Vientiane Times Lao
Unitel ມອບລາງວັນໃຫ້ລູກຄ້ານຳໃຊ້ ອິນເຕີເນັດບ້ານ FTTH

Unitel ມອບລາງວັນໃຫ້ລູກຄ້ານຳໃຊ້ ອິນເຕີເນັດບ້ານ FTTH

ຢູນີເທວ ຈັດກິດຈະກຳມອບລາງວັນໃຫ້ແກ່ລູກຄ້າ ທີ່ຕິດຕັ້ງອີນເຕີເນັດ FTTH

ໃໝ່ , ຕໍ່ສັນຍາ ປະຈໍາເດືອນ 5/2024 ເຊີ່ງຂອງລາງວັນທັງໝົດມີຈໍານວນ 34 ລາງວັນ/ເດືອນລວມມີ : ລາງວັນທີ 1 ຕູ້ຊັກຜ້າ ຈຳນວນ 1 ລາງວັນ , ລາງວັນທີ 2 ໂທລະສັບ VIVOY03 ຈໍານວນ 3 ລາງວັນ , ລາງວັນທີ 3 ເຊັດກະຕິກນ້ຳ ຈໍານວນ 30 ລາງວັນ ແລະ ເດືອນ10 ພິເສດຄົບຮອບ 15 ປີ ຂອງລາງວັນປະກອບມີ : ລາງວັນພິເສດຄຳມູນຄ່າ 100.000.000 ກີບ ຈຳນວນ 1 ລາງວັນ , ລາງວັນທີ 1 ລົດຈັກໄຟຟ້າ YADEA ຈຳນວນ 1 ລາງວັນ , ລາງວັນທີ 2 ນໍາໃຊ້ FTTH ຟຣີ 12 ເດືອນແພັກເກດ Max35 ຈໍານວນ 2 ລາງວັນ , ລາງວັນທີ3 Smart BoxTV Unitel ຈໍານວນ 5 ລາງວັນ.

ລູກຄ້າທີ່ໄດ້ຮັບ ຕູ້ຊັກຜ້າ ຈຳນວນ 1 ທ່ານ ແມ່ນທ່ານ ນາງ ບຸນເລີດ ບ້ານ ນາພຽງ ເມືອງ ຊະນະຄາມ ແຂວງ ວຽງຈັນ.

ສຳລັບ ລູກຄ້າທີ່ໄດ້ຮັບ ໂທລະສັບ VIVOY 03ຈຳນວນ 3 ທ່ານຄື:

1/ ທ່ານ ນາງ ວັນສຸກ ສຸລິຍາ ບ້ານ ຈອມມ່ວງ ເມືອງ ຜົ້ງສາລີ ແຂວງ ຜົ້ງສາລີ

2/ ທ່ານ  ສີສົງຄາມ ລາສາພົນ ບ້ານ ດົງດໍາດວນ ເມືອງ ໄກສອນພົມວິຫານ ແຂວງ ສະຫວັນນະເຂດ

3/ ທ່ານ ປະສົງ ເພັດພວງພັນ ບ້ານໂນນຂີ້ເລັກ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ

ໂປຣໂມຊັນ ດັ່ງກ່າວຍັງສືບຕໍ່ຈົນເຖີງ ເດືອນ 10/2024 ສຳລັບບໍລິການດ້ານອິນເຕີເນັດບ້ານ FTTH ຂອງ ຢູນີເທວດ້ວຍສັນຍານອິນເຕີເນັດ ໄວ ແຮງ ລາຄາບໍ່ແພງ – ລາຄາເລີ່ມຕົ້ນພຽງ 165,000 ກີບ (ລາຄາດັ່ງກ່າວແມ່ນລວມຄ່າຮັກສາຄວາມປອດໄພ5,000ກີບ) ພ້ອມກັບໂປຣໂມຊັນ ຈ່າຍກ່ອນ 3ເດືອນຟຣີ 1 ເດືອນ ໄດ້ຮັບ 1 ລະຫັດ , ຈ່າຍ 6 ເດືອນຟຣີ 2 ເດືອນ ໄດ້ຮັບ 2 ລະຫັດ, ຈ່າຍ 12 ເດືອນ ຟຣີ 4 ເດືອນ ໄດ້ຮັບ 4 ລະຫັດ. ເທົ່ານັ້ນຍັງບໍ່ພໍ ແຖມຟຣີຄ່າຕິດຕັ້ງ,ອິນເຕີເນັດເທິງມືຖື 2GB-5GB ແລະ ເບິ່ງໂທລະພາບຜ່ານບໍລິການLAO TV ຟຣີ 80 ຊ່ອງ . ຍິ່ງຈ່າຍລ່ວງໜ້າຫຼາຍເດືອນ ຍິ່ງໄດ້ຮັບລາຄາພິເສດ. ນອກນັ້ນ ຢູນີເທວຍັງມີອຸປະກອນແບບປະເພດ Mesh wifi ເຊີ່ງເໝາະກັບພື້ນທີ່ເຮືອນທີ່ກ້ວາງ , ຫຼາຍຊັ້ນ, ຫຼາຍຫ້ອງ ໂດຍສັນຍານ wifi ຍັງແຮງ ແລະ ບໍ່ຫຍຸ້ງຍາກເລື່ອງສາຍເຊື່ອມຕໍ່.

ຊ່ອງທາງສັ່ງຕິດຕັ້ງ : ຜ່ານເວັບໄຊ unitel.com.la ຫຼື ໂທ 021999888.

Related Articles

Leave a Reply