Vientiane Times Lao

ອາຊຽນມີໂອກາດເປັນເຈົ້າພາບການແຂ່ງຂັນບານເຕະໂລກປີ 2034

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ຮ່ວມກັບບັນດາຜູ້ນຳຂອງປະເທດອາຊຽນ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນການລົງນາມບົດບັນທຶກຄວາມເຂົ້້າໃຈ ລະຫວ່າງ ເລຂາທິການໃຫຍ່ອາຊຽນ ແລະ ປະທານສະຫະພັນບານເຕະໂລກ (FIFA) ເພື່ອສົ່ງເສີມການຮ່ວມມື ແລະ ພັດທະນາຂົງເຂດບານເຕະອາຊຽນກະກຽມໃຫ້ແກ່ການເປັນເຈົ້າພາບການແຂ່ງຂັນບານເຕະໂລກ ຫຼື ຟີຟ່າ ຢູ່ໃນຂົງບັນດາປະເທດອາຊຽນ…

ລາວອາດເປັນໜຶ່ງຂອງບັນດາປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສຸດໃນອາຊຽນ

ນັກທຸລະກິດຈາກປະເທດມຽນມາ ໄດ້ໃຫ້ສຳພາດຕໍ່ທີມງານວຽງຈັນທາຍໃນມື້ວັນເສົາທີ 02 ພະຈິກ 2019 ທີ່ຜ່ານມາວ່າ : ສປປ ລາວ ອາດຈະເປັນໜຶ່ງຂອງບັນດາປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສູດໃນອາຊຽນ ຍ້ອນ ຍັງມີເນື້ອທີ່ດິນປູກເຂົ້າເປັນຈໍານວນຫຼາຍ ແລະ ຍັງອຸດົມສົມບູນບໍ່ຈຳເປັນຕ້ອງໃຊ້ສານເຄມີໃນການປູກພືດດັ່ງກ່າວ. ໃນອານາຄົດເຊື່ອວ່າ ປະເທດລາວມີຄວາມສາມາດປູກເຂົ້າເປັນສິນຄ້າເພື່ອສົ່ງອອກໄດ້ຫຼາຍກວ່າທີ່ຜ່ານມາ ແລະ ຖ້າຫາກໄດ້ຮັບການສົ່ງເສີມຢ່າງຈິງຈັງ ຈາກພາກລັດ ໂດຍການຮ່ວມມືກັບນັກລົງທຶນ…

ກວດພົບສານຟ໋ອກໂມນປົນໃນອາຫານທະເລຈໍານວນຫຼາຍຢູ່ສະຫວັນນະເຂດ

ເຈົ້າໜ້າທີ່ຕຳຫຼວດສະເພາະກິດ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດໄດ້ແຈ້ງໃຫ້ຮູ້ວ່າມື້ວານນີ້ 31 ຕຸລາ 2019 ເຈົ້າໜ້າທີ່ໄດ້ລົງກວດກາສະພາບການຊື້-ຂາຍອາຫານທະເລຢູ່ຕະຫຼາດສາມັກຄີໄຊ ແລະ ໄດ້ພົບສານຟ໋ອກໂມນ ຢູ່ໃນອາຫານດັ່ງກ່າວເປັນຈໍານວນຫຼາຍ. ທ່ານຈັນທະວົງ ລາຊາສົມບັດ ເຈົ້າໜ້າທີ່ຕຳຫຼວດສະເພາະກິດ ນະຄອນໄກສອນພົມວິຫານໄດ້ກ່າວວ່າ ອາຫານທະເລເກືອບທຸກຊະນິດ ເຊັ່ນ: ປາມຶກ, ກຸ້ງ, ຫອຍ, ປູ…

ທະນາຄານ ພັດທະນາອາຊີ ໃຫ້ເງິນກູ້ 140 ລ້ານໂດລາ ແກ່ໂຄງການພັດທະນາ ຢູ່ ລາວ

ລັດຖະບານ ສປປ ລາວ ແລະ ທະນາຄານ ພັດທະນາອາຊີ ເຊັນສັນຍາເງິນກູ້ ມູນຄ່າທັງໝົດ 140 ລ້ານໂດລາ ສຳລັບ 3 ໂຄງການຄື: ຂະແໜງ ກະສີກຳ, ການສຶກສາ ແລະ ຄຸ້ມຄອງການເງິນພາກລັດຂອງປະເທດ. ການເຊັນສັນຍາເງິນກູ້ໄດ້ຈັດຂຶ້ນໃນວັນທີ 30…

ເປີດເທດສະການຮູບເງົາດີເດັ່ນລາວ-ຈີນປະຈໍາປີ 2019

ກົມຮູບເງົາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ຮ່ວມກັບວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI ປະຈໍາລາວ ໄດ້ຈັດ ພິທີເປີດເທດສະການຮູບເງົາດີເດັ່ນ ລາວ-ຈີນປະຈໍາປີ 2019 ຂຶ້ນຢ່າງເປັນ ທາງການໃນຕອນແລງຂອງມື້ນີ້ 30/10/2019, ທີ່ຫໍວັດທະນ ທໍາແຫ່ງຊາດ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ຈ້າວເສີງກາງ…

