ກະຊວງ ສຶກສາທິການ ແລະ ກິລາ ຮັບຮອງເນື້ອໃນປຶ້ມວັດຈະນານຸກົມພາສາລາວ

ກອງປະຊຸມຮັບຮອງເນື້ອໃນປື້ມວັດຈະນານຸກົມພາສາລາວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ນະຄອນຫວງວຽງຈັນ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ພັນຄຳ ວິພາວັນ, ທີ່ປຶກສາຄະນະຮັບຜິດຊອບໂຄງການຄົ້ນຄວ້າຮຽບຮຽງ…

ນາຍົກ ເດີນທາງເຖິງ ສ ຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 48

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ຊຶ່ງໃນຕອນບ່າຍ ຂອງວັນທີ 7 ພຶດສະພາ 2026 ຜ່ານມາໄດ້ເດີນທາງເຖິງ ເຊບູ ສ ຟິລິບປິນ ເພື່ອເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນຄັ້ງທີ…

ປະທານປະເທດ ຈະເດີນທາງເຂົ້າຮ່ວມ ສະເຫຼີມສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ ຊຶ່ງຈະໄດ້ຈັດຂື້ນໃນວັນທີ 9 ພຶດສະພາ 2026 ທີ່ນະຄອນຫຼວງມົສກູ…

ລາວ-ກຳປູເຈຍ ກຳນົດຈຸດປັກຫຼັກໝາຍຊາຍແດນ ໄດ້ 280 ຫຼັກໝາຍ ຢູ່ ແຂວງ ຈຳປາສັກ

​ກອງສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ ເມືອງ ໂຂງ ແຂວງ ຈຳປາສັກ ໄດ້ສະຫຼຸບ ການຈັດຕັ້ງປະຕິບັດວຽກງານພາຍໃນປີ 2025 ທີ່ຜ່ານມາ.​  ໂດຍລວມແລ້ວ, ແຕ່ເດືອນ ພຶດສະພາ 2023 ມາເຖິງທ້າຍປີ 2025, ວຽກງານກຳນົດຈຸດປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ…

ລາວ-ອົດສະຕຣາລີ ຍົກລະດັບການເປັນຄູ່ຮ່ວມມື ສຸມໃສ່ພັດທະນາວຽກງານສື່ມວນຊົນໃຫ້ກ້າວໜ້າ

ສປປ ລາວ ແລະ ອົດສະຕຣາລີ ຮັດແໜ້ນສາຍພົວພັນມິດຕະພາບ ໂດຍຕັ້ງເປົ້າໝາຍສຳຄັນໃນການຍົກລະດັບຂະແໜງການສື່ມວນຊົນຂອງສອງຊາດໃຫ້ມີຄວາມເຂັ້ມແຂງ ເຊິ່ງຈະເປັນບາດກ້າວສຳຄັນໃນການສົ່ງເສີມການແລກປ່ຽນຂໍ້ມູນຂ່າວສານ ແລະ ການພັດທະນາບຸກຄະລາກອນຮ່ວມກັນຢ່າງມີປະສິດທິພາບໃນອະນາຄົດ. ການປຶກສາຫາລືເພື່ອກຳນົດທິດທາງດັ່ງກ່າວມີຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໃນໂອກາດທີ່ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ…

ສະຖາບັນເສດຖະກິດ ສັງຄົມແຫ່ງຊາດ ເຕືອນ ອັດຕາເງິນເຟີ້ ສ່ຽງເພີ່ມຂຶ້ນຮອດ 2 ຕົວເລກໃນປີ 2026

ໄພເງິນເຟີ້ໃນລາວສ່ຽງເພີ່ມຂຶ້ນແຕະລະດັບ 9.7% ຫຼື ກັບຄືນສູ່ສອງຕົວເລກໃນປີ 2026 ຈາກແຮງກົດດັນຂອງລາຄານໍ້າມັນໂລກ ແລະ ຜົນພວງຂອງນະໂຍບາຍການເງິນແບບຜ່ອນຄາຍທີ່ຜ່ານມາ. ໃນຂະນະທີ່ເປົ້າໝາຍຂອງລັດຖະບານແມ່ນ ບໍ່ເກີນ 5% ຕໍ່ປີ. ໂຕເລກດັ່ງກ່າວ ຖືກຄາດການ ໃນບົດປະເມີນເສດຖະກິດມະຫາພາກ ຂອງ ສປປ ລາວ ໂດຍສະຖາບັນວິທະຍາສາດເສດຖະກິດ ແລະ…

