Vientiane Times Lao

ລາວ ແລະ ລັດເຊຍ ຈະຮ່ວມມືກັນໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19

ລັດຖະບານແຫ່ງ ສປປ ລາວ (ຕາງໜ້າໂດຍກະຊວງສາທາລະນະສຸກ) ແລະ ສະຫະພັນລັດເຊຍຈະຮ່ວມມືກັນທາງດ້ານການແພດ ໂດຍສະເພາະແມ່ນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໂດຍຈະເລັ່ງໃສ່ 3 ໜ້າວຽກ. ເນື່ອງໃນໂອກາດທີ່ທ່ານທູດລັດເຊຍ ປະຈໍາລາວ ໄດ້ເຂົ້າພົບປະກັບການນໍາກະຊວງສາທາລະນະສຸກໃນອາທິດຜ່ານມາ, ທັງສອງຝ່າຍໄດ້ມີການປຶກສາຫາລືກັນຫຼາຍບັນຫາທີ່ສໍາຄັນທາງດ້ານການແພດ ໂດຍສະເພາະທັງສອງຝ່າຍຈະມີການຮ່ວມມືກັນໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໂດຍເລັ່ງໃສ່…

ຜູ້ຕິດເຊື້ອໂຄວິດ-19 ຄົນທີ 21 ໄດ້ອອກໂຮງໝໍ ແຕ່ຍັງໄປຈໍາກັດບໍລິເວນ ຢູ່ໂຮງແຮມຈົນຄົບ 14 ວັນ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19, ໂດຍ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ​ກະຊວງ ສາທາລະນະສຸກ ທ່ານ ດຣ.​ ສີສະຫວາດ ສຸດທານີລະໄຊ ໄດ້ແຈ້ງໃຫ້ຮູ້ປະຈໍາວັນອັງຄານວັນທີ 25 ສິງຫາ 2020 ວ່າ:…

ຈັບໄດ້ແລ້ວ 5 ຄົນ ຈາກ 12 ຄົນ ນັກໂທດທີ່ໂຕນໜີຈາກຄ້າຍຄຸມຂັງ ໂພນຕ້ອງ ໃນມື້ວານນີ້

ເຈົ້າໜ້າທີ່ຄ້າຍຄຸມຂັງໂພນຕ້ອງ (ຄຸກໂພນຕ້ອງ) ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ແຈ້ງຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ວ່າ: ຮອດປັດຈຸບັນນີ້ເຈົ້າໜ້າທີ່ຄ້າຍຄຸມຂັງສາມາດຈັບກຸມ ນັກໂທດໄດ້ 5 ຄົນແລ້ວ ຍັງ 7 ຄົນ ຈາກນັກໂທດທີ່ໂຕນໜີອອກຈາກຄ້າຍຄຸມຂັງທັງໝົດ 12 ຄົນ ໃນມື້ວັນທີ 24 ສິງຫາ ທີ່ຜ່ານມາ,…

ຍົກລະດັບການຜະລິດລາຍການວິທະຍຸ ແລະ ສື່ສັງຄົມອອນລາຍ

ວິທະຍຸກະຈາຍສຽງແຫ່ງຊາດ ຮ່ວມກັບ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ຈັດຊຸດຝຶກອົບຮົມການຜະລິດລາຍການວິທະຍຸ, ການຜະລິດສື່ສັງຄົມອອນລາຍ ໃຫ້ແກ່ທິມງານນັກຈັດລາຍການ ເປີດໃຈໄວໜຸ່ມ ແຂວງໄຊສົມບູນ. ການຝຶກອົບຮົມຄັ້ງນີ້ ມີນັກສຳມະນາກອນ ເຂົ້າຮ່ວມທັງໝົດ 17 ຄົນ, ໄດ້ຮຽນຮູ້ກ່ຽວກັບການຜະລິດລາຍການວິທະຍຸ, ການຂຽນຂ່າວ ແລະ…

ແຂວງສາລະວັນເນັ້ນໃສ່ກວດຄົນເຂົ້າ-ອອກຢູ່ ດ່ານຊາຍແດນລາວ- ຫວຽດນາມ ເປັນພິເສດ ເພື່ອປ້ອງກັນໂຄວິດ-19

ພະແນກສາທາລະນະສຸກແຂວງສາລະວັນ ແຈ້ງໃຫ້ຮູ້ວ່າ: ທາງແຂວງໄດ້ມີມາດຕະການຢ່າງເຂັ້ມງວດໃນການເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕາມການແຈ້ງການຂອງສໍານັກງານນາຍົກລັດຖະມົນຕີ ໂດຍເນັ້ນໃສ່ການເຂົ້າອອກຢູ່ດ່ານຊາຍແດນລາວ ແລະ ສສ ຫວຽດນາມ ເປັນພິເສດ. ຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ ທ່ານ ດຣ ບົວໄລ ແສນແກ້ວມີ ກໍໄດ້ກ່າວເມື່ອບໍ່ດົນມານີ້ວ່າ: 8…

