ເຂື່ອນໄຟຟ້າຕ່າງໆຢູ່ໃກ້ຄຽງກັບເຂດແຜນດິນໄຫວຢູ່ແຂວງໄຊຍະບູລີ ບໍ່ໄດ້ຮັບຜົນກະທົບຮ້າຍແຮງ
ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ແຈ້ງມື້ວານນີ້ ໃຫ້ຮູ້ວ່າ : ບັນດາເຂື່ອນຕ່າງໆທີ່ຢູ່ໃກ້ຄຽງເຂດທີ່ເກີດແຜ່ນດິນໄຫວໃນຕອນເຊົ້າມື້ ວັນທີ 21 ພະຈິກ 2019 ຢູ່ແຂວງໄຊຍະບູລີ ບໍ່ພົບຄວາມເສຍຫາຍອັນໃດຕໍ່ລະບົບໂຄງສ້າງສຳຄັນ ມີແຕ່ພົບຮອຍແຕກແຫງຢູ່ຝາໂບກປູນຂອງອາຄານບາງສ່ວນ ຢູ່ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫິນຫົງສາເທົ່ານັ້ນ. ໃນໄລຍະທີ່ເກີດແຜ່ນດິນໄຫວໄດ້ສັ່ງໃຫ້ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫິນຫົງສາ ແລະ ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີຢຸດການຜະລິດໄຟຟ້າຊົ່ວຄາວ. ຮອດປັດຈຸບັນນີ້ ເຂື່ອນໄຟຟ້ານໍ້າຂອງໄຊຍະບູລີໄດ້ເດີນເຄື່ອງຜະລິດໄຟຟ້າເປັນປົກກະຕິແລ້ວ ຍັງເຫຼືອແຕ່ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫິນຫົງສາເທົ່ານັ້ນ…