*ສ່ວນຫຼຸດສູງສຸດ 100% ໃນວັນທີ 10 ຕຸລາ ແລະ ປີ້ລາຄາ 0 ກີບທຸກໆວັນສຸກ.
(ນະຄອນຫຼວງວຽງຈັນ, 9 ຕຸລາ 2024) – ສາຍການບິນ Vietjet ເສີມຂະຫຍາຍຄວາມໝັ້ນໃຈຂອງພວກເຮົາໃນການຊຸກຍູ້ການຄ້າ ແລະ ການທ່ອງທ່ຽວລະຫວ່າງລາວ ແລະ ຫວຽດນາມ ໂດຍການເພີ່ມຄວາມຖີ່ຂອງຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈິມິນ ເມືອງທີ່ໃຫຍ່ທີ່ສຸດຂອງຫວຽດນາມ. ຖ້ຽວບິນຈະເລີ່ມແຕ່ວັນທີ 27 ຕຸລາ 2024 ເປັນຕົ້ນໄປ, ເສັ້ນທາງນີ້ຈະເປີດຖ້ຽວບິນປະຈໍາວັນ ເພີ່ມຂຶ້ນຈາກເກົ່າທີ່ແມ່ນ 4 ຖ້ຽວບິນ ໄປ-ກັບ ຕໍ່ອາທິດ ເຊິ່ງຊ່ວຍສະໜອງທາງເລືອກການເດີນທາງທີ່ປະຢັດໃຫ້ແກ່ນັກທ່ອງທ່ຽວລາວ.

ປີ້ເຮືອບິນນີ້ແມ່ນຈະຂາຍຢູ່ໃນເວັບໄຊທ໌ www.vietjetair.com ແລະ ແອັບພລິເຄຊັນມືຖື Vietjet Air, ສາມາດຈອງຖ້ຽວບິນໄດ້ເລີຍຕອນນີ້. ນັກທ່ອງທ່ຽວຍັງສາມາດໃຊ້ປະໂຫຍດຈາກໂປຣໂມຊັນຕໍ່ເນື່ອງໄດ້ ໃນວັນທີ 10 ຕຸລາ 2024, ເວລາ 12:00AM ຫາ 11:59PM (UTC+7), ຜູ້ໂດຍສານຍັງສາມາດຮັບສ່ວນຫຼຸດສູງສຸດ 100% ສໍາລັບປີ້ຊັ້ນປະຢັດ (*) ໂດຍໃຊ້ ລະຫັດໂປຣໂມຊັນ VJ1010. ຂໍ້ສະເໜີດີໆນີ້ ແມ່ນໃຊ້ໄດ້ກັບການເດີນທາງລະຫວ່າງວັນທີ 1 ມັງກອນ 2025 ຫາ 22 ພຶດສະພາ 2025 (**) ນອກຈາກນີ້ຍັງມີປີ້ເຮືອບິນຈຳນວນຫຼາຍລ້ານໃບ (*) ສຳລັບທຸກເສັ້ນທາງຂອງ Vietjet ເຊິ່ງວາງຈຳໜ່າຍທຸກໆວັນສຸກ.
ສໍາລັບຜູ້ໂດຍສານທີ່ຊອກຫາປະສົບການທີ່ພຣີມຽມ Vietjet ຍັງໃຫ້ສ່ວນຫຼຸດສູງສຸດ 50% ໃນຄ່າໂດຍສານຊັ້ນ deluxe (*) ສໍາລັບການເດີນທາງຕັ້ງແຕ່ມື້ນີ້ຈົນຮອດວັນທີ 20 ພະຈິກ 2024. ປີ້ເຮືອບິນເຫຼົ່ານີ້ມາພ້ອມກັບສະຫວັດດີການ ສິດທິປະໂຫຍດ 3 ຢ່າງ, ລວມມີ ຄ່າໂຫຼດກະເປົາຟຣີສູງສຸດ 40 ກິໂລ, ສາມາດເລືອກບ່ອນນັ່ງໄດ້ຟຣີ ແລະ ປ່ຽນວັນທີເດີນທາງໄດ້ຟຣີ (**)
ການຂະຫຍາຍການບໍລິການຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄດ້ສ້າງໂອກາດທີ່ໜ້າຕື່ນເຕັ້ນສໍາລັບຄົນລາວ ພິເສດແມ່ນຜູ້ທີ່ຢາກໄປຢ້ຽມຢາມນະຄອນໂຮ່ຈິມິນ. ດ້ວຍເວລາການເດີນທາງທີ່ເພີ່ມຂຶ້ນການວາງແຜນການເດີນທາງຂອງທ່ານກໍ່ຈະງ່າຍຂຶ້ນ ເຊິ່ງຈະຊ່ວຍໃຫ້ມີຄວາມສະດວກຫຼາຍຂຶ້ນ ເພື່ອໃຫ້ເໝາະສົມກັບຕາຕະລາງປະຈຳວັນຂອງທ່ານ. ການເພີ່ມຖ້ຽວບິນເຫຼົ່ານີ້ຍັງເພີ່ມທະວີການເຂົ້າເຖິງບັນດາການເຄື່ອນໄຫວທາງທຸລະກິດ, ວັດທະນະທຳ ແລະ ການພັກຜ່ອນຢ່ອນອາລົມຢູ່ນະຄອນທາງພາກໃຕ້ຂອງຫວຽດນາມ.
ນັກທ່ອງທ່ຽວລາວຍັງສາມາດໄດ້ຮັບປະໂຫຍດຈາກການເຊື່ອມຕໍ່ ທີ່ກວ້າງຂວາງ ຂອງ Vietjet ໄປສູ່ຈຸດໝາຍປາຍທາງຕ່າງໆ ໃນທົ່ວພາກພື້ນອາຊີປາຊີຟິກ ຜ່ານນະຄອນໂຮ່ຈີມິນ ເພື່ອຮອງຮັບຄວາມຕ້ອງການ ການທ່ອງທ່ຽວທີ່ເພີ່ມຂຶ້ນໃນທ້າຍປີ ແລະ ປີໃໝ່ສາກົນ. ສາຍການບິນຈະເປີດເສັ້ນທາງລະຫວ່າງປະເທດໃໝ່ ແລະ ເພີ່ມຄວາມຖີ່ຖ້ຽວບິນ ລະຫວ່າງຫວຽດນາມ ແລະ ຈຸດໝາຍປາຍທາງສຳຄັນໃນ ອາຊີ
ຫວຽດນາມ ຈະເລີ່ມໃຫ້ບໍລິການລະຫວ່າງປະເທດໃໝ່ ທີ່ເຊື່ອມຕໍ່ຮ່າໂນ້ຍ ໄປ ກົວລາລຳເປີ ເລີ່ມແຕ່ວັນທີ 28 ພະຈິກ 2024 ແລະ ເລີ່ມໃຫ້ບໍລິການຄືນໃໝ່ໃນເສັ້ນທາງ ໂຮ່ຈີມິນ-ໄຖໜານ ເລີ່ມແຕ່ວັນທີ 12 ທັນວາ 2024. ນອກຈາກນີ້, Vietjet ຍັງໄດ້ເພີ່ມຄວາມຖີ່ໃນຖ້ຽວບິນເສັ້ນທາງ ເຊື່ອມຕໍ່ຮ່າໂນ້ຍ ກັບ Siem Rab, Nagoya ແລະ Busan ລວມເຖິງນະຄອນໂຮ່ຈິມິນ ໄປ Bali ອີກດ້ວຍ.
