ລັດຖະບານສະຫະລັດອາເມຣິກາ ໄດ້ມອບສູນຂໍ້ມູນຂ່າວສານທີ່ປັບປຸງໃໝ່ ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ໃຫ້ແກ່ຝ່າຍລາວ ເຊິ່ງເປັນອີກບາດກ້າວສຳຄັນ ໃນການຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຢູ່ ສປປ ລາວ.
ພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 26 ຕຸລາ ທີ່ຜ່ານມານີ້ ຢູ່ແຂວງຫຼວງພະບາງ, ເຂົ້າຮ່ວມໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າລັດຖະບານ ສປປ ລາວ ແລະ ທ່ານ ນາງ ມິເຊວ ເອົ້າລໍ ອຸປະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ຕາງໜ້າລັດຖະບານອາເມຣິກາ, ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ ແລະ ພະແນກການກ່ຽວຂ້ອງ, ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ, ໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ບໍລິສັດ ເທັດທຣາ ເທັກ.
ສູນຂໍ້ມູນຂ່າວສານທີ່ປັບປຸງໃໝ່ແຫ່ງນີ້ ຈະເປັນແຫຼ່ງສຶກສາຮຽນຮູ້ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ເພື່ອສ້າງຄວາມຮັບຮູ້ແກ່ສັງຄົມ ກ່ຽວກັບຜົນກະທົບດ້ານມະນຸດສະທຳ ແລະ ເສດຖະກິດຈາກລະເບີດບໍ່ທັນແຕກ, ພ້ອມທັງໃຫ້ຜູ້ມາຢ້ຽມຊົມໄດ້ຮຽນຮູ້ເຖິງຄວາມສຳຄັນ ຂອງການໂຄສະນາສຶກສາຄວາມສ່ຽງ, ການສຳຫຼວດ ແລະ ການເກັບກູ້ ເພື່ອຫຼຸດຜ່ອນໄພອັນຕະລາຍຈາກລະເບີດທີ່ຕົກຄ້າງ ໃນ ສປປ ລາວ.
ທ່ານ ນາງ ມິເຊວ ເອົ້າລໍ ໄດ້ເນັ້ນເຖິງຄວາມສຳຄັນຂອງການຮ່ວມມື ສປປ ລາວ–ສະຫະລັດອາເມຣິກາ ໃນການແກ້ໄຂບັນຫາ ດ້ານມະນຸດສະທຳທີ່ເກີດຈາກລະເບີດບໍ່ທັນແຕກ ພ້ອມຢືນຢັນວ່າ ສະຫະລັດອາເມຣິກາ ຈະສືບຕໍ່ສະໜັບສະໜູນວຽກງານເກັບກູ້ລະເບີດບໍ່ທັນແຕກ ຢູ່ ສປປ ລາວ, ໃຫ້ໄດ້ຮັບຜົນດີຂຶ້ນໃນຕໍ່ໜ້າ. ພ້ອມນັ້ນທ່ານໄດ້ກ່າວເຖິງແນວຄິດ “ເສັ້ນທາງສູ່ຄວາມປອດໄພ” ເຊິ່ງເປັນວຽກງານຂອງທີມສຳຫຼວດດ້ານວິຊາການ ແລະ ທີມເກັບກູ້ຈຳນວນ 64 ທີມ ທີ່ກຳລັງປະຕິບັດງານຢູ່ 6 ແຂວງ ຄື: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ຫຼວງພະບາງ ແລະ ຫົວພັນ.
ໃນຂະນະດຽວກັນ, ທ່ານ ພົງໄຊສັກ ອິນຖາລາດ ໄດ້ເນັ້ນວ່າ: ສູນຂໍ້ມູນຂ່າວສານແຫ່ງນີ້ ມີບົດບາດສຳຄັນໃນການສ້າງຄວາມຮັບຮູ້ແກ່ສັງຄົມ ພ້ອມຢືນຢັນຄວາມໝາຍໝັ້ນຂອງລັດຖະບານ ສປປ ລາວ ໃນການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຍັງຕົກຄ້າງໃນປາງສົງຄາມ, ເພື່ອປົກປ້ອງຊີວິດ ແລະ ຄວາມເປັນຢູ່ຂອງປະຊາຊົນ. ພ້ອມທັງຕີລາຄາສູງຕໍ່ການສືບຕໍ່ຮ່ວມມືກັບສະຫະລັດອາເມຣິກາ ແລະ ຄູ່ຮ່ວມພັດທະນາອື່ນໆ ເພື່ອຮ່ວມກັນສ້າງອະນາຄົດ ທີ່ປອດໄພຍິ່ງຂຶ້ນໃຫ້ແກ່ຊຸມຊົນທີ່ໄດ້ຮັບຜົນກະທົບ.
ພາຍຫຼັງສຳເລັດພິທີມອບ-ຮັບ ຜູ້ເຂົ້າຮ່ວມໄດ້ຢ້ຽມຊົມຫ້ອງວາງສະແດງທີ່ປັບປຸງໃໝ່ ເຊິ່ງຈັດສະແດງອຸປະກອນກວດກູ້ລະເບີດ, ລູກລະເບີດທີ່ຕົກຄ້າງຈາກສົງຄາມ ແລະ ເລື່ອງລາວຈາກຜູ້ທີ່ໄດ້ຮັບຜົນກະທົບຈາກລູກລະເບີດ ຜ່ານການແກະສະຫຼັກ ຈາກຊິ້ນສ່ວນລູກລະເບີດ ຕື່ມອີກ.
ຂ່າວ: ດາວອນ ມະນີວັນ

