ລັດຖະບານລາວ ແລະ ຜູ້ຜະລິດເຮືອບິນທີ່ເປັນຂອງລັດຖະບານຈີນ, Commercial Aircraft Corporation of China (COMAC), ໄດ້ເຫັນດີເປັນເອກະພາບກັນ ອະນຸຍາດໃຫ້ຜູ້ຜະລິດເຮືອບິນຈີນ ເຂົ້າມາຖືຮຸ້ນສາຍການບິນລາວ ໃນຈຳນວນ 49%.
ລາຍງານລະບຸວ່າການເຈລະຈາທີ່ລັດຖະບານລາວໄດ້ມີກັບບໍລິສັດ COMAC ໄດ້ສຳເລັດແລ້ວ, ໂດຍໄດ້ຢືນຢັນໂຄງສ້າງການຖືຮຸ້ນທີ່ອະນຸຍາດໃຫ້ລັດຖະບານລາວຮັກສາການເປັນເຈົ້າຂອງສ່ວນໃຫຍ່ 51% ແລະ COMAC ຖື 49%. ຕາມການລາຍງານຂອງລັດຖະບານກ່ຽວກັບການປະຕິຮູບວິສາຫະກິດຫຼັກຂອງປະເທດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ 9.
ໃນເບື້ອງຕົ້ນ, COMAC ໄດ້ສະເໜີໃຫ້ເຂົ້າຊື້ຮຸ້ນສ່ວນໃຫຍ່ໃນສາຍການບິນລາວ, ແຕ່ລັດຖະບານໄດ້ເລືອກທີ່ຈະເຈລະຈາໃໝ່ກ່ອນທີ່ຈະສະຫຼຸບຂໍ້ຕົກລົງສຸດທ້າຍ
ລາຍງານໄດ້ກ່າວວ່າ “ເພື່ອໃຫ້ສຳເລັດຂໍ້ຕົກລົງນີ້, ປະຈຸບັນນີ້ມີການສຳຫຼວດກວດກາຊັບສິນ ແລະ ການປະເມີນມູນຄ່າຊັບສິນຂອງສາຍການບິນລາວ ໂດຍໜ່ວຍງານກວດສອບທີ່ເປັນເອກະລາດ.”
ການຮ່ວມມືກັບບໍລິສັດ COMAC ນີ້ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມຂອງລັດຖະບານລາວເພື່ອປະຕິຮູບວິສາຫະກິດຂອງລັດ ແລະ ເພີ່ມປະສິດທິພາບໃນການດຳເນີນງານຂອງພວກເຂົາພາຍຫຼັງຫຼາຍປີຂອງການດຳເນີນການທີ່ຂາດທຶນ.
ເຈົ້າໜ້າທີ່ລາວ ແລະ ບໍລິສັດທີ່ຕັ້ງຢູ່ຊຽງໄຮ້ກຳລັງຮ່ວມກັນສ້າງຮ່າງແຜນທຸລະກິດເພື່ອປັບປຸງສາຍການບິນລາວ ແລະ ຈະຖືກສະເໜີໃຫ້ລັດຖະບານເປັນຜູ້ອະນຸມັດ
ລັດຖະບານ ແລະ COMAC ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MoU) ກ່ຽວກັບການຮ່ວມທຸລະກິດໃນເດືອນຕຸລາ 2024. ແລະ ໃນເດືອນເມສາປີນີ້, ສາຍການບິນລາວໄດ້ນຳເອົາເຮືອບິນ COMAC C919 ເຂົ້າໃນສາຍການບິນຂອງຕົນພາຍໃຕ້ສັນຍາເຊົ່າກັບຜູ້ຜະລິດຈີນ.