ເຂດເຜົ່າຈ້ວງປົກຄອງຕົນເອງ ກວາງຊີ ພັດທະນາຢ່າງກ້າວກະໂດດ

ກວາງຊີ ເປັນໜຶ່ງໃນ 5 ເຂດຊົນເຜົ່າປົກຄອງຕົນເອງຂອງປະເທດຈີນ ເຊິ່ງຕັ້ງຢູ່ພາກໃຕ້ຂອງປະເທດຈີນ ແລະ ຢູ່ສົ້ນຕາເວັນຕົກສຽງໃຕ້ຂອງເສັ້ນທະເລແຄມແຜ່ນດິນໃຫຍ່, ເປັນເຂດດຽວຂອງປະເທດຈີນ ທີ່ຕິດກັບອາຊຽນທັງທາງທະເລທັງທາງບົກ ແລະ ເປັນເສັ້ນທາງໄປສູ່ທະເລເສັ້ນດຽວຂອງພາກຕາເວັນຕົກສຽງໃຕ້ຂອງຈີນ, ມີປະຊາກອນ 55,18 ລ້ານຄົນ,ເນື້ອທີ່ທາງບົກມີ 237.600 ຕາລາງກິໂລແມັດ ເຊິ່ງເປັນເຂດແດນທີ່ເຕັມໄປດ້ວຍທິວທັດທຳມະຊາດອັນສວຍສົດງົດງາມ ແລະ ມີວັດທະນະທຳປະຫວັດສາດອັນມີມູນເຊື້ອຍາວນານ, ມີອາລິຍະທຳອັນເກົ່າແກ່…

ການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດຊາວໜຸ່ມ-ເຍົາວະຊົນ ໄລຍະ 2026-2031

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດຊາວໜຸ່ມ-ເຍົາວະຊົນ ໄລຍະ 2026-2031. ການຮ່ວມມືໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງກົນໄກປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານ ໂດຍຫັນໄປສູ່ຄວາມທັນສະໄໝ ເພື່ອໃຫ້ສາມາດເຊື່ອມໂຍງຂໍ້ມູນຕ່າງໆ ພາຍໃນອົງການຈັດຕັ້ງຊາວໜຸ່ມທົ່ວປະເທດ…

Mister Universe Laos 2026 ເປີດຕົວຜູ້ເຂົ້າແຂ່ງຂັນ 21 ຄົນຢ່າງເປັນທາງການ

ຜູ້ຈັດງານໄດ້ແນະນຳລາຍຊື່ຜູ້ເຂົ້າແຂ່ງຂັນຫຼ້າສຸດ 21 ຄົນຢ່າງເປັນທາງການທີ່ກຳລັງກະກຽມທີ່ຈະແຂ່ງຂັນໃນເວທີປະກວດຊາຍທີ່ມີຊື່ສຽງທີ່ສຸດແຫ່ງໜຶ່ງຂອງປະເທດ, ການສະໝັກຍັງຄົງເປີດຮັບຈົນຮອດວັນທີ 5 ມິຖຸນາ. ຄວາມຕື່ນເຕັ້ນອ້ອມຮອບການປະກວດ Mister Universe Laos 2026, ການແຂ່ງຂັນບໍ່ພຽງແຕ່ເນັ້ນໃສ່ຮູບຮ່າງໜ້າຕາ ແລະ ຄວາມມີສະເໜ່ເທົ່ານັ້ນ, ແຕ່ຍັງສຸມໃສ່ຄວາມໝັ້ນໃຈ, ຄວາມເປັນຜູ້ນຳ, ບຸກຄະລິກກະພາບ, ພອນສະຫວັນ ແລະ  ຄວາມສາມາດໃນການດົນໃຈຄົນອື່ນໃນຖານະເປັນຕົວແທນຂອງປະເທດລາວ.…

ເລີ່ມຈັດຕັ້ງປະຕິບັດໂຄງການກໍ່ສ້າງໄຟຟ້າແສງຕາເວັນຂະໜາດນ້ອຍ ຢູ່ ເມືອງ ໂພນທອງ ແຂວງ ຈໍາປາສັກ

ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງ ຈຳປາສັກ ແລະ ບໍລິສັດ ໂພນທອງ ໂຊລາ ຈຳກັດ ໄດ້ຮ່ວມກັນລົງນາມເຊັນສັນຍາ ສຳປະທານ ໂຄງການກໍ່ສ້າງໄຟຟ້າແສງຕາເວັນຂະໜາດນ້ອຍ, ມີກຳລັງຕິດຕັ້ງໄຟຟ້າ 5 ເມກາວັດ (MW)​ ໃນເນື້ອທີ່ດິນ 5 ເຮັກຕາ…