Visit BigblueAgency

ສປປ ລາວ ລິເລີ່ມການປະເມີນຜົນການຄຸ້ມຄອງສິ່ງເສດເຫຼືອແຫ່ງຊາດ ເພື່ອສ້າງການຄຸ້ມຄອງຂີ້ເຫຍື້ອແບບຍືນຍົງໃນທົ່ວປະເທດ.

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ສະຖາບັນການເຕີບໂຕສີຂຽວສາກົນ ສປປ ລາວ (GGGI) ໄດ້ເປີດກອງປະຊຸມລິເລີ່ມກິດຈະກຳໂຄງການ, ເພື່ອເຮັດການສຶກສາ-ປະເມີນການຄຸ້ມຄອງສິ່ງເສດເຫຼືອແຫ່ງຊາດ ເພື່ອສ້າງການຄຸ້ມຄອງຂີ້ເຫຍື້ອແບບຍືນຍົງໃນທົ່ວປະເທດ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 17 ພຶດສະພາ 2024, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ໂດຍການເປັນປະທານຮ່ວມຂອງ…

ຍັງຄົ້ນພົບພຣະພຸດທະຮູບ ຫຼາຍຮູບ ຢູ່ແຂວງບໍ່ແກ້ວ

ທີມງານຂຸດຄົ້ນວັດຖຸບູຮານ ຫຼຶ ພຣະພຸດທະຮູບ ຍັງສຶບຕໍ່ຄົ້ນພົບພຣະພຸດທະຮູບ ຫຼາຍຮູບ ຢູ່ທີ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຊຶ່ງການຂຸດຄົ້ນກອບກູ້ພຣະພຸດທະຮູບ ປະກອບ ມີ 2 ໄລຍະ. ໄລຍະທີ1: ແມ່ນເລີ່ມການຂຸດຄົ້ນແຕ່ວັນທີ 14 ມີນາ – 6 ເມສາ…

ລາວ ມອບເອກະສານສັດຕະຍາບັນສັນຍາວ່າດ້ວຍການຖົມຂຸມການປະມົງ

ໂດຍການມອບໝາຍຈາກລັດຖະບານ ແຫ່ງ ສປປ ລາວ, ທ່ານ ລັດສະໝີ ແກ້ວມະນີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ຫ້ອງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ເຊີແນວ ປະເທດສະວິດ, ໄດ້ເປັນກຽດມອບເອກະສານສັດຕະຍາບັນສັນຍາວ່າດ້ວຍການຖົມຂຸມການປະມົງ…

ເປີດຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ

ກະຊວງສາທາລະນະສຸກ ແລະ ອົງການກາວີ (Gavi) ລັດຖະບານ ອົດສະຕຣາລີ, ອົງການອຸຍນີເຊບ ແລະ ອົງການອະນາໄມໂລກ ໄດ້ຮ່ວມກັນເປີດພິທີ ຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທົ່ວປະເທດ ຢ່າງເປັນທາງການ ໃນມື້ວານນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ດຣ ສະໜອງ…

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ປິດລົງດ້ວຍຜົນສໍາເລັດ

ກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ດຳເນີນມາແຕ່ວັນທີ 13-17 ພຶດສະພາ 2024…

ລາວ ມອບຊ້າງ ອາຊີ ໜຶ່ງຄູ່ ໃຫ້ກຳປູເຈຍ

ລັດຖະບານລາວ ມອບຊ້າງ ອາຊີ ໜຶ່ງຄູ່ ໃຫ້ກຳປູເຈຍ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ເປັນສັນຍາລັກແຫ່ງຄວາມສາມັກຄີ ລະຫວ່າງສອງຊາດ, ຊຶ່ງຊ້າງທີ່ມອບຄັ້ງນີ້ ເປັນສາຍພັນຊ້າງອາຊີ ເພດຜູ້ອາຍຸ 3 ປີ 7 ເດືອນ ແລະ ເພດແມ່ ອາຍຸ 3…

