ການກໍ່ສ້າງເສັ້ນທາງລົດໄຟຟ້າລາວ-ຈີນຢູ່ຫລວງນ້ຳທາ ຈະເລີ່ມວາງລາງໃນປີ ໜ້າ
ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນ້ຳທາໄດ້ລາຍງານວ່າ ປີ 2020 ຈະເລີ່ມວາງລາງລົດໄຟ ແລະ ຄາດວ່າຈະຕິດຕັ້ງລະບົບໄຟຟ້າ ໃຫ້ສຳເລັດປີ2021. ປະຈຸບັນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຈຸດຜ່ານແຂວງຫລວງນ້ຳທາມີຄວາມຄືບໜ້າຢ່າງຕໍ່ເນື່ອງເປັນຕົ້ນແມ່ນການເຈາະອຸມົງ, ການກໍ່ສ້າງເສົາຂົ ແລະ ຈະເລີ່ມວາງຂາງຂົວ ໃນເດືອນພະຈິກ ຈະມາເຖິງນີ້ ຄາດວ່າທ້າຍປີນີ້ຈະສຳເລັດໜ້າວຽກພື້ນຖານໂຄງລ່າງດ້ານຕ່າງໆໂດຍພື້ນຖານ. ທ່ານຈັນທະຈອນ ແກ້ວລະຄອນ ຫົວໜ້າປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນ້ຳທາໃຫ້ສຳພາດຕໍ່ຊື່ມວນຊົນໃນໄລຍະບໍ່ດົນມານີ້ວ່າ ໂຄງການກໍ່ສ້າງທາງລົດໄຟຟ້າລາວ-ຈີນຈຸດຜ່ານແຂວງຫລວງນ້ຳທາໂດຍລວມແລ້ວແມ່ນສຳເລັດຕາມແຜນທີ່ວາງໄວ້…


