Vientiane Times Lao
UNESCO ​ຮັບ​ຮອງເອົາ “ບຸນ​ກຸດ​ຈີນ​” ເປັນ​ມໍລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຂອງມວ​ນ​ມະ​ນຸດແລ້ວ

UNESCO ​ຮັບ​ຮອງເອົາ “ບຸນ​ກຸດ​ຈີນ​” ເປັນ​ມໍລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຂອງມວ​ນ​ມະ​ນຸດແລ້ວ

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 19 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ ເພື່ອ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາ​ມ​ມະ​ທຳ​ຂອງ​ອົງ​ການ​ການ​ສຶກ​ສາ ວິ​ທະ​ຍາ​ສາດ ​ແລະ​ ວັດ​ທະ​ນະ​ທຳ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຫຼື UNESCO ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄ​ອນ​ຫຼວງ​ອາ​ຊູງ​ຊັນ​ປະ​ເທດ​​ປາ​ຣາ​ໄກວ​ ເມື່ອ​ວັນ​ທີ 4 ທັນ​ວາ​ນີ້​ ໄດ້​ຜ່ານ​​ການຮັບ​ຮອງ​ເອົາ​ “ບຸນ​ກຸດ​ຈີນ: ພຶດ​ຕິ​ກຳ​ສັງ​ຄົມ​ດ້ານ​ການ​ສະ​ຫຼອງ​ບຸນ​ປີ​ໃໝ່​ປະ​ເພ​ນີ​ຄົນ​ຈີນ” ທີ່​ສະ​ເໜີ​ຄຳ​ຮ້ອງ​ໂດຍ​ປະ​ເທດ​ຈີນ​ນັ້ນ​​​ເຂົ້າ​ໃນ​ບັນ​ຊີ​​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຂອງມວນ​ມະ​ນຸດ​ຂອງ​ອົງ​ການ UNESCO ແລ້ວ. ​ຜ່ານ​ຈາກ​ການ​ຮັບ​ຮອງ​ໃນ​ຄັ້ງ​ນີ້, ​ເຮັດ​ໃຫ້ຈີນ​ ມີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ ​ທັງ​ໝົດ 44 ລາຍ​ການ ທີ່​ໄດ້​ຖືກ​ຮອງ​ຮັບ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳຂອງ​ອົງ​ການ UNESCO ເຊິ່ງ​ເປັນ​ຈຳ​ນວນ​ຫຼາຍ ​ອັນ​ດັບ​ໜຶ່ງ​ຢູ່​ໃນ​ໂລກ.

ບຸນ​ກຸດ​ຈີນ ເປັນ​ບຸນ​ປະ​ເພ​ນີ​ຂອງ​ຈີນ ​ທີ່​ມີພື້ນ​ຖານ​ອັນ​ໜັກ​ແໜ້ນ​ທີ່​ສຸດ ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ທີ່​ສຸດ, ມີ​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ທີ່​ສຸດ ແລະ ​ມີ​ຊື່​ສຽງ​ອິດ​ທິ​ພົນ​ກວ້າງ​ຂວາງ​ທີ່​ສຸດ. ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ ແຕ່​ລະ​ປີ, ຊາວ​ຈີນ ​ໃນ​ທົ່ວ​ໂລກ​ ຕ່າງ​ກໍ​ຈະ​ສະ​ເຫຼີມ​ສະຫຼອງ​ບຸນ​ປະ​ເພ​ນີ​ນີ້ ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ “ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່, ຂໍ​ພອນ​ຮັບ​ໂຊກ, ເຕົ້າ​ໂຮມ​ສາ​ມັກ​ຄີ​ຢ່າງ​ກົມ​ກຽວ​ປອງດອງ​ກັນ.”

ຂ່າວ: CRI

Related Articles

Leave a Reply