ກ້ອນກຳລັງ ປກສ ມີຄວາມພ້ອມແລ້ວເພື່ອສະເຫຼີມຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
ກ້ອນເດີນສວນສະໜາມກຳລັງກະຊວງ ປ້ອງກັນຄວາມສະຫງົບ (ປກສ) ມີຄວາມພ້ອມແລ້ວໃນການ ປະກອບສ່ວນເດີນສວນສະໜາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ມີທັງໝົດ 6 ກ້ອນກໍາລັງ ຄື: ກ້ອນທຸງຊາດ-ທຸງພັກ, ກ້ອນ ທຸງໄຊ ປກສ, ກ້ອນກຳລັງຕຳຫຼວດ, ກ້ອນກຳລັງປ້ອງກັນເຄື່ອນທີ່, ກ້ອນກຳລັງປ້ອງກັນສູນກາງ…

