ສປປລ ລາວ ມີຜູ້ປ່ວຍພະຍາດເສັ້ນເລືອດ ສະໝອງຫຼາຍກວ່າ 1,000 ຄົນຕໍ່ປີ

ສປປລ ລາວ ມີຜູ້ປ່ວຍພະຍາດເສັ້ນເລືອດ ສະໝອງຫຼາຍກວ່າ 1,000 ຄົນຕໍ່ປີ

ພະຍາດເສັ້ນເລືອດ ສະໝອງກຳລັງເປັນໄພ ຂົ່ມຂູ່ຕໍ່ບັນຫາສຸຂະພາບຂອງຄົນ ທົ່ວໂລກ ລວມທັງ ສປປລ ລາວ. 

ຢູ່ສປປ ລາວ ມີຜູ້ປ່ວຍພະຍາດເສັ້ນເລືອດສະໝອງຫຼາຍກວ່າ 1,000 ຄົນຕໍ່ປີ ອາຍຸ ລະຫວ່າງ  25 ຫາ   50  ປີ. 

ທ່ານ ປອ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ໄດ້ ກ່າວໃນວັນທີ 28 ຕຸລາ ໃນພິທີສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງໂລກ (ວັນທີ 29 ຕຸລາ), ເຊິ່ງທ່ານ ໄດ້ສະແດງຄວາມເປັນຫ່ວງກ່ຽວກັບພະຍາດດັ່ງກ່າວ ເຊິ່ງເປັນບັນຫາສຳຄັນທີ່ສົ່ງຜົນກະທົບຕໍ່ສຸຂະພາບ .

ອາການເຕືອນຂອງ Stroke ທີ່ຄວນຈື່ຈໍາ: ໃບໜ້າບິດບ້ຽວ, ແຂນຫຼືຂາອ່ອນແຮງກະທັນຫັນ, ເວົ້າບໍ່ຊັດເຈນ ຫຼື ເວົ້າບໍ່ໄດ້. ຫາກພົບອາການເຫຼົ່ານີ້ ຄວນຮີບໂທຫາລົດສຸກເສີນ ຫຼື ນໍາສົ່ງໂຮງໝໍທັນທີ ໂດຍບໍ່ລໍຖ້າໃຫ້ອາການດີຂຶ້ນເອງ

ໂຮງໝໍມິດຕະພາບໄດ້ຈັດພິທີສະເຫຼີມສະຫຼອງ ວັນດັ່ງກ່າວ ເພື່ອສ້າງຄວາມຮັບຮູ້ໃຫ້ປະຊາຊົນຮູ້ຈັກອາການເຕືອນຂອງພະຍາດ, ຮີບຮ້ອນເຂົ້າຮັບການປິ່ນປົວ ແລະ ເອົາໃຈໃສ່ປ້ອງກັນປັດໄຈສ່ຽງ. 

ທ່ານກ່າວຕື່ມວ່າ 5 ປິຜ່ານມາ (2020-2025) ໂຮງໝໍມິດຕະພາບ ມີ  ຄົນປ່ວຍພະຍາດນີ້ ມີຈຳນວນຫຼາຍກວ່າ 5,000ຄົນ ອາຍຸ ລະຫວ່າງ  25 ຫາ   50  ປີ.  

ສິ່ງທີ່ໜ້າເປັນຫ່ວງແມ່ນ ຜູ້ປ່ວຍຫຼາຍຄົນເຂົ້າເຖິງໂຮງໝໍຊ້າ ຈົນພາດໂອກາດໃນການໃຫ້ຢາລະລາຍລີ້ມເລືອດຕາມເກນການຮັກສາ. ພະຍາດນີ້ບໍ່ພຽງແຕ່ອາດເຮັດໃຫ້ເສຍຊີວິດ ແຕ່ຍັງສາມາດກໍ່ໃຫ້ເກີດຄວາມພິການໃນໄລຍະຍາວ ແລະ ສ້າງພາລະໃຫ້ແກ່ຄອບຄົວ. 

ການປ້ອງກັນ, ປະຊາຊົນຄວນກວດສຸຂະພາບເປັນປະຈໍາ ໂດຍສະເພາະການກວດຄວາມດັນເລືອດ ແລະ ລະດັບນໍ້າຕານໃນເລືອດ ເພື່ອຊອກຫາປັດໄຈສ່ຽງໃຫ້ໄວ. ນອກນັ້ນ ຄວນກິນອາຫານທີ່ມີປະໂຫຍດ, ຫຼຸດການກິນເຄັມ, ອອກກໍາລັງກາຍສະໝໍ່າສະເໝີ, ງົດສູບຢາ ແລະ ຄວບຄຸມພະຍາດປະຈໍາຕົວຕາມຄໍາແນະນໍາຂອງແພດ. 

ປັດຈຸບັນ ໂຮງໝໍມິດຕະພາບເປັນສູນປິ່ນປົວພະຍາດລະບົບປະສາດຂະໜາດໃຫຍ່ຂອງປະເທດ ມີທີມງານສະເພາະດ້ານເສັ້ນເລືອດສະໝອງ (Stroke Unit), ທີມແພດຊ່ຽວຊານປະສາດ, ເຄື່ອງກວດສະໝອງ CT ແລະ MRI ພ້ອມທັງມີຢາລະລາຍລີ້ມເລືອດ. ນອກນີ້ ຍັງກໍາລັງພັດທະນາລະບົບ Stroke Fast-Track ຢູ່ຫ້ອງສຸກເສີນ ເພື່ອໃຫ້ຜູ້ປ່ວຍໄດ້ຮັບການກວດວິນິດໄສ ແລະ ປິ່ນປົວຢ່າງວ່ອງໄວ. 

ການຮູ້ທັນອາການເຕືອນ ແລະ ການນໍາສົ່ງ ຜູ້ປ່ວຍເຖິງໂຮງໝໍໂດຍໄວ ເປັນປັດໄຈສໍາຄັນ ທີ່ຊ່ວຍເພີ່ມໂອກາດໃນການຮັກສາ ຫຼຸດຄວາມພິການ ແລະ ຫຼຸດຄວາມສ່ຽງຕໍ່ການເສຍຊີວິດ. 

ອິງຕາມ ຂໍ້ມູນຈາກອົງການເສັ້ນເລືອດສະໝອງໂລກລະບຸວ່າ ທົ່ວໂລກມີຜູ້ເປັນພະຍາດນີ້ລາຍໃໝ່ປະມານ 12 ລ້ານຄົນຕໍ່ປີ ແລະ ຜູ້ໃຫຍ່ອາຍຸເກີນ 25 ປີ ປະມານ 1 ໃນ 4 ຄົນ ມີໂອກາດເປັນພະຍາດນີ້ໃນຊີວິດ.

 ໂດຍ ເພັດໂພໄຊ ແສງປະເສີດ 

Related Articles