ຜະລິດຕະພັນຍີ່ຫໍ້ໃໝ່ຂອງຈີນທີ່ຄົນຕ່າງປະເທດນິຍົມ ໄດ້ເປີດໂຕໃນງານເທດສະການຜະລິດຕະພັນຂອງຈີນປະຈຳປີ 2024

 ວັນທີ 11 ພຶດສະພາ 2024 ບົດຄັດຫຍໍ້: ເມື່ອ “China chic” ກາຍເປັນຮູບແບບໃໝ່ທີ່ທັນສະໄໝຫຼາຍຂຶ້ນ, ຜະລິດຕະພັນຍີ່ຫໍ້ຂອງຈີນ 50 ຍີ່ຫໍ້ທີ່ໄດ້ເປີດໂຕໃນງານເທດສະການຜະລິດຕະພັນຂອງຈີນປະຈຳປີ 2024 ໄດ້ເປັນການຢືນຢັນອີກເທື່ອໜຶ່ງເຖິງຄວາມໜ້າດຶງດູດຂອງສິນຄ້າທີ່ຜະລິດຈາກຈີນ. ປັກກິ່ງ, ວັນທີ 11 ພຶດສະພາ (Xinhua) – ເມື່ອ…

ພົບເຫັນສຽນພຣະພຸດທະຮູບຂະໜາດໃຫຍ່

ພົບສຽນພຣະພຸດທະຮູບ ທີ່ເຂດແຄມຂອງ ບ້ານຫາຍໂສກ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຊຶ່ງສະຖານທີ ທີ່ພົບແມ່ນຢູ່ໃນເຂດແຄມຝັ່ງຂອງໂຄງການຕ້ານເຈື່ອນຕາຝັ່ງແຄມຂອງ, ໃນວັນທີ 15 ພຶດສະພາ 2024 ຜ່ານມານີ້. ສັນນິຖານເບື້ອງຕົ້ນ ແຕ່ກ່ອນກີ້ບ່ອນນີ້ ແມ່ນທໍລະນີສົງຂອງວັດສວນມອນ ຫຼັງຈາກເສີກຫໍ້ເຂົ້າມາຮຸກຮານ ແລະ ປຸ້ນສະດົມ ເພື່ອຂຸດຄົ້ນເອົາຊັບສົມບັດຈາກວັດຕ່າງໆ ໜຶ່ງໃນນັ້ນກໍ່ແມ່ນວັດສວນມອນແຫ່ງນີ້…

ເດືອນເມສາ ມີຜູ້ເສຍຊີວິດເຖິງ 96 ຄົນ ຈາກອຸບັດເຫດໃນທົ່ວປະເທດ

ໃນໄລຍະເດືອນເມສາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 96 ຄົນ, ມີຜູ້ບາດເຈັບ 1167 ຄົນ ແລະ ມີພາຫະນະເປ່ເພ 1269 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 710 ຄັ້ງ, ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນມີນາ ທີ່ຜ່ານມາ ເພີ່ມຂຶ້ນ…

ການບິນ​ລາວ​ເປີດຖ້ຽວບິນໂດຍກົງ ປາກເຊ-​ກວາງ​ໂຈ

ລັດວິສາຫະກິດ ການບິນ​ລາວ​ຈະ​ເລີ່ມ​ຖ້ຽວ​ບິນ​ໂດຍ​ກົງ​ລະຫວ່າງ​ເມືອງ​ປາກ​ເຊ​ຫາ​ ເມືອງກວາງ​ໂຈ ແຂວງກວາງຕົງ ທາງໃຕ້ຂອງ ສປ ຈີນ ​ໃນ​ວັນ​ອາທິດ​ນີ້, ຕອບສະໜອງການເດີນທາງ ໃນປີທ່ອງທ່ຽວລາວ 2024. ໂດຍເສັ້ນທາງດັ່ງກ່າວ ຈະໃຫ້ບໍລິການໂດຍ Airbus A320, ໂດຍມີ 1 ຖ້ຽວບິນຕໍ່ອາທິດອອກເດີນທາງຈາກປາກເຊໃນວັນອາທິດ ເວລາ 23:15…