ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ອອກຄຳສັ່ງເພື່ອແນໃສ່ລົບລ້າງທຸກສິ່ງກີດຂວາງທີ່ເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ ແລະ ການແຂ່ງຂັນທາງທຸລະກິດ ເພື່ອຮັບປະກັນໃຫ້ການດຳເນີນທຸລະກິດໃນ ສປປ ລາວ ເປັນໄປຢ່າງເສລີ, ຍຸດຕິທຳ ແລະ ຖືກຕ້ອງຕາມກົດໝາຍ ຫຼັງຈາກທີ່ຜ່ານມາມີບາງມາດຕະການທີ່ສົ່ງຜົນກະທົບຕໍ່ຜູ້ປະກອບການ.
ກະຊວງ ໄດ້ອອກຄຳສັ່ງດັ່ງກ່າວ ໃນວັນທີ28 ຕຸລາ 2026 ເຊິ່ງໄດ້ກຳນົດຂໍ້ຫ້າມ ແລະ ມາດຕະການສຳຄັນທີ່ທຸກພາກສ່ວນຕ້ອງປະຕິບັດຢ່າງເຄັ່ງຄັດມີດັ່ງນີ້: ຫ້າມບັງຄັບຊື້-ຂາຍ ຫຼື ສະໜອງສິນຄ້າໃຫ້ຜູ້ປະກອບການພຽງລາຍດຽວ (ຫ້າມຜູກຂາດ), ອີງຕາມຄໍາສັ່ງຂອງ ກະຊວງ ອຄ.
ຫ້າມຈຳກັດປະລິມານ, ແຫຼ່ງຈັດຊື້, ພື້ນທີ່ຈຳໜ່າຍ ຫຼື ເງື່ອນໄຂການຄ້າ ທີ່ເຮັດໃຫ້ການແຂ່ງຂັນຫຼຸດລົງ.
ຫ້າມຈຳກັດ ຫຼື ຫ້າມການນຳເຂົ້າ, ສົ່ງອອກ ຫຼື ເຄື່ອນຍ້າຍສິນຄ້າພາຍໃນປະເທດ (ລະຫວ່າງເມືອງຫາເມືອງ, ແຂວງຫາແຂວງ) ໂດຍບໍ່ຖືກຕ້ອງຕາມກົດໝາຍ.
ຫ້າມອອກມາດຕະການທີ່ເລືອກປະຕິບັດ ຫຼື ໃຫ້ສິດພິເສດແກ່ຜູ້ປະກອບການໃດໜຶ່ງ ທີ່ສົ່ງຜົນກະທົບຕໍ່ການແຂ່ງຂັນ.
ຫ້າມຕັ້ງດ່ານ ຫຼື ຈຸດກວດກາທຸກຮູບແບບ ທີ່ກີດຂວາງການເຄື່ອນຍ້າຍສິນຄ້າ (ຍົກເວັ້ນການກວດກາທີ່ຈຳເປັນຕາມກົດໝາຍສະເພາະ ແຕ່ຕ້ອງດຳເນີນໄປຢ່າງເໝາະສົມ ແລະ ບໍ່ກີດຂວາງການຈໍລະຈອນສິນຄ້າ).
ຫາກຜູ້ປະກອບການໃດໄດ້ຮັບຜົນກະທົບ ຈາກມາດຕະການທີ່ບໍ່ສອດຄ່ອງ ສາມາດສົ່ງຄຳຮ້ອງຮຽນໄປທີ່ ກົມການຄ້າພາຍໃນ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ ຫຼື ແຂວງ ເພື່ອພິຈາລະນາແກ້ໄຂດ່ວນ. ຜູ້ລະເມີດຄຳສັ່ງສະບັບນີ້ ຈະຖືກປະຕິບັດມາດຕະການຕາມກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດຢ່າງເດັດຂາດ.
ພາບ-ຂ່າວ: ພ້ອມພົງ

