ຜັກທີ່ນຳເຂົ້າສົ່ງຜົນກະທົບຕໍ່ການຜະລິດກະສິກຳໃນນະຄອນຫຼວງວຽງຈັນຫຼາຍໃນປະຈຸບັນ
ແຕ່ລະມື້ມີລົດກະບະປະມານ 20 ຄັນ ໄດ້ຂົນເອົາພືດຜັກ ແລະ ຜົນຜະລິດກະສີກໍາມາຈາກ ປະທດເພື່ອນບ້ານເຂົ້າມາສະໜອງຢູ່ຕະຫຼາດໃນນະຄອນຫຼວງວຽງຈັນ, ເຊິ່ງສ້າງຜົນກະທົບຕໍ່ຜູ້ປະກອບການດ້ານກະສີກໍາພາຍໃນ ແລະ ການຄຸ້ມຄອງເງິນຕາຕ່າງປະເທດ. ຊາວກະສິກອນໃນບາງເຂດໄດ້ຫຼຸດຜ່ອນ ແລະ ຢຸດການຜະລິດກະສິກຳລົງເນື່ອງຈາກ ວ່າຖ້າຝືນສືບຕໍ່ປູກ ຫຼືປູກຫຼາຍກໍ່ບໍ່ສາມາດຂາຍໄດ້ ເພາະຕະຫຼາດຕ່າງໆ ເຕັມໄປດ້ວຍສິນຄ້ານຳເຂົ້າ. ສະພາບການດັ່ງກ່າວ ອາດຈະແມ່ນສາຍເຫດໜຶ່ງທີ່ສົ່ງຜົນສະທ້ອນເຮັດໃຫ້ເງິນກີບອອ່ນຄ່າລົງຫຼາຍໃນປະຈຸບັນ ເມື່ອທຽບໃສ່ສະກຸນເງິນບາດໄທ…