ອົງການປົກຄອງເມືອງປາກລາຍ ແຂວງໄຊຍະບູລີ ຫ້າມນຳໃຊ້ລົດສ່ວນຕົວປະກາດຮັບສົ່ງຜູ້ໂດຍສານຜ່ານສື່ອອນລາຍ ຫາກຝ່າຝືນຈະຖືກປັບໃໝ.
ການຫ້າມດັ່ງກ່າວ, ຫ້ອງວ່າການເມືອງປາກລາຍ ແຂວງໄຊຍະບູລີ ໄດ້ອອກແຈ້ງການເມື່ອມໍ່ໆມານີ້ເພື່ອຈັດລະບຽບການຂົນສົ່ງໂດຍສານທາງບົກ, ດຳເນີນການຕາມລະບຽບກົດໝາຍ ແລະ ຫຼີກລ່ຽງຜົນກະທົບຕໍ່ຜູ້ປະກອບການຂົນສົ່ງໂດຍສານທີ່ດຳເນີນທຸລະກິດຢ່າງຖືກຕ້ອງ.
ຜ່ານມາພົບວ່າ ມີລົດສ່ວນບຸກຄົນ ຫຼື ລົດປ້າຍເຫຼືອງ ລວມເຖິງລົດຂົນສົ່ງສິນຄ້າ ທີ່ແລ່ນຕາມເສັ້ນທາງຈາກເມືອງປາກລາຍໄປເມືອງໄຊຍະບູລີ, ເມືອງແກ່ນທ້າວ ແລະ ຕ່າງແຂວງ ໄດ້ຮັບຜູ້ໂດຍສານຮ່ວມເດີນທາງ ພ້ອມທັງໂຄສະນາຫາຜູ້ໂດຍສານຜ່ານສື່ອອນລາຍ ແລະ ເກັບເງິນຄ່າໂດຍສານຈາກຜູ້ຮ່ວມເດີນທາງ.

