ສານປະຊາຊົນແຂວງອຸດົມໄຊ ໄດ້ຕັດສິນລົງໂທດປະຫານຊີວິດ ທ້າວ ວ່າງອາມິງ (ຫຼື ໄຖວ່າງ) ອາຍຸ 35 ປີ, ສັນຊາດຫວຽດນາມ ໃນວັນທີ 23 ຕຸລາ ໃນຂໍ້ຫາຂົນສົ່ງ ແລະ ມີຢາບ້າໄວ້ໃນຄອບຄອງ, ຜູ້ກ່ຽວຖືກເຈົ້າໜ້າທີ່ກວດພົບຢາບ້າຈຳນວນ 400,000 ເມັດ, ນ້ຳໜັກປະມານ 40 ກິໂລກຣາມ,
ນອກຈາກນີ້, ສານຍັງໄດ້ຕັດສິນຜູ້ກ່ຽວຕື່ມ ປັບໃໝ 3 ລ້ານກີບ ໃນຂໍ້ຫານຳໃຊ້ເອກະສານປອມ, ພ້ອມທັງມີຄຳສັ່ງຮີບຍານພາຫະນະ ແລະ ໂທລະສັບມືຖືຂອງຜູ້ກ່ຽວມາເປັນຂອງລັດ. ອີງຕາມການລາຍງານຂອງໜັງສືພິມປ້ອງກັນຄວາມສະຫງົບ.