ໂຮງຮຽນນາຍສິບທະຫານທ້ອງຖິ່ນໄດ້ຖືກສ້າງຂຶ້ນຢູ່ແຂວງໄຊສົມບູນ

ໂຄງການກໍ່ສ້າງໂຮງຮຽນນາຍສິບທະຫານທ້ອງຖິ່ນ ແຂວງໄຊສົມບູນ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 29 ຕຸລາ 2019 ນີ້, ທີ່ກອງບັນຊາການທະຫານແຂວງ, ເຂົ້າຮ່ວມ ຝ່າຍລາວ ມີທ່ານ ພົນຕີ ສີດາລໍ ຈົງເຕັ່ງເຈຍຊາ, ຮອງຫົວໜ້າກົມໃຫຍ່ ເສນາທິການ ກອງທັບປະຊາຊົນລາວ, ທ່ານ ພອຍຄຳ…

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມອບຮັບຕຳແໜ່ງລັດຖະມົນຕີຜູ້ໃໝ່

ເລຂາທິການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ທ່ານ ບຸນຍັງ ວໍລະຈິດ ແລະ ນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ໄດ້ຕົກລົງເຫັນດີ ແຕ່ງຕັ້ງ ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ ເປັນເລຂາຄະນະພັກ ແລະ ວ່າການລັດຖະມົນຕີກະຊວງ ຖະແຫຼງຂ່າວ,…

ຄ່ານ້ຳປະປາແພງເກືອບເທົ່າໂຕຢູ່ນະຄອນຫຼວງ

ການເກັບເງິນຄ່ານ້ຳປະປາຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະເມືອງໄຊເຊດຖາ ໄດ້ມີລາຄາແພງຂຶ້ນຫຼາຍກວ່າທົບເຄິ່ງ ຖ້າທຽບໃສ່ໃບບິນເກັບເງິນຄ່ານໍ້າໃນເດືອນ ຜ່ານມາ, ໃນຄະນະທີ່ປະລິມານການຊົມໃຊ້ນ້ຳນັ້ນບໍ່ຕ່າງກັນຫຼາຍພໍປານໃດ. ສາຍເຫດດັ່ງກ່າວໄດ້ກາຍເປັນຫົວຂໍ້ໜຶ່ງນໍາມາວິພາກວິຈານກັນຫຼາຍພໍສົມຄວນ ໃນປະຈຸບັນ. ອີງຕາມການເກັບກຳຂໍ້ໃູນຂອງໜັງສືພິມວຽງຈັນທາຍ ໃນໄລຍະບໍ່ດົນມານີ້ເຫັນວ່າ ບາງຄອບຄົວເຄີຍເສຍແຕ່ລະເດືອນ 70,000 ກີບ ມາເປັນ 162,000 ກີບ, ຈາກ 100,000 ກີບ ມາເປັນ…

ອຸ​ຕຸ​ເຕ​ືອນ! ຈະ​ມີ​ພາ​ຍຸ​​ພັດ​ເຂົ້າພາ​ກ​ກາງ​ ແລະ​ ພາກ​ໃຕ້ຂອງລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ອອກແຈ້ງການເລກທີ 1524 ​ມື້​ນີ້ (ວັນທີ 29 ຕຸລາ 2019) ເນື່ອງ​ຈາກວ່າ​ຄວາມ​ກົດ​ອາ​ກາດ​ສູງ​ຈາກ​ປະ​ເທດ​ຈີນ​ໄດ້​ເພີ່ມ​ກຳ​ລັງ​​ແຮງ​ຂື້ນ ແຜ່​ລົງ​ມາ​ປົກ​ຄຸມ​​ທຸກ​ພາກ​ຂອງ​ປະ​ເທດ​ລາວ​ດ້ວຍ​ກຳ​ລັງ​ແຮງ​ປານ​ກາງ, ສົມ​ທົບ​ກັບ​ພາ​ຍຸ ດີ​ເປ​ຣ​ເຊີນ​ທີ່​ກໍ່​ຕົວ​ຢູ່​ທະ​ເລ​ຈີນ​ໃຕ້ ທີີ່​ມີ​ຈຸດ​ໃຈ​ກາງ​ຢູ່​ເສັ້ນ​ຂະ​ໜານ​ທີ່ 11.7 ອົງ​ສາ​ເໜືອ ແລະ…

ທາງ 42 ເສັ້ນ ແລະ ຂົວ 10 ແຫ່ງ ຢູ່ແຂວງເຊກອງເປ່ເພຍ້ອນນ້ຳຖ້ວມ

ແຂວງເຊກອງຕ້ອງການງົບປະມານຫຼາຍກວ່າ 170 ຕື້ກີບ ເພື່ອ ຟື້ນຟູຜົນກະທົບຈາກໄພນ້ຳຖ້ວມເມື່ອເດືອນກັນຍາທີ່ຜ່ານມາ ເຊິ່ງ ຕ້ອງການຫຼາຍກວ່າໝູ່ແມ່ນຂະແໜງໂຍທາທິການ ແລະ ຂົນສົ່ງ, ເຊິ່ງມີມູນຄ່າປະມານ 105 ຕື້ກີບ ຍ້ອນວ່າເສັ້ນທາງສຳຄັນຫຼາຍເສັ້ນເປ່ເພ. ທ່ານ ຄຳສອນ ກັນຍາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຮອງປະທານຄວບຄຸມໄພພິບັດ…