ສປປ ລາວ ພົບການແຜ່ລະບາດຂອງພະຍາດເອສໄອວີ (ເອດ)ກໍລະນີທໍາອິດໃນປີ 1990 ຈາກກຸ່ມແຮງງານເຄື່ອນຍ້າຍ ແລະ ແລະ ພົບຜູ້ເປັນເອດກໍລະນີທໍາອິດໃນປີ 1992.
ພົບການແຜ່ລະບາດຄັ້ງທີ 2 ໃນປີ 2000 ເປັນຕົ້ນມາ ໃນກຸ່ມປະຊາກອນສ່ຽງສູງ ອັດຕາການຕິດເຊື້ອ ເອັສໄອວີ ລວມ 0,42% ໃນກຸ່ມອາຍຸ 15-49 ປີ. ການທຽບເປີເຊັນການຕິດເຊື້ອໃນກຸ່ມທີ່ມີຄວາມສ່ຽງສະເພາະ ຊາຍທີ່ມີເພດສໍາພັນກັບຊາຍ (MSM) 5,0%, ສາວບໍລິການ (FEMALE SEX WORKERS) 1,0%, ຜູ້ໃຊ້ສານເສບຕິດ ກິນ/ສັກ (PWID), ຜູ້ຕິດເຊື້ອ ເອຈໄອວີ 0,6%.
ສໍາລັບຜູ້ຕິດເຊື້ອ ເອສໄອວີ ແຍກຕາມປະເພດ ແລະ ກຸ່ມອາຊີບປີ 2026 ສັດສ່ວນການຕິດເຊື້ອແບ່ງຕາມເພດຄື: ເພດຊາຍ 61% ແລະ ເພດຍິງ 39% ຊຶ່ງກຸ່ມອາຊີບທີ່ພົບການຕິດເຊື້ອສູງຄືແຮງງານກໍາມະກອນ (ເຄື່ອນຍ້າຍ) ອັດຕາສ່ວນສູງ, ຮອງລົງມາແມ່ນກຸ່ມຄ້າຂາຍ, ຜູ້ປະກອບການກິດຈະການ. ສ່ວນກຸ່ມນັກຮຽນ, ນັກສຶກສາ, ໄວໜຸ່ມແມ່ນມີທ່າອ່ຽງເພີ່ມຂຶ້ນ, ກຸ່ມແມ່ເຮືອນ ແລະ ກຸ່ມອື່ນໆ.
ຂໍ້ມູນທີ່ກ່າວມາຂ້າງເທິງນີ້ ແມ່ນທ່ານ ດຣ. ພົງສະກອນ ຄໍາດາລານິກອນຮອງຫົວໜ້າຫ້ອງການບໍລິຫານພະແນກສາທາລະນະສຸກແຂວງຄໍາມ່ວນ, ຜູ້ປະສານງານໂຄງການ AHF ໄດ້ສະຫຼຸບລາຍງານການເຄື່ອນໄຫວ ວຽກງານສະກັດກັ້ນ ແລະ ຕ້ານເຊື້ອ ເອັສໄອວີ/ເອດ ແລະ ພຕພ ປະຈໍາປີ 2026 ແລະ ແຜນການເຄື່ອນໄຫວປີ 2027 ເມື່ອມໍ່ໆມານີ້.
ແຫຼ່ງຂ່າວຈາກ ແຂວງຄຳມ່ວນ

