ້າປະປາມາບໍ່ພຽງພໍຢູ່ຫຼາຍເຂດນະຄອນຫຼວງວຽງຈັນ

  ພະນັກງານ ວິຊາການ ນໍ້າປະປາ ປະຈຳ ເມືອງໄຊເຊດຖາ ຂອງລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ໄດ້ແຈ້ງໃຫ້ປະຊາຊົນວ່າ: ພວກເຮົາມີລົດບໍລິ ການສົ່ງນໍ້າ ໂທເຂົ້າໜ່ວຍ ບໍລິການ 1169 ຢູ່ໂພນເຄັງ ພາຍຫຼັງໂຮງງານຜະລິດ ນໍ້າປະປາດົງໝາກຄາຍ ບໍ່ສາມາດຜະລິດນໍ້າປະປາພຽງພໍຕາມຄວາມອາດສາ ມາດຂອງໂຮງງານໄດ້ ຍ້ອນວ່າສະພາບນໍ້າງື່ມໄດ້ແຫ້ງລົງຜິດປົກກະຕິ,…

ສະຫວັນນະເຂດປະຕິບັດສິດທິເດັກຢ່າງຈິງຈັງ

ອຳນາດການປົກຄອງແຂວງສະຫວັນນະເຂດເອົາໃຈໃສ່ຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກຢ່າງຈິງຈັງເພື່ອໃຫ້ເດັກໄດ້ຮັບການພັດທະນາຕາມສິດທິພື້ນຖານຂອງເດັກນ້ອຍ. ທ່ານ ສັນຕິພາບ ພົມວິຫານ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນໄລນະບໍ່ດົນມານີ້ວ່າ ວຽກງານພັດທະນາເດັກເປັນວຽກໜຶ່ງທີ່ສຳຄັນ ເດັກນ້ອຍໃນວັນນີ້ເປັນໜໍ່ແໜງການພັດທະນາປະເທດຊາດໃນອະນາຄົດ. ອຳນາດການປົກຄອງໄດ້ເອົາໃຈໃສ່ເຮັດຫລາຍກິດຈະກຳ ເພື່ອໃຫ້ເດັກໄດ້ຮັບການພັດທະນາຕາມສິດພື້ນຖານທີ່ຄວນມີເປັນຕົ້ນແມ່ນສິດທິໃນການຢູ່ລອດ, ສິດທິໃນການພັດທະນາ, ສິດທິໃນການປົກປ້ອງ. ພ້ອມກັນນັ້ນກໍ່ໄດ້ສ້າງເງື່ອນໄຂໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມເຂົ້າໃນວຽກງານສິດທິ ເດັກໃຫ້ຫລາຍ. ພ້ອມນັ້ນ ຍັງ ໄດ້ມີການສົງເສີມການສຶກສາຂອງເດັກຕາມເກນອາຍຸ, ໃຫ້ເດັກໄດ້ເຂົ້າເຖິງລະບົບສາທາລະນະສຸກ, ຍູ້ແຮງວຽກງານກິລາກາຍຍະກຳ ເພື່ອເຮັດ ໃຫ້ເດັກນ້ອຍ ແລະ…

ທ່ານນາຍົກຊົມເຊີຍຜົນສຳເລັດຂອບການຮ່ວມມືເຂດສາມລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດ ນາມ 20 ປີຜ່ານມາ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍການສ້າງຕັ້ງ ຂອບການຮ່ວມມືເຂດສາມລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄົບຮອບ 20 ປີ. ເນື້ອໃນສໍາຄັນຂອງສານບາງຕອນໄດ້ລະບຸວ່າ: ໃນນາມລັດຖະບານ ກໍ່ຄືປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສະແດງຄວາມ ຊົມເຊີຍຢ່າງຈິງໃຈ…

ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງແລກ ປ່ຽນບົດຮຽນການຈົດທະບຽນ, ສະຖິຕິພົນ ລະເມືອງ

ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການ ຄູ້ມຄອງຂໍ້ມູນພົນລະເມືອງ, ການຜະລິດສື່ໂຄສະ ນາ-ເຜີຍແຜ່ສະຖິຕິທີ່ສໍາຄັນກ່ຽວກັບການຈົດທະບຽນແລະເພື່ອແລກປ່ຽນບົດຮຽນດ້ານວິຊາການໃນການຈັດຕັ້ງປະຕິບັດວຽກງານການຈົດທະ ບຽນແລະສະຖິຕິພົນລະເມືອງລະຫວ່າງບັນດາ ສະມາຊິກປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງໃຫ້ມີການພັດທະນາແລະຜັນຂະຫຍາຍເຂົ້າ ໃນວຽກງານຕົວຈິງໄດ້ຢ່າງກວ້າງຂວາງ. ໃນຕອນເຊົ້າວັນທີ 21ຕຸລາ 2019 ທີ່ ນະຄອນປາກເຊແຂວງຈໍາປາສັກ, ກະຊວງພາຍໃນ ໄດ້ຈັດກອງປະຊຸມຝຶກອົບຮົມ ເພື່ອສ້າງຂີດຄວາມສາມາດກ່ຽວກັບວຽກງານ ການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າ…

ສ້າງເສັ້ນທາງລົດໄຟລາວ-ຫວຽດ ຄາດວ່າຈະເລີ່ມກໍ່ສ້າງໃນທ້າຍປີ 2021

ບໍລິສັດເທດດິ້ງລາວ ມະຫາຊົນໄດ້ຮັບອະນຸຍາດ ຈາກລັດຖະບານລາວໃນການສືກສາສຳຫຼວດ ອອກແບບ ແລະ ພັດທະນາໂຄງການ ກໍ່ສ້າງທາງ ລົດໄຟລາວ-ຫວຽດນາມ ໂດຍໄດ້ມີການເຊັນສັນ ຍາບົດບັນທຶກໂຄງການດັ່ງກ່າວກັບກະຊວງໂຍ ທາທິການ ແລະ ຂົນສົ່ງໃນໄລຍະບໍ່ດົນມານີ້. ໂຄງການດັ່ງກ່າວຈະມີຄວາມຍາວປະມານ 240-270 ກິໂລແມັດ, ເບື້ອງຕົ້ນຂອງໂຄງການ ຈະສືກສາເລີ່ມແຕ່ເມືອງທ່າແຂກ ແຂວງຄຳມ່ວນ ຫາ…

ປະທານຟີຟ້າຢ້ຽມຢາມລາວ

ປະທານສະຫະພັນບານເຕະນານາຊາດ FIFA ໄດ້ເຂົ້າພົບ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວໃນຕອນເຊົ້າທີ່ 19/10/2019 ທີ່ສໍານັກງານນາຍົກ ລັດຖະມົນຕີ ເນື່ອງໃນໂອກາດຢ້ຽມຢາມ ປະເທດລາວເປັນຄັ້ງທໍາອິດ ພາຍຫຼັງທີ່ຖືກແຕ່ງຕັ້ງໃຫ້ເປັນ ປະທານສະຫະພັນດັ່ງກ່າວ. ທ່ານ ຈັນນີ ອິນຟັນຕິໂນ Gianni Infantino ແລະ…