* ການຂະຫຍາຍເຄືອຂ່າຍລວມທັງການເພີ່ມຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ*
(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄືອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍຕົວຫຼັງຈາກໂລກລະບາດ Covid-19.
ການຂະຫຍາຍຕົວດ້ານການດໍາເນີນງານທີ່ເຂັ້ມແຂງພ້ອມດ້ວຍການລາຍງານລາຍຮັບ




ອີງຕາມຜົນການເງິນໃນໄຕມາດທີ 4 ປີ 2024, VietJet ໄດ້ບັນທຶກລາຍຮັບດ້ານການບິນ 19.776 ຕື້ດົງ (ປະມານ 17.000 ຕື້ກີບ) ແລະ ກໍາໄລຫຼັງເສຍພັນທະອາກອນແມ່ນ 167 ຕື້ດົງ (ປະມານ 143 ຕື້ກີບ), ເຊີ່ງກວມເອົາການເຕີບໂຕ 36% ແລະ 247% ເມື່ອທຽບໃສ່ປີທີ່ຜ່ານມາ ຕະຫຼອດປີ 2024, ລາຍຮັບການບິນຂອງສາຍການບິນບັນລຸໄດ້ 71.545 ພັນຕື້ດົງ (ປະມານ 61.500 ຕື້ກີບ), ດ້ວຍກໍາໄລຫຼັງເສຍພັນທະອາກອນຫຼາຍກວ່າ 1.301 ພັນຕື້ດົງ (ປະມານ 1.1 ພັນຕື້ກີບ) ເພີ່ມຂື້ນ 33% ແລະ 697% ຕາມລໍາດັບເມື່ອທຽບກັບໄລຍະດຽວກັນໃນປີທີ່ຜ່ານມາ.
ໃນ 3 ເດືອນສຸດທ້າຍຂອງປີ 2024, ລາຍຮັບລວມຂອງ VietJet ໄດ້ເຕີບໂຕຢ່າງແຂງແຮງ, ບັນລຸເຖິງ 19.797 ພັນຕື້ດົງ (ປະມານ 17.1 ພັນຕື້ກີບ), ໃນຂະນະທີ່ກໍາໄລຫຼັງອາກອນແມ່ນຢູ່ທີ່ 21.4 ຕື້ດົງ (ປະມານ 18.4 ຕື້ກວ່າກີບ), ສະທ້ອນໃຫ້ເຫັນເຖິງການເພີ່ມຂື້ນ 36% ແລະ 8% ເມື່ອທຽບໃສ່ປີກ່ອນ. ສໍາລັບປີ 2024, ສາຍການບິນໄດ້ບັນທຶກລາຍຮັບລວມ 71.545 ພັນຕື້ດົງ (ປະມານ 61.8 ພັນຕື້ກີບ), ໂດຍມີກໍາໄລຫຼັງອາກອນຢູ່ 1.426 ພັນຕື້ດົງ (ປະມານ 1.2 ພັນຕື້ກີບ), ເພີ່ມຂື້ນ 23% ແລະ 516% ຕາມລໍາດັບເມື່ອທຽບໃສ່ປີທີ່ຜ່ານມາ.
ມາຮອດວັນທີ 31 ທັນວາ 2024, ຊັບສິນທັງໝົດຂອງ VietJet ມີມູນຄ່າເກືອບ 99,5 ພັນຕື້ດົງ (ປະມານ 86 ພັນຕື້ກີບ), ອັດຕາສ່ວນໜີ້ສິນຕໍ່ຫຸ້ນແມ່ນ 2,12 ແລະ ອັດຕາສ່ວນສະພາບຄ່ອງແມ່ນ 1,71 ທັງສອງຖືວ່າຢູ່ໃນເຂດປອດໄພສໍາລັບອຸດສາຫະກໍາການບິນ.
ໃນປີ 2024, VietJet ໄດ້ຂົນສົ່ງຜູ້ໂດຍສານກວ່າ 25,9 ລ້ານຄົນ ດ້ວຍຖ້ຽວບິນ 137,000 ຖ້ຽວຜ່ານ 145 ເສັ້ນທາງ, ໃນນັ້ນມີ 44 ເສັ້ນທາງຜ່ານພາຍໃນ ແລະ 101 ເສັ້ນທາງສາກົນ. ສາຍການບິນມີປະລິມານຜູ້ໂດຍສານສູງສຸດໃນບັນດາສາຍການບິນຫວຽດນາມ.
VietJet ຍັງປະສົບຜົນສໍາເລັດຕາມເປົ້າໝາຍທີ່ໄດ້ຮັບເຮືອບິນໃໝ່ 10 ລໍາໃນປີ 2024. ຝູງເຮືອບິນທີ່ຂະຫຍາຍໂຕໄດ້ດໍາເນີນງານການບັນທຸກສະເລ່ຍ 87% ແລະ ອັດຕາຄວາມໜ້າເຊື່ອຖືດ້ານເຕັກນິກ 99.72%.