ພົບນໍ້າມັນເຈືອປົນນໍ້າຢູ່ປໍ້າແຫ່ງໜຶ່ງ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ແລະ ຢູ່ແຂວງໄຊຍະບູລີ

ສັງຄົມ ຫຼື ຜູ້ຊົມໃຊ້ຍານພາຫະນະ ຢາກໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພະແນກ, ຫ້ອງການ ອຸດສາຫະກໍາ ແລະ ການຄ້າ ໃນແຕ່ລະແຂວງ, ເມືອງ ໃນຂອບເຂດທົ່ວປະເທດ ລົງຕິດຕາມກວດກາບັນດາປໍ້ານໍ້າມັນຂາຍຍ່ອຍໃນຂອບ ເຂດທົ່ວປະເທດ, ຫຼັງຈາກທີ່ມີຜູ້ໄປຊື້ນໍ້າມັນແອັດຊັງຢູ່ປໍ້າແຫ່ງໜຶ່ງຢູ່ບ້ານ ໜອງໄຮ ເມືອງຫາດຊາຍຟອງ…

ການຄ້າຂາຍສັດປ່າແບບຊະຊາຍ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດປ່າຫຼາຍຊະນິດ

ການລັກລອບຄ້າຂາຍສັດປ່າແບບຊະຊາຍ ແມ່ນໜຶ່ງໃນທຸລະກິດທີ່ຜິດກົດໝາຍໃນທົ່ວໂລກ, ໂດຍສະເພາະໃນລະຫວ່າງ ປີ 2011 ແລະ 2012 ຢູ່ ສປປ ລາວ ໄດ້ດໍາເນີນການກວດກາການຊື້ຂາຍສັດປ່າ ທີ່ຜິດກົດໝາຍ, ຊຶ່ງສາມາດຍຶດສັດປ່າທີ່ຫວງຫ້າມຈໍານວນ 1, 218 ໂຕ ລວມມີ 39 ຊະນິດ, ຊິ້ນສ່ວນສັດປ່າຫຼາຍກວ່າ…

ໜອງສົມເດັດສຸພານຸວົງຈະກາຍເປັນແຫຼ່ງ ທ່ອງທ່ຽວແຫ່ງໃໝ່ຢູ່ແຂວງຊຽງຂວາງໃນອະນາຄົດ

ກຸ່ມບໍລິສັດຄຳໄພຊະນະ ກຽມພັດທະນາໜອງສົມເດັດສຸພານຸວົງ ຢູ່ເມືອງແປກ ແຂວງຊຽງຂວາງ ໃຫ້ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ຫຼັງຈາກໄດ້ອະນຸມັດສໍາປະທານ 30 ປີ ຈາກອໍານາດການປົກຄອງແຂວງຊຽງຂວາງ. ກຸ່ມບໍລິສັດຄຳໄພຊະນະ ຈະພັດທະນາໜອງສົມເດັດສຸພານຸວົງ ໂດຍຈະສ້າງສິ່ງອຳນວຍຄວາມສະດວກຕ່າງໆໃຫ້ແກ່ນັກທ່ອງທ່ຽວ ລວມມີຮ້ານອາຫານ, ລີສອດ, ຕູບຍາຍຕາມແຄມໜອງ, ບ່ອນອອກກຳລັງກາຍເພື່ອຄົນຮັກສຸຂະພາບ, ສວນສະໜຸກສຳລັບເດັກນ້ອຍ, ສວນດອກໄມ້ຫຼາກຫຼາຍຊະນິດ,…

ການຜະລິດກະສິກຳສົ່ງອອກຢູ່ແຂວງອຸ ດົມໄຊ ໄດ້ຮັບຜົນກະທົບຈາກໂຄວິດ-19

ໄລຍະ 6 ເດືອນ ຜ່ານມາ ແຂວງອຸດົມໄຊ ກໍ່ເປັນແຂວງໜຶ່ງ ທີ່ໄດ້ຮັບຜົນກະທົບຫຼາຍດ້ານຈາກການລະບາດຂອງພະຍາດ ໂຄວິດ-19, ໂດຍສະເພາະແມ່ນຂົງເຂດການຜະລິດກະສິກຳໃນການສົ່ງອອກໄປຕ່າງປະເທດ ໂດຍສະເພາະແມ່ນ ການສົ່ງອອກໄປສປ ຈີນ  ເປັນຕົ້ນແມ່ນ ໝາກໂມ, ໝາກຫຸ່ງ,ໝາກອຶ, ໝາກຖົ່ວ, ໝາກກ້ວຍ, ມັນດ້າງ ແລະ ອ້ອຍ,…

ຮອງນາຍົກລັດຖະມົນຕີຢ້ຽມຢາມ ແລະ ຊຸກຍູ້ການພັດທະນາ ເຂດເສດຖະກິດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ທ່ານ  ສອນ​ໄຊ ສີ​ພັນ​ດອນ​, ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການພັດທະນາ ເຂດເສດຖະກິດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ (VITA PARK)  ເມື່ອບໍ່ດົນມານີ້. ເຂດ…