ຜູ້ມີອາວຸດປືນໄວ້ໃນຄອບຄອງຕ້ອງມອບຄືນໃຫ້ເຈົ້າໜ້າທີ່ພາຍໃນເດືອນນີ້

ຜູ້ມີອາວຸດປືນໄວ້ໃນຄອບຄອງຕ້ອງມອບຄືນໃຫ້ເຈົ້າໜ້າທີ່ພາຍໃນເດືອນນີ້

ນັບແຕ່ 1 ພະຈິກ 2026 ເປັນຕົ້ນໄປ ຫຼື ເດືອນໜ້າຖ້າໃຜມີອາວຸດປືນໄວ້ຄອບຄອງ ຈະຖືວ່າ​ເປັນປືນເຖື່ອນທຸກກໍລະນີ ເຈົ້າໜ້າທີ່ ສາມາດຈັບກຸມໄດ້ທັນທີ.

ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກ ແຈ້ງການ ສະບັບເລກທີ 311/ປກສ (ລົງວັນທີ 16 ກໍລະກົດ 2026) ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ ຄື: ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ພະນັກງານ, ລັດຖະກອນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ດຳລົງຊີວິດຢູ່ ສປປ ລາວ ມີໄວ້ຄອບຄອງອາວຸດ ແລະ ວັດຖຸລະເບີດ ທີ່ບໍ່ຖືກຕ້ອງຕາມກົດໝາຍ.

ຜູ້ທີ່ມີໄວ້ຄອບຄອງໂດຍບໍ່ຖືກຕ້ອງ ແມ່ນໃຫ້ມອບ ແລະ ສົ່ງຄືນໃຫ້ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ແລະ ນະຄອນ ທີ່ຕົນອາໄສຢູ່.

ກຳນົດເວລາ ຕ້ອງມອບສົ່ງຄືນ ນັບແຕ່ວັນທີອອກແຈ້ງການ ເປັນຕົ້ນໄປ ແລະ ບໍ່ໃຫ້ກາຍວັນທີ 31 ຕຸລາ 2026​ ນີ້​ ແລະ​ ນັບແຕ່ 1 ພະຈິກ 2026 ເປັນຕົ້ນໄປ ຖ້າໃຜມີອາວຸດປືນຢູ່ໃນຄອບຄອງ ຈະຖືວ່າ​ ເປັນປືນເຖື່ອນທຸກກໍລະນີ ເຈົ້າໜ້າທີ່ ສາມາດຈັບກຸມໄດ້ທັນທີ.

Related Articles