ປກສ ສະຫວັນນະເຂດ ສົ່ງຕົວຜູ້ຖືກຫາສະແກມເມີ້ຈີນ 14 ຄົນ ໃຫ້ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ.
ພະແນກປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ໄດ້ສົ່ງຕົວຜູ້ຖືກຫາ ອາຊະຍາກຳດ້ານອິນເຕີເນັດ (ສະແກມເມີ້) ສັນຊາດຈີນ 14 ຄົນ ມອບໃຫ້ຫ້ອງການ ກະຊວງປ້ອງກັນຄວາມສະຫງົບ ເພື່ອສືບຕໍ່ດໍາເນີນຄະດີ. ເຈົ້າໜ້າທີ່ຍັງຢຶດເຄື່ອງຂອງກາງກະທຳຜິດຄື: ຄອມພົວເຕີ້ຕັ້ງໂຕະ 38 ໜວ່ຍ ແລະ ໂທລະສັບ…


