ການນໍາ, ອະດີດການນຳ ຂັ້ນສູງພັກ, ລັດ ນຳໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ມວນຊົນຊາວນະຄອນຫຼວງວຽງຈັນໄດ້ຮ່ວມໃສ່ບາດຖວາຍສັງຄະທານ ແດ່ພະສົງສາມະເນນ 105 ອົງ ຢູ່ພິພິທະພັນ ປະທານ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງມື້ວານນີ້ເພື່ອອຸທິດເຖິງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025).
ການໃສ່ບາດຖວາຍສັງຄະທານ ໃນຄັ້ງນີ້, ເພື່ອອຸທິດສ່ວນບຸນ, ສ່ວນກຸສົນ ເຖິງດວງວິນຍານຂອງບັນພະບູລຸດ ກໍຄື ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ, ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງ ພັກປະຊາຊົນປະຕິວັດລາວ, ຜູ້ນໍາພາສ້າງຕັ້ງກຳລັງປະກອບອາວຸດປະຕິວັດ ຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາເອກະລາດ, ອິດສະລະພາບມາສູ່ປະເທດຊາດ ສາມາດສະຖາປະນາ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ ຈົນມາຮອດປັດຈຸບັນ.
ພ້ອມນີ້, ຍັງເປັນການອຸທິດສ່ວນບຸນກຸສົນ ໃຫ້ສຳພະເວສີ (ຜີເຜດ) ຫຼື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີໄຮ້ຍາດຂາດມິດ, ເພື່ອນມິດສະຫາຍ ທີ່ໄດ້ລ່ວງລັບໄປແລ້ວ ເພື່ອເປັນບຸນ, ເປັນກຸສົນ ແລະ ອື່ນໆ.
ທີ່ມາຂ່າວ: ຂປລ


