ເຈົ້າໜ້າທີ່ຈັບຊາຍໜຸ່ມຂັບລົດຈັກຕຳຄົນເສຍຊີວິດຢູ່ບ້ານໃໝ່ເມືອງບຸນເໜືອ ແຂວງຜົ້ງສາລີ ເມື່ອມໍ່ໆມານີ້ ພາຍຫຼັງຜູ້ກ່ຽວຕໍາແລ້ວເອົາຕົວຫຼົບໜີ ຫຼື ຕໍາແລ້ວໜີ. ຜູ້ກໍ່ເຫດຊື່ທ້າວ ແມ້ນາ ອາຍຸ 19 ປີ ຊົນເຜົ່າ ອາຄາ ອາຊີບ ປະຊາຊົນ ຢູ່ບ້ານ ສິນຈ້າຍ ເມືອງຜົ້ງສາລີ ແຂວງຜົ້ງສາລີ.
ຕາມການລາຍງານຂອງເຈົ້າໜ້າທີ່ຈະລາຈອນ ປກສ ແຂວງຜົ້ງສາລີໃຫ້ຮູ້ວ່າ: ວັນທີ 14 ຕຸລາ 2026 ນີ້, ໄດ້ມີອຸບັດຕິເຫດ ລົດຈັກ (ຕ້າໂມໂທ) ຕໍາກັບລົດຈັກ ຢູ່ທາງຂຶ້ນກອງບັນຊາການ ປກສ ເມືອງ ບ້ານໃໝ່ ເມືອງບຸນເໜືອ ແຂວງຜົ້ງສາລີ ເຮັດໃຫ້ມີຜູ້ເສຍຊີວິດ 01 ຄົນແຕ່ຄູ່ກໍລະນີຕໍາແລ້ວໜີ.
ຈາກນັ້ນ, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ສືບຕໍ່ລົງເກັບກໍາຂໍ້ມູນເອົາຄໍາໃຫ້ການຈາກບັນດາພະຍານຜູ້ທີ່ຮູ້ເຫັນເຫດການ, ຫຼັງຈາກນັ້ນເຈົ້າໜ້າທີ່ຕຳຫຼວດພະແນກຕຳຫຼວດຈະລາຈອນ ປກສ ແຂວງຜົ້ງສາລີ ກໍ່ໄດ້ປະສານສົມທົບກັບ ພະແນກສຶບສວນ-ສອບສວນ ລົງຕິດຕາມຢູ່ ຂອບເຂດ ເມືອງບຸນເໜືອ ແລະ ເມືອງຜົ້ງສາລີ.
ຕົກມາຮອດວັນທີ 6 ພະຈິກ 2026 ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈຶ່ງສາມາດກັກຕົວເປົ້າໝາຍຜູ້ຂັບຂີ່ລົດຈັກ (ຕ້າໂມໂທ) ຊື່ທ້າວ ແມ້ນາ, ອາຍຸ 19 ປີ, ຊົນເຜົ່າ ອາຄາ, ອາຊີບ ປະຊາຊົນ, ຢູ່ບ້ານ ສິນຈ້າຍ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ ມາທໍາການສຶບສວນ-ສອບສວນ ເພື່ອຊອກສາເຫດໃນການເກີດອຸປະຕິເຫດຄັ້ງນີ້.
ຜ່ານການສຶບສວນ-ສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າຕົນເປັນຜູ້ກໍ່ເຫດຕຳແລ້ວເອົາຕົວຫຼົບໜີແທ້. ປະຈຸບັນຜູ້ກ່ຽວຖືກກັກຕົວໄວ້ຢູ່ທີ່ກັກຂັງຊົ່ວຄາວ ຫ້ອງຕຳຫຼວດ. ສ່ວນຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ກຳລັງສືບຕໍ່ດໍາເນີນຕາມຫຼັກການວິຊາສະເພາະ ແລະ ຂັ້ນຕອນຂອງກົດໝາຍ.
ທີ່ມາ: ໂຄສະນາອົບຮົມ-ຂ່າວສານ ປກສ ແຂວງຜົ້ງສາລີ