ການຂະຫຍາຍສາກົນ ແລະ ຖ້ຽວບິນທໍາອິດຂອງສະຫະລັດ
ຜົນປະກອບການດ້ານທຸລະກິດຂອງສາຍການບິນສະທ້ອນໃຫ້ເຫັນຍຸດທະສາດໃນການຂະຫຍາຍໄປຕ່າງປະເທດ ໃນຂະນະດຽວກັນກໍຮັກສາເຄືອຂ່າຍພາຍໃນປະເທດທີ່ໝັ້ນຄົງ. ໃນໄຕມາດທີ 4 ປີ 2024, VietJet ໄດ້ເປີດຖ້ຽວບິນໂດຍກົງລະຫວ່າງ Da Nang ແລະ Ahmedabad (ອິນເດຍ), ລວມເຖິງລະຫວ່າງ Ha Noi ແລະ Kuala Lumpur (ມາເລເຊຍ). ສາຍການບິນຍັງໄດ້ເພີ່ມຄວາມຖີ່ຂອງການບິນໃນເສັ້ນທາງນະຄອນຫຼວງວຽງຈັນ – ໂຮຈິມິນ, ລວມເຖີງລະຫວ່າງຫວຽດນາມ – ສ.ເກົາຫຼີ, ຍີ່ປຸ່ນ, ແລະ ອື່ນໆ.
VietJet ໄດ້ລົງນາມໃນສັນຍາຮ່ວມມືກັບ Emirates ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ Dubai (UAE), ເປັນຈຸດໝາຍປາຍທາງໃນທົ່ວໂລກ. ສາຍການບິນຍັງໄດ້ປະກາດເສັ້ນທາງໂດຍກົງໄປຍັງ Hyderabad ແລະ Bangalore (ອິນເດຍ), ແລະ ໄປ Beijing ແລະ Guangzhou (ຈີນ), ເຊື່ອມໂຍງເຂົ້າກັບສອງຕະຫຼາດທີ່ມີປະຊາກອນທີ່ໜາແໜ້ນ ແລະ ມີທ່າແຮງສູງ.
VietJet ໄດ້ດໍາເນີນຖ້ຽວບິນທໍາອິດຈາກຫວຽດນາມ ໄປ ສະຫະລັດອາເມລິກາ ເຊີ່ງເປັນການພັດທະນາຄັ້ງປະຫວັດສາດ. ໃນລະຫວ່າງການເດີນທາງທີ່ສໍາຄັນນີ້, ສາຍການບິນໄດ້ປຶກສາຫາລືການຮ່ວມມືທີ່ມີມູນຄ່າປະມານ 14 ຕື້ໂດລາສະຫະລັດກັບຄູ່ຮ່ວມມືຍຸດທະສາດຂອງສະຫະລັດອາເມລິກາ. ການສົນທະນາເຫຼົ່ານີ້ປະຕິບັດຕາມຂໍ້ຕົກລົງທີ່ຜ່ານມາກັບ Boeing, GE, CFM, Pratt & Whitney, ແລະ Honeywell, ລວມມູນຄ່າກວ່າ 50 ຕື້ໂດລາສະຫະລັດ. ນອກຈາກນັ້ນ, ສາຍການບິນກໍາລັງຄົ້ນຫາການຮ່ວມມືກັບ SpaceX ແລະ ຜູ້ໃຫ້ບໍລິການເຕັກໂນໂລຊີດ້ານອິນເຕີເນັດໃນການບິນເພື່ອສະໜັບສະໜູນເຮືອບິນ, ໂດຍນໍາເອົານະວັດຕະກໍາດິຈິຕອນເພື່ອປັບປຸງປະສົບການຂອງລູກຄ້າ.
ກ້າວເຂົ້າປິ 2025, VietJet ມຸ່ງໝັ້ນຈະຮັກສາຄ່າບຸກເບີກຂອງຕົນໃນການເຊື່ອມຕໍ່ຫວຽດນາມ ກັບໂລກ ຜ່ານເຄືອຂ່າຍການບິນສາກົນທີ່ນັບມື້ນັບກວ້າງຂວາງ. ສາຍການບິນມຸ່ງໝັ້ນຕັ້ງໃຈທີ່ຈະໄປເຖິງການເປັນຜູ້ນໍາໜ້າ ໃນດ້ານຄວາມຍືນຍົງ ແລະ ເຕັກໂນໂລຊີ, ປະກອບສ່ວນເຂົ້າໃນການຄ້າ, ການລົງທຶນ, ການແລກປ່ຽນວັດທະນະທໍາທົ່ວໂລກ.